ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ພະຍາຍາມ ສັ່ງຊາເບິ່ງ ມາດຕະການລົງໂທດ ເພີ້ມອີກ ຕໍ່ອີ່ຣ່ານ


ທ່ານ ດໍ​ໂນ​ລ ທຣໍາ, ປະທານາທິບໍດີ​ສະຫະລັດ, ຖະແຫລງ ກ່ຽວກັບນະໂຍບາຍຕໍ່ອີຣ່ານ ຢູ່ໃນຫ້ອງຮັບຕ້ອນທາງການທູດ ຢູ່ທໍານຽບຂາວ ໃນນະຄອນຫລວງ ວໍຊິງຕັນໃນວັນທີ 13 ຕຸລາ, 2017
ທ່ານ ດໍ​ໂນ​ລ ທຣໍາ, ປະທານາທິບໍດີ​ສະຫະລັດ, ຖະແຫລງ ກ່ຽວກັບນະໂຍບາຍຕໍ່ອີຣ່ານ ຢູ່ໃນຫ້ອງຮັບຕ້ອນທາງການທູດ ຢູ່ທໍານຽບຂາວ ໃນນະຄອນຫລວງ ວໍຊິງຕັນໃນວັນທີ 13 ຕຸລາ, 2017

ທ່ານ ດໍ​ໂນ​ລ ທຣໍາ, ປະທານາທິບໍດີ​ສະຫະລັດ ຈະ​ເພີ້ມການ​ລົງ​ໂທດ​ຕໍ່ອີຣ່ານພາຍ​ໃນ​
ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ນີ້ ແຕ່​ທ່ານກໍ​ບໍ່​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ຄືນ​ອີກ​ຕໍ່ປະ​ເທດ​ດັ່ງກ່າວ
​ເຖິງ​ຂັ້ນ​ແນ​ໃສ່ເພື່ອກົດດັນ​ໃຫ້ລະບອບ​ປົກຄອງເຕຫະຣ່ານຍົກເລີກ​ການຄົ້ນຄວ້າ​ກ່ຽວ
ກັບ​ອາວຸດ​ນີວ​ເຄລຍ, ອີງ​ຕາມ​ລາຍ​ງານ​ຂອງ​ອົງການ​ຂ່າວ​ຫລາຍໆ​ແຫ່ງ. ທ່ານປະທາ
ນາທິບໍດີ​ກໍາລັງ​ປະຊຸມ​ກັບ​ທີ​ມງານຄວາມໝັ້ນຄົງ​ແຫ່ງ​ຊາດ​ ​ກ່ຽວກັບ​ບັນຫາ​ອີ່ຣ່ານ ​ໃນ
​ຕອນ​ບ່າຍໆຂອງ​ວັນ​ພະຫັດ​ວານ​ນີ້.

ຕາມ​ກົດໝາຍ​ແລ້ວ, ຄະນະ​ລັດຖະບານ​ຈະ​ຕ້ອງ​ໄດ້​ຢັ້ງຢືນ ​ໃນທຸກໆ 90 ມື້​ວ່າ ອີຣ່ານໄດ້
ປະຕິບັດ​ຕາມ​ສັນຍາ​ທີ່​ປະ​ເທດ​ດັ່ງກ່າວ​ເຊັນ​ກັບ​ປະຊາ​ຄົມ​ສາກົນ​ໃນ​ປີ 2015 ທີ່​ແນ​ໃສ່​
ເພື່ອຈໍາກັດ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນບໍ່. ການ​ຢັ້ງຢືນ​ດັ່ງກ່າວ​ ແມ່ນຮອດ​ກໍານົດ
​ໃນ​ວັນ​ສຸກ​ມື້ນີ້.

​ໃນ​ເດືອນ​ຕຸລາ​ຜ່ານ​ມາ ທ່ານ​ທຣໍາ​ເວົ້າວ່າ ເຕຫະຣ່ານບໍ່ໄດ້​ປະຕິບັດຕາມ​ຈິດ​ໃຈ​ຂອງ​ຂໍ້
​ຕົກລົງປີ 2015 ທີ່​ເອີ້ນວ່າ ​ແຜນ​ປະຕິບັດ​ງານ​ຮ່ວມຮອບດ້ານ ຫລື JCPOA, ​ແຕ່​ກໍບໍ່ທັນ
​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ແບບ​ຮ້າຍແຮງ​ຄືນ​ອີກຕໍ່ອຸດ​ສະຫະ​ກໍາ​ພະລັງງານ​ຂອງ​ອີ
ຣ່ານທີ່​ມີ​ມາ​ແຕ່​ກ່ອນນັ້ນ.

ການ​ຕັດສິນ​ໃຈ​ຂອງ​ທ່ານ​ທຣໍາ​ໄດ້​ເຮັດ​ໃຫ້​ກຸ່ມຊາວ​ອີຣ່ານພັດ​ຖິ່ນ ​ແລະ​ພວກ​ນັກ​ເຄື່ອນ
​ໄຫວປົກ​ປ້ອງສິດທິມະນຸດ​ທີ່​ຫວັງ​ວ່າ ​ຈະ​ມີ​ມາດ​ຕະການ​ທີ່ຮ້າຍ​ແຮງ​ກວ່າ​ເກົ່າ​ຈາກ​ຄະນະ​ລັດຖະບານ​ທີ່ອອກປາກ​ອອກສຽງ​ຢ່າງ​ແຮງ ​ໃນ​ການສະໜັບສະໜຸນການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຢູ່​ໃນ​ຫລາຍ​ຕົວ​ເມືອງ​ຂອງ​ອີຣ່ານ ​ແລະ​ຈາກ​ປະທານາທິບໍດີ​ ທີ່​ຕໍາໜິຂໍ້​ຕົກລົງ
​ດ້ານ​ນີວ​ເຄລຍຢ່າງໜັກນັ້ນ ຜິດ​ຫວັງຫລາຍ.

​ໃນ​ການ​ຕອບ​ຄໍາ​ຖາມ​ຂອງ​ວີ​ໂອ​ເອ ​ໃນ​ວັນ​ພະຫັດ​ວານ​ນີ້ ​ທີ່ກອງ​ປະຊຸມຖະແຫຼງຂ່າວ​ຢູ່​ທໍານຽບຂາວນັ້ນ ທ່ານ ສະຕີ​ບ ມນຸຈິນ (Steve Mnuchin) ​ໃຫ້​ຄໍາ​ເຫັນ​ວ່າ ການ​ກະທໍາ​
ຂອງ​ທ່ານ​ທຣໍາ ຈະສ້າງ​ຄວາມ​ສົນ​ໃຈ ໃຫ້​ແກ່ລະບອບ​ປົກຄອງຂອງເຕຫະຣ່ານ.

ທ່ານ ມນຸຈິນ (Mnuchin) ​ເວົ້າວ່າ "ທ່ານປະທານາທິບໍດີ​ໄດ້​ເວົ້າຢ່າງ​ຈະ​ແຈ້ງທີ່​ສຸດວ່າ
ຫລາຍໆ​ ແງ່​ມຸມ​ຂອງຂໍ້​ຕົກລົງ​ອີຣ່ານ ຕ້ອງ​ໄດ້​ຖືກ​ປ່ຽນ​ແປງ.” "ມີ​ການ​ເຄື່ອນ​ໄຫວຫລາຍ
ອັນ​ທີ່ຢູ່​ນອກຂໍ້​ຕົກລົງ​ອີຣ່ານ ບໍ່ວ່າ​ຈະ​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ອັນ​ຮ້າຍ​ແຮງ​ ຫລື​ວ່າ​
ບັນຫາ​ອື່ນໆ ທີ່​ພວກ​ເຮົາ​ຈະ​ສືບຕໍ່ທໍາ​ການ​ລົງ​ໂທດ ທີ່​ຢູ່​ນອກແຜນ​ປະຕິບັດ​ງານ​ຮ່ວມຢ່າງ
ຮອບດ້ານ ​ເຊັ່ນ​ວ່າການ​ລະ​ເມີດ​ດ້ານ​ສິດ​ທິມະ​ນຸດ ທີ່​ພວກ​ເຮົາ​ຕ້ອງ​ໄດ້​ສຸມ​ໃສ່​ຢ່າງ​ຫລວງ
ຫລາຍ."

ທ່ານ ມນຸຈິນ (Mnuchin)​ ເວົ້າ​ເພີ້ມວ່າ “ພວກ​ເຮົາ​ມີ​ການ​ລົງ​ໂທດ​ຕໍ່ອີຣ່ານຫຼາຍ​ ເທົ່າ​ໆກັນ​
ກັບປະ​ເທດ​ອື່ນໆ ທີ່ຢູ່​ໃນ​ຂັ້ນຕອນດັ່ງກ່າວ ​ແລະ​ພວກ​ເຮົາ​ຈະ​ສືບຕໍ່ພິຈາລະນາເບິ່ງ​ບັນ​ຫາ​
ຕ່າງໆ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG