ອົງການຈັດງານສະແຫວງບຸນ Hajj ຂອງອີຣ່ານ ກ່າວໃນວັນ
ພະຫັດມື້ນີ້ ວ່າ ປັດຈຸບັນນີ້ ໄດ້ມີການຢັ້ງຢືນແລ້ວວ່າ ມີຊາວ
ອີຣ່ານ 464 ຄົນ ໄດ້ເສຍຊີວິດ ຫຼັງຈາກເຫດການຢຽບກັນຕາຍ
ເມື່ອອາທິດແລ້ວນີ້ ໃນລະຫວ່າງ ການສະແຫວງບຸນປະຈຳປີ
ຂອງຊາວມຸສລິມ ຢູ່ໃນ ຊາອຸດີ ອາຣາເບຍ.
ກ່ອນໜ້າວັນພະຫັດມື້ນີ້ ຕົວເລກລວມຂອງພວກທີ່ເສຍຊີວິດ
ຊາວອີຣ່ານ ແມ່ນເຄິ່ງນຶ່ງຂອງຈຳນວນດັ່ງກ່າວ ເພາະຍັງບໍ່ຮູ້ຈັກ
ຊາຕາກຳຂອງຜູ້ຄົນອີກຈຳນວນນຶ່ງນັບຕັ້ງແຕ່ການຢຽບກັນຕາຍ
ຂອງພວກສະແຫວງບຸນ ທີ່ໄດ້ເກີດຂຶ້ນຢູ່ນອກນະຄອນ Mecca
ເມື່ອອາທິດແລ້ວນີ້. ບັນດາເຈົ້າ ໜ້າທີ່ ຊາອຸດີ ອາຣາເບຍ ໄດ້ກ່າວວ່າ ຕົວເລກລວມຂອງຜູ້
ເຄາະຮ້າຍ ມີຢາງໜ້ອຍ 769 ຄົນ ໂດຍມີຊາວອີຣ່ານເປັນສ່ວນໃຫຍ່.
ພວກສະແຫວງບຸນ ໄດ້ຕຳໜິການຢຽບກັນຕາຍ ຢູ່ທີ່ເມືອງ Mina ວ່າ ເປັນຍ້ອນການປິດທາງຂອງຕຳຫຼວດ ແລະ ການຈັດການທີ່ຂີ້ຮ້າຍ.
ບັນດາເຈົ້າໜ້າທີ່ອີຣ່ານໄດ້ຕຳໜິຕິຕຽນ ຊາອຸດີ ອາຣາເບຍ ຢ່າງໜັກ ໃນຂະນະທີ່ ຊາວອີຣ່ານ
ໄດ້ຈັດຕັ້ງການປະທ້ວງປະຈຳວັນ ຢູ່ນອກສະຖານທູດຊາອຸດີອາຣາເບຍ ໃນນະຄອນຫຼວງເຕຫະຣ່ານ.
ທັງສອງປະເທດ ໄດ້ທຳການເຈລະຈາ ໃນວັນພຸດວານນີ້ ແລະ ໄດ້ຕົກລົງກັນ ເພື່ອສົ່ງມອບສົບຊາວອີຣ່ານ ຜູ້ທີ່ເສຍຊີວິດກັບຄືນປະເທດ ໂດຍໄວເທົ່າທີ່ເປັນໄປໄດ້.
ຜູ້ນຳສູງສຸດຂອງອີຣ່ານ Ayatollah Ali Khamenei ໄດ້ເຕືອນວ່າ ຊາອຸດີ ອາຣາເບຍ ຈະຕ້ອງປະເຊີນໜ້າກັບ ມາດຕະການທີ່ “ຮຸນແຮງ” ຖ້າຄູ່ປໍລະປັກໃນຂົງເຂດ ບໍ່ສົ່ງສົບຂອງພວກສະແຫວງບຸນຊາວອີຣ່ານ ກັບຄືນປະເທດ.
ໄດ້ມີເຫດຢຽບກັນຕາຍມາຫຼາຍຄັ້ງແລ້ວ ໃນລະຫວ່າງ ການສະແຫວງ ບຸນ Hajj ແຕ່ການ ສະແຫວງບຸນໃນປີນີ້ ແມ່ນຮ້າຍແຮງທີ່ສຸດ ນັບຕັ້ງແຕ່ ປີ 1990 ເປັນຕົ້ນມາ ເວລາຫຼາຍກວ່າ 1,400 ຄົນໄດ້ເສຍຊີວິດ.