ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ຢາກໃຫ້ ຊາອຸດີ ອາຣາເບຍ ຂໍຂະມາໂທດ ໃນເຫດ ຢຽບກັນຕາຍ


ຮູບໃບປິວທີ່ໄດ້ຖືກນຳອອກມາເຜີຍແຜ່ໂດຍເວັບໄຊທ໌ທາງການຂອງສູນເພື່ອການສະຫງວນຮັກສາ ແລະ ຜະລິດວຽກງານ ຂອງຜູ້ນຳສູງສຸດອີຣ່ານ ທ່ານ Ayatollah Ali Khamenei,ສະແດງໃຫ້ເຫັນທ່ານກຳລັງກ່າວຄຳປາໄສໃນນະຄອນຫຼວງ ເຕຫະຣ່ານ. 27 ກັນຍາ, 2015.
ຮູບໃບປິວທີ່ໄດ້ຖືກນຳອອກມາເຜີຍແຜ່ໂດຍເວັບໄຊທ໌ທາງການຂອງສູນເພື່ອການສະຫງວນຮັກສາ ແລະ ຜະລິດວຽກງານ ຂອງຜູ້ນຳສູງສຸດອີຣ່ານ ທ່ານ Ayatollah Ali Khamenei,ສະແດງໃຫ້ເຫັນທ່ານກຳລັງກ່າວຄຳປາໄສໃນນະຄອນຫຼວງ ເຕຫະຣ່ານ. 27 ກັນຍາ, 2015.

ອີຣ່ານທວງໃຫ້ຊາອຸດີ ອາຣາເບຍຂໍຂະມາໂທດໃນການຢຽບກັນ
ຕາຍ ຢູ່ນອກ ນະຄອນສັກສິດ Mecca ທີ່ເຮັດໃຫ້ 769 ຄົນເສຍ ຊີວິດໃນລະຫວ່າງການສະແຫວງບຸນ Hajj ປະຈຳປີ.

Ayatollah Ali Khamenei ຜູ້ນຳສູງສຸດຂອງອີຣ່ານ ກ່າວໃນວັນ
ອາທິດມື້ນີ້ຢູ່ໃນຖະແຫຼງການທີ່ອອກທາງເວັບໄຊທ໌ຂອງທ່ານ ວ່າ
“ຊາອຸດີຄວນຮັບເອົາຄວາມຮັບຜິດຊອບແລະຂໍຂະມາໂທດ
ຕໍ່ຊາວມຸສລິມ ແລະ ຄອບຄົວ ຂອງພວກເຄາະຮ້າຍ ບັນຫາ
ນີ້ຈະບໍ່ມີການຫລົງລືມແລະປະເທດຕ່າງໆຈະດຳເນີນການ
ຢ່າງຈິງຈັງ ອົງການອິສລາມຂອງໂລກ ຍັງມີຫຼາຍໆຄຳຖາມ
ຢູ່.”

ພິທີສະແຫວງບຸນປະຈຳປີໄດ້ສິ້ນສຸດລົງໃນວັນເສົາວານນີ້ໂດຍປາດສະຈາກເຫດຮ້າຍໃດໆ.

ລັດຖະມົນຕີກະຊວງສາທາລະນະສຸກຊາອຸດີ ທ່ານ Kaalid al-Falih ກ່າວໃນວັນເສົາວານ
ນີ້ວ່າ ມີ 934 ຄົນໄດ້ຮັບບາດເຈັບໃນການຢຽບກັນທີ່ເມືອງມີນາ. ຊາວອີຣ່ານແມ່ນປະກອບ
ເປັນສ່ວນໃຫຍ່ຂອງພວກ ທີ່ເສຍຊີວິດຊຶ່ງມາຮອດເວລາ ມີທັງໝົດ 136 ຄົນ. ໂທລະພາບ ຂອງທາງການ ອີຣ່ານ ກ່າວວ່າອະດີດເອກອັກຄະລັດຖະທູດປະຈຳເລບານອນກໍຮວມຢູ່ໃນ
ຈຳນວນຊາວ ອີຣ່ານ 300 ກວ່າຄົນ ທີ່ຍັງຫາຍສາບສູນ.

ເຕຫະຣ່ານໄດ້ກ່າວຫາຊາອຸດີວ່າ ເປັນຜູ້ກໍ່ອາຊະຍາກຳ ແລະໄຮ້ຄວາມສາມາດ ແລະປະ
ກາດວ່າ ຈະເອົາມາດຕະການທາງກົດໝາຍ ຢູ່ສານອາຍາສາກົນ. ຜູ້ນຳອີຣ່ານ ກ່າວວ່າ ລາຊະອານາຈັກຊາອຸດີ ແມ່ນບໍ່ມີຄວາມສາມາດຕໍ່ໄປອີກແລ້ວ ໃນການຄຸ້ມຄອງການສະ
ແຫວງບຸນ ຊຶ່ງໃນແຕ່ລະປີມີຜູ້ເຂົ້າຮ່ວມຫຼາຍກວ່າ 2 ລ້ານຄົນນັ້ນ.

Iran Saudi Hajj
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG