ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ອີ​ຣ່ານ ເວົ້າ​ວ່າ ​ພ້ອມ​ທີ່​ຈະ​ຮ່ວມ​ມື ​ກັບ​ອົງ​ການ IAEA, ແຕ່ ຕົນ​ກໍ "ມີ​ສິດ​ທິ"


ໃນ​ພາບນີ້​ທີ່​ຖືກ​ເຜີຍ​ແຜ່​ໂດຍ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມະ​ນູ​ແຫ່ງ ອີ​ຣ່ານ, ຊ່າງ​ເຕັກ​ນິກ​ເຮັດ​ວຽກ​ຢູ່​ພື້​ນ​ທີ່​ທີ​ສອງ​ຂອງ​ເຕົາ​ປະ​ຕິ​ກອນ​ນ້ຳ​ໜັກ ອາ​ຣັກ (Arak), ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ແລະ ສື່ມວນ​ຊົນ​ຢ້ຽມ​ຢາມ​ສະ​ຖານ​ທີ່, ເມືອງ ອາ​ຣັກ, ປະ​ເທດ ອີ​ຣ່ານ, 23 ທັນ​ວາ, 2019.
ໃນ​ພາບນີ້​ທີ່​ຖືກ​ເຜີຍ​ແຜ່​ໂດຍ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມະ​ນູ​ແຫ່ງ ອີ​ຣ່ານ, ຊ່າງ​ເຕັກ​ນິກ​ເຮັດ​ວຽກ​ຢູ່​ພື້​ນ​ທີ່​ທີ​ສອງ​ຂອງ​ເຕົາ​ປະ​ຕິ​ກອນ​ນ້ຳ​ໜັກ ອາ​ຣັກ (Arak), ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ແລະ ສື່ມວນ​ຊົນ​ຢ້ຽມ​ຢາມ​ສະ​ຖານ​ທີ່, ເມືອງ ອາ​ຣັກ, ປະ​ເທດ ອີ​ຣ່ານ, 23 ທັນ​ວາ, 2019.

ອີ​ຣ່ານ ໄດ້​ສະ​ແດງ​ຄວາມ​ພ້ອມ​ໃນ​ວັນ​ຈັນ​ວານນີ້​ເພື່ອ​ຮ່ວມ​ມື​ກັບ​ອົງ​ການ​ສິ້ງ​ຊອມ​ດ້ານ​ນິວ​ເຄ​ລຍ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໂດຍ​ກ່າວ​ວ່າ​ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ​ມີ​ພັນ​ທະ​ໜ້າ​ທີ່​ນັ້ນ, “ເຂົາ​ເຈົ້າ​ກໍ​ມີ​ສິດທິ​ເຊັ່ນ​ກັນ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣ່ານ ທ່ານ ນາ​ສ​ເຊີ ຄາ​ນາ​ນີ (Nasser Kanaani) ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ອີ​ຣ່ານ “ຄາດ​ຫວັງ​ການ​ດຳ​ເນີນ​ການ​ທີ່​ມີ​ຄວ​າມ​ສ້າງ​ສັນ” ຈາກ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມະ​ນູ​ສາ​ກົນ ແລະ ຄະ​ນະ​ກຳ​ມະ​ການປົກ​ຄອງ​ຂອງ​ເຂົາ​ເຈົ້າ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວໄດ້​ເລີ່ມ​ການ​ປະ​ຊຸມ​ໃນ​ວັນ​ຈັນ​ວານນີ້ ກ່ຽວ​ກັບ ຫຼາຍ​ບັນ​ຫາ​ນິວ​ເຄ​ລຍ​ໃນ​ທົ່ວ​ໂລກ, ລວມ​ທັງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ໂຄງ​ການ​ຂອງອີ​ຣ່ານ.

ອົງ​ການ​ປະ​ລະ​ມະ​ນູ​ສາ​ກົນ ໄດ້​ຜັກ​ດັນອີ​ຣ່ານ​ໃຫ້​ຄຳ​ຕອບ​ທີ່​ເຊື່ອ​ຖື​ໄດ້ ກ່ຽວ​ກັບ ການ​ມີ​ລະ​ອອງ​ທາດຢູ​ເຣ​ນຽມ​ທີ່​ເຮັດ​ໂດຍ​ມະ​ນຸດ ທີ່​ຖືກ​ພົບ​ເຫັນ​ໃນ​ສະ​ຖານ​ທີ່​ໆ​ບໍ່​ຖືກ​ແຈ້ງ​ໃຫ້​ຊາບ​ສາມ​ແຫ່ງ​ໃນ​ປະ​ເທດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ຢູ່​ນະ​ຄອນຫຼວງ ເມັກ​ຊິ​ໂກ ຊີ​ຕີ, ປະ​ເທດ ເມັກ​ຊິ​ໂກ ວ່າ “ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ຫຼື ປະ​ມານ​ນັ້ນ ​ໃນ​ການ​ຕອບ​ຂອງ ອີ​ຣ່ານ ຕໍ່​ຂໍ້​ສ​ະ​ເໜີ​ ໂດຍ​ສະ​ຫະ​ພາບ​ຢູ​ໂຣບ​ ແມ່ນ​ເຫັນ​ໄດ້​ຊັດ​ວ່າ​ເປັນ​ການ​ກ້າວ​ກັບຫຼັງ ແລະ ຈະ​ເຮັດ​ໃຫ້​ໂອ​ກາດ​ສຳ​ລັບ​ການ​ເຮັດ​ຂໍ້​ຕົ​ກ​ລົງ​ໃນ​ອະ​ນາ​ຄົດ​ອັນ​ໃກ້​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ວ່າ ບໍ່​ມີ​ທ່າ​ທີ່​ວ່າ​ຈະ​ເກີດ​ຂຶ້ນ.”

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ຕື່ມ​ວ່າ “ອີ​ຣ່ານ ເບິ່ງ​ຄື​ວ່າບໍ່​ມີ​ຄວາມ​ຍິນ​ດີ ຫຼື ບໍ່​ສາ​ມາດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ມີ​ຄວາມ​ຈຳ​ເປັນ​ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ, ແລະ ເຂົາ​ເຈົ້າ​ສືບ​ຕໍ່​ພະ​ຍາ​ຍາມ​ເພື່ອ​ນຳ​ສະ​ເໜີ​ບັນ​ຫາ​ທີ່ບໍ່​ກ່ຽວ​ຂ້ອງ​ຕໍ່​ການ​ເຈ​ລະ​ຈາ​ທີ່​ເຮັດ​ໃຫ້​ຂໍ້​ຕົກ​ລົງ​ມີ​ຄວາມ​ເປັນ​ໄປ​ໄດ້​ໜ້ອຍ​ລົງ.”

ອີ​ຣ່ານ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ສິ້ນ​ສຸດ​ການ​ສືບ​ສວນ​ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ເຈ​ລະ​ຈາ​ເພື່ອ​ຮື້​ຟື້ນ​ຂໍ້​ຕົກ​ລົງ​ສາ​ກົນ 2015 ທີ່​ໄດ້​ເຮັດ​ໃຫ້​ປະ​ເທດ ​ໄດ້​ຮັບ​ການ​ບັນ​ເທົາຈາກ​ມາດ​ຕະ​ການ​ລົງ​ໂທດ​ ໃນ​ການ​ແລກ​ປ່ຽນ​ສຳ​ລັບ​ການ​ຈຳ​ກັດ​ຕໍ່​ກິ​ດ​ຈະ​ການ​ນິວ​ເຄ​ລຍ​ຂອງ​ເຂົາ​ເຈົ້າ ​ທ່າມ​ກາງ​ຄວາມ​ເປັນ​ຫ່ວງວ່າ​ເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ເພື່ອ​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄ​ລຍ.

ອັງ​ກິດ, ຝ​ຣັ່ງ ແລະ ເຢຍ​ຣະ​ມັນ ໄດ້​ປະ​ກາດ​ຖະ​ແຫຼງ​ການ​ຮ່ວມ ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ທີ່​ສະ​ແດງ​ “ຄວາມ​ສົງ​ໄສ​ທີ່​ຮ້າຍ​ແຮງ” ກ່ຽວ​ກັບ ຄວາມ​ຈິງ​ຈັງ​ຂອງ ອີ​ຣ່ານ ໃນ​ການ​ເຈ​ລະ​ຈາ ​ຂໍ້​ຕົກ​ລົງ​ນິ​ວ​ເຄ​ລຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG