ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອີ​ຣ່ານ ເວົ້າ​ວ່າ ສ​ຫລ ຕ້ອງ​ປະ​ຕິ​ບັດ​ຕາມ ​ຂໍ້​ຕົກ​ລົງ ​ເສຍ​ກ່ອນ ຈຶ່ງ​ມີການ​ເຈ​ລະ​ຈາຮອບ​ໃໝ່


ທ່ານ ໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ (Mohammad Javad Zarif), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ​ຂອງ ​ອີ​ຣ່ານ ບັນ​ລະ​ຍາຍ ຢູ່​ທີ່ສະ​ຖາ​ບັນ​ຄົ້ນ​ຄວ້າ​ກ່ຽວ​ກັບ​ສັນ​ຕິ​ພາບ​ສາ​ກົນ Stockholm ໃນ​ນະ​ຄອນ​ຫລວງ Stockholm ຂອງ​ສະ​ວີ​ເດັນ ໃນ​ວັນ​ທີ 21 ສິງ​ຫາ, 2019
ທ່ານ ໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ (Mohammad Javad Zarif), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ​ຂອງ ​ອີ​ຣ່ານ ບັນ​ລະ​ຍາຍ ຢູ່​ທີ່ສະ​ຖາ​ບັນ​ຄົ້ນ​ຄວ້າ​ກ່ຽວ​ກັບ​ສັນ​ຕິ​ພາບ​ສາ​ກົນ Stockholm ໃນ​ນະ​ຄອນ​ຫລວງ Stockholm ຂອງ​ສະ​ວີ​ເດັນ ໃນ​ວັນ​ທີ 21 ສິງ​ຫາ, 2019

​ທ່ານ ໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ (Mohammad Javad Zarif), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ ຕ່​າງ​ປະ​ເທດ​ຂອງ​ອີ​ຣ່ານ ເວົ້າ​ວ່າ ຖາ​ຫາກສະ​ຫະ​ລັດຢາກ​ຈັດໃຫ້​ມີ​ການ​ເຈ​ລະ​ຈາ ປະ​ເທດ​ດັ່ງ​ກ່າວຈະຕ້ອງປະ​ຕິ​ບັດ​ຕາມຂໍ້​ຕົກ​ລົງ ປີ 2015 ທີ່ ຈຳກັດການ​ເຄື່ອນ​ໄຫວ​ດ້ານນີວເຄລຍຂອງອີຣ່ານເພື່ອ​ແລກ​ປ່ຽນ​ກັບການ​ຍົກ​ເລີກ​ການ​ລົງ​ໂທດນັ້ນເສຍ​ກ່ອນ.

​ໃນວັນ​ພະ​ຫັດ​ມື້ນີ້ ໂດຍ​ກ່າວ​ໃນ​ຂະ​ນະ​ທີ່​ທຳ​ການ​ຢ້ຽມ​ຢາມ​ມາ​ເລ​ເຊຍ​ຢູ່ນັ້ນ ທ່ານ ຊາ​ຣິ​ຟ ໄດ້​ກ່າວ​ຫາ​ສະ​ຫະ​ລັດວ່າ “​ທຳ​ການກໍ່ການ​ຮ້າຍ​ທາງ​ດ້ານ​ເສດ​ຖະ​ກິດ​ຕໍ່​ປະ​ຊາ​ຊົນ​ອີ​ຣ່ານ.”

ທ່ານ​ຊີ້​ໃຫ້​ເຫັນ​ວ່າ ການ​ຕັດ​ສິນ​ໃຈ​ຂອງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳຂອງສະ​ຫະ​ລັດ ທີ່​ໄດ້ຖອນຕົວອອກ​ຈາກຂໍ້ຕົກລົງປີ 2015 ທີ່ອີ​ຣ່ານໄດ້ຕົກ​ລົງ​ເຊັນ​ພາຍ​ຫລັງ​ທີ່​ໄດ້​ເຈ​ລະ​ຈາ​ເປັນ​ເວ​ລາ​ສອງ​ປີກັບ​ສະ​ຫະ​ລັດ, ອັງກິດ, ຈີນ, ເຢຍຣະມັນ, ຣັດເຊຍ ແລະ ສະຫະພາບ ຢູໂຣບແລ້ວ.

ທ່ານ ຊາ​ຣິ​ຟເວົ້າ​ວ່າ “ພວກ​ເຮົາ​ບໍ່​ໄດ້​ອອກ​ຈາກກົນ​ໄກ​ອັນ​ນັ້ນໄປ. ພວກ​ເຮົາ​ຍັງ​ນັ່ງ​ໂຕະ​ເຈ​ລະ​ຈາ​ກັບປະ​ເທດ 5 ປະ​ເທດ ແລະ​ອີ​ຢູຢູ່. ສະ​ຫະ​ລັດ​ເປັນ​ປະ​ເທດ​ທີ 6 ຊຶ່ງ​ໄດ້​ຕັດ​ສິນ​ໃຈ​ອອກ​ຈາກ​ຂໍ້​ຕົກ​ລົງ​ນັ້ນ​ໄປ." ທ່ານ​ກ່າວ​ເພີ້ມ​ອີກວ່າ "ສະ​ນັ້ນ ຖ້າ​ສະ​ຫະ​ລັດຫາກ​ຢາ​ກ​ກັບ​ເຂົ້າ​ມາ​ນັ່ງ​ໃນ​ຫ້ອງ​ເຈ​ລະ​ຈາຄືນ​ອີກ ເຂົາ​ເຈົ້າ​ຕ້ອງ​ໄດ້​ຊື້​ປີ້​ເຂົ້າ ແລະ​ປີ້ນັ້ນ​ກໍ​ຄື​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ​ທີ່​ວ່ານັ້ນ."

ທ່ານ​ທ​ຣຳ​ໄດ້​ຕຳ​ໜິ​ຢ່າງ​ແຮງ​ຕໍ່​ຂໍ້​ຕົກ​ລົງ​ດ້ານນິວ​ເຄ​ລຍ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ ມັນເຮັດໃຫ້​ອີ​ຣ່ານ​ໄດ້​ປຽບ​ຫລາຍ​ໂພດ ແລະ​ປ່ອຍ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ມີ​ເສັ້ນ​ທາງ​ໄປ​ຫາການ​ພັດ​ທະ​ນາ​ອາ​ວຸດ​ນີວ​ເຄ​ລຍ​ໄດ້​ງ່າຍ​ໂພດ. ອີ່​ຣ່ານ​ໄດ້​ປະ​ຕິ​ເສດ​ຢູ່​ຕະ​ຫລອດ​ມາ​ວ່າ ​ໂຄງ​ການ​ນີວ​ເຄ​ລຍຂອງ​ຕົນ​ແມ່ນ​ເພື່ອ​ຈຸດ​ປະ​ສົງ​ທາງ​ສັນ​ຕິ​ພາບ​ເທົ່າ​ນັ້ນ.

ໃນ​ຕົ້ນ​ອາ​ທິດນີ້ ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ຢູ່​ໃນການເຈລະຈາກຂໍ້ຕົກລົງຄັ້ງໃໝ່ນີ້ ລັດ​ຖະ​ບານ​ຂອງ​ທ່ານ ບໍ່​ພຽງ​ແຕ່​ຈະຫ້າມ​ອີ​ຣ່ານບໍ່​ໃຫ້​ພັດ​ທະ​ນາ​ອາວຸດນີວເຄລຍ ເທົ່າ​ນັ້ນ ແຕ່​ຍັງ​ຈະ​ວາງ​ຂໍ້​ຈຳ​ກັດ​ຕໍ່​ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ປະ​ເທດນັ້ນ​ທີ່ບໍ່​ໄດ້​ລະ​ບຸ​ຢູ່​ໃນຂໍ້ຕົກລົງປີ 2015 ​ນຳອີກ. ທ່ານ ທຣຳ ຍັງ​ຢາກ​ໃຫ້​ມາດ​ຕະ​ການ​ດັ່ງ​ກ່າວ ​ຖືກນຳ​ໃຊ້ເປັນ​ເວ​ລາ​ນາ​ນາກວ່າ 10 ປີ​ທີ່​ໄດ້​ຮຽກ​ຮ້ອງ​ຢູ່​ໃນ​ຂໍ້​ຕົກ​ລົງ​ເດີມ​ນັ້ນ​ອີກ​ດ້ວຍ.

ປະທານາທິບໍດີ ອີຣ່ານ ທ່ານ ຮາສຊານ ຣູຮານີເວົ້າ​ວ່າ ຖ້າ​ທ່ານ ທ​ຣຳ ຢາກ​ຈັດ​ການ​ເຈ​ລະ​ຈາ, ທ່ານ ຕ້ອງ “ເອົາ​ບາດກ້າວທຳອິດ” ແລະ ຍົກເລີກ ມາດຕະການລົງໂທດທີ່ມີຕໍ່ອີຣ່ານເສຍກ່ອນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG