ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີ​ຣ່ານ ເວົ້າ​ວ່າ 8 ຄົນ​ເສຍ​ຊີ​ວິດ​ ໃນ​ເຫດ​ໄຟ​ໄໝ້​ຄຸກ


ພາບ​ທີ່​ໄດ້​ມາ​ຈາກ​ອົງ​ການຂ່າວ Mizan ຂອງ ອີ​ຣ່ານ​ໃນ​ວັນ​ທີ 16 ຕຸ​ລາ 2022, ສະ​ແດງ​ໃຫ້​ເຫັນ​ຄວາມ​ເສຍ​ຫາຍ​ທີ່​ມີ​ສາ​ເຫດ​ມາ​ຈາກ​ໄຟ​ໄໝ້​ໃນ​ຄຸກ ເອ​ວິນ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະ​ຄອນຫຼວງ ເຕ່​ຫະ​ຣ່ານ, ອີ​ຣ່ານ.
ພາບ​ທີ່​ໄດ້​ມາ​ຈາກ​ອົງ​ການຂ່າວ Mizan ຂອງ ອີ​ຣ່ານ​ໃນ​ວັນ​ທີ 16 ຕຸ​ລາ 2022, ສະ​ແດງ​ໃຫ້​ເຫັນ​ຄວາມ​ເສຍ​ຫາຍ​ທີ່​ມີ​ສາ​ເຫດ​ມາ​ຈາກ​ໄຟ​ໄໝ້​ໃນ​ຄຸກ ເອ​ວິນ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະ​ຄອນຫຼວງ ເຕ່​ຫະ​ຣ່ານ, ອີ​ຣ່ານ.

ອົງ​ການ​ຕຸ​ລາ​ການ​ຂອງ ອີ​ຣ່ານ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ ​ຍ້ອນ​ເຫດ​ໄຟ​ໄໝ້ ​ຢູ່​ຄຸກ​ ເອ​ວິນ ຂອງນະ​ຄອນຫຼວງ ເຕ່​ຫະ​ຣ່ານ ໄດ້​ເພີ່ມ​ຂຶ້ນ​ເປັນ 8 ຄົນ.

ໄຟ​ໄດ້​ໄໝ້​ຂຶ້ນ​ໃນ​ວັນ​ເສົາ​ຜ່ານ​ມາ​ທ່າມ​ກາງ​ການ​ປະ​ທ້ວງທີ່​ກຳ​ລັງ​ດຳ​ເນີນ​ຢູ່, ເຊິ່ງ​ຕອນນີ້​ ກ້າວ​ເຂົ້າ​ສູ່​ອາ​ທິດ​ທີ 5 ແລ້ວ, ທີ່​ໄດ້​ເກີດ​ຂຶ້ນ​ຍ້ອນ​ການ​ຕາຍ ​ຂອງ​ນາງ ມາ​ຊາ ອາ​ມີ​ນີ, ອາ​ຍຸ 22 ປີ​ທີ່​ຖືກ​ຈັບ​ໂດຍ​ຕຳຫຼວດ​ສິນ​ທຳ ​ຍ້ອນບໍ່​ປົກ​ຫົວ​ຢ່າງ​ຖືກ​ຕ້ອງ​ດ້ວຍ​ຜ້າ ຮີ​ຈັບ.

ສື່ມວນ​ຊົນ​ລັດ​ຖະ​ບານ ອີ​ຣ່ານ ໄດ້​ລາຍ​ງານ​ວ່າ​ແປວ​ໄຟ​ໄມ້ມອດຫຼັງ​ຈາກຫຼາຍ​ຊົ່ວ​ໂມງ ແລະ ບໍ່​ມີ​ຜູ້​ຖືກ​ຄຸມ​ຂັງຫຼົບ​ໜີ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ວ່າ, “ພວກ​ເຮົາ​ກຳ​ລັງ​ຕິດ​ຕາມ​ລາຍ​ງາ​ນ​ຈາກ​ຄຸກ ເອ​ວິນ ດ້ວຍ​ຄວາ​ມ​ຮີບ​ດ່ວນ. ພວກ​ເຮົາ​ກຳ​ລັງ​ຕິດ​ຕໍ່ ​ກັບ​ປະ​ເທດ ສວິດ​ເຊີ​ແລນ ເຊິ່ງ​ເປັນ​ຜູ້​ປົກ​ປ້ອງ​ ຜົນ​ປະ​ໂຫຍດ​ຂອງ​ພວກ​ເຮົາ. ອີ​ຣ່ານ ແມ່ນ​ຜູ້​ຮັບ​ຜິດ​ຊອບ​ຢ່າງ​ເຕັມ​ທີ່​ສຳ​ລັບ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນຂອງ​ພວກ​ເຮົາ​ທີ່​ຖືກ​ກັກຂັງ​ຢ່າງບໍ່​ຖືກ​ຕ້ອງ, ຜູ້​ທີ່​ຄວນ​ຖືກ​ປ່ອຍ​ຕົວ​ຢ່າງ​ກະ​ທັນ​ຫັນ.”

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ, ລັດ​ຖະ​ບານ ອີ​ຣ່ານ “ແມ່ນ​ກົດ​ຂີ່ຫຼາຍ” ແລະ ທ່ານ​ມີ​ຄວາມ “ເຄົາ​ລົບ​ຢ່າງຫຼວງຫຼາຍ​ສຳ​ລັບ​ປະ​ຊາ​ຊົນ​ທີ່​ອອກ​ມາ​ເດີນ​ຂະ​ບວນ​ໃນ​ຖະ​ໜົນ​ຕ່າງໆ.”

ຄຸກ ເອ​ວິນ, ເຊິ່ງ​ໄດ້​ກັກ​ຂັງນັກ​ໂທດ ທີ່​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາກ່ຽວ​ຂ້ອງ​ກັບ​ຄວາມ​ປອດ​ໄພ ແລະ ລວມ​ທັງ​ຄົນ​ທີ່​ມີ​ສອງ​ສັນ​ຊາດ​ນັ້ນ, ຖືກ​ຕັ້ງ​ຂໍ້​ຫາ​ໂດຍ​ກຸ່ມ​ສິດ​ທິ​ມະ​ນຸດ​ຕ່າງໆ ກ່ຽວ​ກັບ ການ​ລ່ວງ​ລະ​ເມີດ​ນັກ​ໂທດ. ສະ​ຖານ​ທີ່​ດັ່ງ​ກ່າວ​ເປັນ​ທີ່​ຮູ້​ຈັກ​ກັນມາ​ດົນ​ນານ​ສຳ​ລັບ​ການ​ກັກ​ຂັງ​ນັກ​ໂທດ​ການ​ເມືອງ ພ້​ອມ​ກັບ​ຜູ້​ທີ່​ມີ​ສາຍ​ພົວ​ພັນ​ກັບ​ປະ​ເທດ ຕາ​ເວັນ​ຕົກ ຜູ້​ທີ່​ຖືກ​ໃຊ້​ໂດຍ ອີ​ຣ່ານ ເປັນ​ສິ່ງ​ຕໍ່​ລອງ​ໃນ​ການ​ເຈ​ລ​ະ​ຈາ​ສາ​ກົນ.

ທ່ານນາງ ນາ​ຮິດ ເດ​ລີ​ລີ, ພັນ​ລະ​ຍາ​ຂອງ​ທ່ານ ຊາ​ຮັບ ເດ​ລີ​ລີ, ນັກ​ໂທດ​ທີ່​ຖື​ສອງ​ສັນ​ຊາດ​ໃນ​ຄຸກ ເອ​ວິນ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ ເປີ​ເຊຍ ວ່າ​ລາວ​ໄດ້​ລົມ​ກັບ​ສາ​ມີ​ຂອ​ລາວ ແລະ ວ່າ​ລາວ​ແຂງ​ແຮງ​ດີ.

ໃນ​ວິ​ດີ​ໂອ​ທີ່​ຖືກ​ເຜີຍ​ແຜ່​ທາງ​ອອນ​ໄລ​ນ໌​ນັ້ນ, ສຽງ​ປືນ ແລະ ລະ​ເບີດແຕກ​ສາ​ມາດ​ໄດ້​ຍິນ ​ໃນ​ບໍ​ລິ​ເວນ​ຂອງ​ຄຸກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG