ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານກ່າວວ່າ ຈະສືບສວນວີດີໂອ ທີ່ເປີດເຜີຍໃຫ້ເຫັນຄວາມບໍ່ປານີ ຂອງຕໍາຫຼວດ


ແຟ້ມ-ຮູບຈາກວີດີໂອທີ່ສົ່ງໃຫ້ VOA ພາກພາສາເປີເຊຍ ສະແດງໃຫ້ເຫັນປະຊາຊົນຊາວອີຣ່ານ ທີ່ອາໄສຢູ່ເມືອງຊາຮີດານ ເຊິ່ງຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ຂອງອີຣ່ານ ໂດຍຜູ້ຊາຍຄົນນຶ່ງ ມີເສື້ອທີ່ເຕັມໄປດ້ວຍເລືອດ ລຸນຫຼັງທີ່ຕໍາຫຼວດໄດ້ຖືກກ່າວຫາວ່າ ຍິງປືນໃສ່ພວກປະທ້ວງ, ວັນທີ 30 ກັນຍາ 2022. (UGC)
ແຟ້ມ-ຮູບຈາກວີດີໂອທີ່ສົ່ງໃຫ້ VOA ພາກພາສາເປີເຊຍ ສະແດງໃຫ້ເຫັນປະຊາຊົນຊາວອີຣ່ານ ທີ່ອາໄສຢູ່ເມືອງຊາຮີດານ ເຊິ່ງຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ຂອງອີຣ່ານ ໂດຍຜູ້ຊາຍຄົນນຶ່ງ ມີເສື້ອທີ່ເຕັມໄປດ້ວຍເລືອດ ລຸນຫຼັງທີ່ຕໍາຫຼວດໄດ້ຖືກກ່າວຫາວ່າ ຍິງປືນໃສ່ພວກປະທ້ວງ, ວັນທີ 30 ກັນຍາ 2022. (UGC)

ອີຣ່ານ ມີຄໍາສັ່ງໃຫ້ດໍາເນີນການສືບສວນ ໃນວັນພຸດວານນີ້ ກ່ຽວກັບຮູບພາບ ແລະວີດີໂອຂອງຄວາມຮຸນແຮງ ໂດຍກອງກໍາລັງລັດຖະບານຂອງ​ສາ​ທາ​ລະ​ນະລັດອິສລາມ​ອີ​ຣ່ານ ທີ່ປາບ​ປາມຜູ້​ປະທ້ວງຊາວອີຣ່ານ.

ນຶ່ງໃນວີດີໂອເຫຼົ່ານີ້, ໄດ້ເປີດເຜີຍໃຫ້ເຫັນວ່າ ເຈົ້າໜ້າທີ່ຂອງລັດ​ຖະ​ບານຫຼາຍໆຄົນກໍາລັງຕີຜູ້ຊາຍຄົນນຶ່ງຢ່າງຮຸນແຮງ. ຈາກນັ້ນ ນຶ່ງໃນເຈົ້າໜ້າທີ່ຂອງລັດຖະ ບານໄດ້ຂີ່ລົດຈັກຢຽບຜູ້ຊາຍຄົນດັ່ງກ່າວ ແລະເຈົ້າໜ້າທີ່ອີກຄົນນຶ່ງກໍຍິງລາວໃນໄລຍະແບບໃກ້ຊິດ. ຮູບພາບທີ່ສະແດງໃຫ້ເຫັນຄວາມຈິງເຫຼົ່ານີ້ຄືກັນກັບວີດີໂອ ອື່ນໆ ແມ່ນຖືກເຜີຍແຜ່ອອກມາໂດຍບັນດາຜູ້ປະທ້ວງທີ່ຍັງສືບຕໍ່ດໍາເນີນການຢູ່ໃນອີຣ່ານ, ເຊິ່ງຍັງບໍ່ສາມາດໄດ້​ຮັບ​ການກວດ​ກາ​ຢ່າງ​ເປັນອິດສະຫຼະ​ເທື່ອ.

ວີດີໂອດັ່ງກ່າວ ໄດ້ປາກົດອອກມາ ຢູ່ໃນສື່ສັງຄົມຂອງຕອນແລງວັນອັງຄານ ແລະອ້າງວ່າ ມາຈາກນະຄອນຫຼວງເຕຫະຣ່ານ.

ອົງການນີລະໂທດກໍາສາກົນ ກ່າວໃນທວິດເຕີ້ວ່າ “ວີດີໂອທີ່ໜ້າຕົກໃຈເຫຼົ່ານີ້ ຖືກສົ່ງມາຈາກນະຄອນຫຼວງເຕຫະຣ່ານໃນມື້ນີ້, ເຊິ່ງເປັນເຄື່ອງເຕືອນກ່ຽວກັບຄວາມໂຫດຮ້າຍຂອງກອງກໍາລັງຄວາມສະ​ຫງົບ​ຂອງອີຣ່ານ ໂດຍຮູ້ວ່າບໍ່ມີຂອບເຂດ. ທ່າມກາງວິກິດການຂອງການລະເວັ້ນໂທດ, ພວກເຂົາມອບອິດສະຫຼະຈາກການຖືກຄວບຄຸມໂດຍການທຸບຕີ ແລະຍິງຜູ້ປະທ້ວງແບບບໍ່ມີຄວາມປານີໃດໆ,”

ພວກເຂົາກ່າວເພີ້ມເຕີມວ່າ ສະພາຂອງອົງການສິດທິມະນຸດສະຫະປະຊາຊາດ ຕ້ອງດໍາເນີນການສືບສວນໃນທັນທີ.

ເຈົ້າໜ້າທີ່ຕໍາຫຼວດຂອງອີຣ່ານ ໄດ້ອອກຖະແຫຼງການຢູ່ໃນຖະແຫຼງການ ໂດຍກ່າວວ່າ ໄດ້ມີຄໍາສັ່ງອອກມາ ໃຫ້ດໍາເນີນການສືບສວນແລ້ວ.

ຢູ່ໃນຖະແຫຼງການທີ່ພິມເຜີຍ​ແຜ່ໂດຍອົງການຂ່າວ IRNA ຂອງລັດຖະບານ ກ່າວວ່າ “ແນ່ນອນ, ເຈົ້າໜ້າທີ່ຕໍາຫຼວດບໍ່ເຫັນດີກັບພຶດຕິກໍາຄວາມຮຸນແຮງ ແລະຢູ່ນອກກົດເກນນີ້, ພ້ອມກັນນັ້ນ ກໍຈະດໍາເນີນການກັບຜູ້ກະທໍາຄວາມຜິດຕາມກົດໝາຍ. ”

ຄວາມບໍ່ສະຫງົບດັ່ງກ່າວ ໄດ້ເລີ້ມຂຶ້ນເນື່ອງຈາກການເສຍຊີວິດຂອງນາງມາຊາ ອາມີນີ ອາຍຸ 22 ປີ ໃນຊ່ວງກາງເດືອນກັນຍາທີ່ຜ່ານມາ, ລະຫວ່າງທີ່ນາງຖືກຄວບຄຸມໂຕໂດຍຕໍາຫຼວດສິນທໍາຂອງອີຣ່ານ, ເຊິ່ງຖືກກ່າວຫາວ່າ ແຕ່ງເຄື່ອງບໍ່
ເໝາະສົມ, ແລະການປະທ້ວງດັ່ງກ່າວນີ້ ໄດ້ດໍາເນີນມາເປັນອາທິດທີ 7 ແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG