ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ທຣຳ ວາງມາດຕະການ ລົງໂທດ ດ້ານເສດຖະກິດ ຄືນໃໝ່ ຕໍ່ ອີຣ່ານ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ຫຼັງຈາກທີ່ໄດ້ລົງນາມ ໃນ ຖະແຫລງການ ປະກາດ ຈຸດປະສົງຂອງທ່ານ ທີ່ຈະຖອນ ສະຫະລັດ ອອກຈາກ ຂໍ້ຕົກລົງນິວເຄລຍ JCPOA ກັບອີຣ່ານ, ຢູ່ໃນຫ້ອງການທູດ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ພຶດສະພາ 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ຫຼັງຈາກທີ່ໄດ້ລົງນາມ ໃນ ຖະແຫລງການ ປະກາດ ຈຸດປະສົງຂອງທ່ານ ທີ່ຈະຖອນ ສະຫະລັດ ອອກຈາກ ຂໍ້ຕົກລົງນິວເຄລຍ JCPOA ກັບອີຣ່ານ, ຢູ່ໃນຫ້ອງການທູດ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ພຶດສະພາ 2018.

ສະຫະລັດ ໄດ້ວາງມາດຕະການລົງໂທດ ທາງດ້ານເສດຖະກິດຕໍ່ ອີຣ່ານ ຊຶ່ງໃນເບື້ອງ
ຕົ້ນ ໄດ້ນຳໃຊ້ໄປແລ້ວ ເພື່ອກົດດັນ ໃຫ້ປະເທດດັ່ງກ່າວ ຈຳກັດໂຄງການນິວເຄລຍ
ຂອງຕົນ ແລະໃນເວລາຕໍ່ມາ ໄດ້ຖືກຍົກເລີກ ພາຍໃຕ້ຂໍ້ຕົກລົງສາກົນ ປີ 2015.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຕຳໜິ ຂໍ້ຕົກລົງດັ່ງກ່າວຢູ່ເລື້ອຍໆ ແລະໄດ້ຖອນ
ສະຫະລັດ ອອກຈາກຂໍ້ຕົກລົງນັ້ນ ເມື່ອ 3 ເດື່ອນກ່ອນ ໂດຍສົ່ງຜົນເຮັດໃຫ້ມີການ
ວາງມະຕະການລົງໂທດຄືນໃໝ່ ທີ່ມີຜົນບັງຄັບໃຊ້ ເມື່ອຕອນທ່ຽງຄືນ ຂອງວັນຈັນ
ວານນີ້.

ກ່ອນໜ້ານີ້ ໃນມື້ດຽວກັນ ທ່ານໄດ້ກ່າວໂຈມຕີ ອີຣ່ານວ່າເປັນ “ລະບອບຜະເດັດການ
ຄາດຕະກອນ ທີ່ສືບຕໍ່ແຜ່ກະຈາຍ ການນອງເລືອດ ຄວາມຮຸນແຮງ ແລະ ຄວາມວຸ້ນ
ວາຍ.”

ທ່ານທຣຳ ໄດ້ກ່າວວ່າ ມາດຕະການລົງໂທດໃໝ່ ແນເປົ້າໝາຍໃສ່ ພາກສ່ວນອຸດສາ
ຫະກຳລົດຍົນ ຂອງສາທາລະນະລັດ ອິສລາມ, ການຄ້າຂາຍຄຳ ແລະໂລຫະທີ່ລ້ຳຄ່າ
ພ້ອມດ້ວຍເງິນຣຽລ ຊຶ່ງເປັນເງິນຕາຂອງອີຣ່ານ ແລະທຸລະກິດດ້ານການເງິນອື່ນໆ
ຂອງປະເທດດັ່ງກ່າວ.

ທ່າຍຍັງໄດ້ກ່າວຢ້ຳວ່າ ໃນວັນທີ 5 ພະຈິກ ສະຫະລັດ ຈະເລີ້ມມາດຕະການລົງໂທດ
ໃນທຸລະກິດທີ່ກ່ຽວພັນກັບດ້ານພະລັງງານ ພ້ອມດ້ວຍ ການດຳເນີນທຸລະກິດ ໂດຍ
ສະຖາບັນການເງິນຂອງຕ່າງປະເທດ ກັບທະນາຄານກາງຂອງອີຣ່ານ.

ທ່ານທຣຳ ໄດ້ເລີ້ມການໂຈມຕີຂອງທ່ານ ຕໍ່ຂໍ້ຕົກລົງນິວເຄລຍສາກົນ ໂດຍເອີ້ນຂໍ້ຕົກລົງ
ນີ້ວ່າ “ຂີ້ຮ້າຍຫຼາຍ ແລະເປັນຂໍ້ຕົກລົງຝ່າຍດຽວ” ທີ່ “ບໍ່ໄດ້ບັນລຸວັດຖຸປະສົງຂອງການ
ກີດກັ້ນໝົດທຸກຊ່ອງທາງ ທີ່ ອີຣ່ານຈະໄດ້ມາເຊິ່ງ ລະເບີດນິວເຄລຍ”
ໃນຂະນະ
ດຽວກັນ ກໍໃຫ້ “ເງິິນເພື່ອຊ່ອຍຊີວິດແກ່ປະເທດ” ໃນເວລາມາດຕະການລົງໂທດ ໄດ້ຖືກ
ຍົກເລີກ ກ່ອນໜ້ານີ້.

ທ່ານທຣຳ ໄດ້ເວົ້າວ່າ “ນັບຕັ້ງແຕ່ ໄດ້ບັນລຸຂໍ້ຕົກລົງແລ້ວ ການຮຸກຮານຂອງອີຣ່ານ ພຽງແຕ່ໄດ້ເພີ້ມຂຶ້ນ.” ທ່ານກ່າວອີກວ່າ ອີຣ່ານ ໄດ້ນຳໃຊ້ “ການເຂົ້າຫາທຶນໃໝ່ ທີ່ບໍ່ໄດ້ຄາດຄິດ” ວ່າ ຕົນຈະໄດ້ຮັບ “ເພື່ອສ້າງລູກສອນໄຟ ທີ່ມີຄວາມສາມາດບັນຈຸ
ຫົວນິວເຄລຍ ເພື່ອໃຫ້ທຶນສະໜັບສະໜູນການກໍ່ການຮ້າຍ ແລະ ສ້າງຄວາມຂັດແຍ້ງ
ໃນທົ່ວພາກຕາເວັນອອກກາງ ແລະແຫ່ງອື່ນໆ.”

ທ່ານໄດ້ເວົ້າຕື່ມວ່າ “ມາເຖິງມື້ນີ້ ອີຣ່ານ ຂົ່ມຂູ່ ສະຫະລັດ ແລະບັນດາພັນທະມິດຂອງ
ພວກເຮົາ ອັນເປັນບ່ອນທຳລາຍ ລະບົບການເງິນຂອງສາກົນ ແລະ ການສະໜັບສະ
ໜຸນ ການກໍ່ການຮ້າຍ ແລະ ກໍ່ຕັ້ງພວກຫົວຮຸນແຮງຢູ່ໃນທົ່ວໂລກ.”

ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ ໃນການກ່າວຄຳປາໄສ ທີ່ຖ່າຍທອດທາງ
ໂທລະພາບ ໄດ້ກ່າວວ່າ ສະຫະລັດ ບໍ່ສາມາດເຊື່ອຖືໄດ້ ເພາະວ່າ ຕົນໄດ້ຖອນໂຕອອກ
ຈາກຂໍ້ຕົກລົງສາກົນ ເຊິ່ງລາຍເຊັນຂອງຜູ້ນຳອື່ນໆ ຍັງຄົງສະໜັບສະໜຸນມັນຢູ່. ທ່ານ
ໄດ້ກ່າວອີກວ່າ ເຕຫະຣ່ານ ເຊື່ອໝັ້ນຢູ່ສະເໝີ ໃນການແກ້ໄຂບັນຫາຂັດແຍ້ງຕ່າງໆ
ໃນທາງການທູດ.

Trump Reimposes Iranian Economic Sanctions
please wait

No media source currently available

0:00 0:02:34 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG