ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຕ້ອງ​ຕິ​ ​ຄວາມ​ພະ​ຍາ​ຍາມ​ ຂອງ​ອີ​ຣ່ານ ​ທີ່ປະ​ສົບ ກັບຄວາມ​ລົ້ມ​ແຫຼວ​​ ໃນ​ການສົ່​ງ​ດາວ​ທ​ຽມ ​​ຂຶ້ນສູ່​ວົງ​ໂຄ​ຈອນ


ລັດ​ຖະ​ມົນ​ຕີ​ຕ່າງ​ປ​ະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ​ ກ່າວ​ຢູ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ ​ນິວຢອກ ວັນ​ທີ 25 ກ​ັນ​ຍາ 2018.
ລັດ​ຖະ​ມົນ​ຕີ​ຕ່າງ​ປ​ະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ​ ກ່າວ​ຢູ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ ​ນິວຢອກ ວັນ​ທີ 25 ກ​ັນ​ຍາ 2018.

ສະ​ຫະ​ລັດຕ້ອງ​ຕິ ​ຄວາມ​ພະ​ຍາ​ຍາມ​ຂອງ​ອີ​ຣ່ານ ທີ່​ປະ​ສົບ​ກັບຄວາມ​ລົ້ມ​ແຫຼວ​ໃນ​ວັນ
​ອັງ​ຄານ​ວານນີ້ ທີ່​ຈະ​ສົ່​ງ​ດາວ​ທ​ຽມ ຂຶ້ນສູ່​ວົງ​ໂຄ​ຈອນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ກ່າວ​ວ່າ ກາ​ນ​ສົ່ງດັ່ງ​ກ່າວໄດ້​ປະ​ສົບ​ກັບ​ລົ້ມ​ແຫຼວເພາ​ະ​ວ່າ ຈະ​
ຫຼວດທີ່​ບັນ​ທຸກ​ດາວ​ທຽມ ​ບໍ່​ໄດ້​ມີຄວາ​ມ​ໄວ​ພຽງ​ພໍ ທີ່ຈະ​ໄປ​ເຖິງ​ວົງ​ໂຄ​ຈອນ.

ລັດ​ຖະ​ມົນ​ຕີ​ຕ່າງ​ປ​ະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ​ ໄດ້​ປະ​ນ​າມ​ອີ​ຣ່າຈ​ຕໍ່ອັນ​ທີ່​
ທ່ານ​ຮ້ອງວ່າ “ການ​ທ້າ​ທາຍ​ຕໍ່​ປະ​ຊາ​ຄົມ​ສາ​ກົນ ​ດ້ວຍການ​ສົ່ງ​ອີກ​ເທື່ອ​ນຶ່ງທີ່ສະ​ແດງ​
ໃຫ້​ເຫັນວ່າ ​ອີ​ຣ່ານກຳ​ລັງ​ເສີມ​ສະ​ມັດ​ຖະ​ພາບ​ໃຫ້​ລູກ​ສອນ​ໄຟ ທີ່​ຂົ່ມ​ຂູ່ ຕໍ່​ຢູ​ໂຣບ ແລະ
​ພາກ​ຕາ​ເວັນ​ອອກ​ກາງ.”

ທ່ານ​ພອມ​ພຽວ​ກ່າວ​ວ່າ ລູກ​ຈະ​ຫຼວດ​ທີ່​ອີ​ຣ່ານ​ໃຊ້ ເພື່ອພະ​ຍາ​ຍາມ​ສົ່ງ​ດາວ​ທຽມ​ຂຶ້ນ​
ສູ່​ວົງໂຄ​ຈອນ “ແມ່ນ​ເປັນ​ເທັກ​ໂນ​ໂລ​ຈີ​ທີ່​ເກືອບ​ວ່າ​ແບບ​ດຽວ​ກັນ ແລະ​ໃຊ້​ແທນ​ກັນ​
ໄດ້ກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຮວມ​ທັງລູກ​ສອນ​ໄຟ​ຂ້າມ​ທະ​ວີບ.”

ທ່ານ​ກ່າວ​ວ່າ​ການ​ສົ່ງ​ດາວ​ທຽມ​ດັ່ງ​ກ່າວ ລະ​ເມີດມະ​ຕິ ສະ​ບັບ​ປີ 2015 ​ຂອງ​ສະ​ພາ​
ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ທີ່​ຮຽກ​ຮ້ອງ​ໃຫ້​ອີ​ຣ່ານ ຢຸດ​ເຊົາ​ການ​ພັດ​ທະນາ​ເທັກ​
ໂນ​ໂລ​ຈີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ເປັນ​ເວ​ລາ​ແປດ​ປີ.

ມະ​ຕິສະ​ບັບ​ນີ້​ແມ່ນ​ພາກ​ສ່ວນ​ນຶ່ງ​ຂອງຂໍ້​ຕົກ​ລົງ​ນິວ​ເຄລຍຫົກ​ປະ​ເທດ ກັບ​ອີ​ຣ່ານຊຶ່ງ
ສະ​ຫະ​ລັດ​ ໄດ້​ຖອນ​ໂຕ​ອອກ ໃນ​ປີ​ກາຍ​ນີ້.

ອີ​ຣ່ານ​ກ່າວ​ວ່າ ໂຄງ​ການ​ສົ່ງ​ຍານອະ​ວະ​ກາດ ແລະດາວ​ທ​ຽມ​ຂອງ​ຕົນ ບໍ່ມີ​ຈຸດ​ປະ​ສົງ
​ທາງ​ທະ​ຫານ ແລະ​ຈະ​ດຳເນີນ​ຕໍ່​ໄປ.

ນອກນັ້ນ​ແລ້ວ ອີ​ຣ່ານ​ຍັງ​ກ່າວ​ວ່າ ຕົນ​ບໍ່​ໄດ້​ລະ​ເມີດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​
ສະ​ຫະ​ປະ​ຊາ​ຊາດ ທີ່​ມີ​ພຽງ​ແຕ່​ສະ​ເໜີ​ແນະ ແຕ່​ບໍ່​ໄດ້​ຫ້າມ​ອີ​ຣ່ານ ໃນ​ການ​ສົ່ງ​ດາວ​ທຽມ.

ອ່ານ​ຂ່າ​ວນີ້​ເພີ້​ມເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG