ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມນັກເຕະບານໂລກ ຂອງອີຣ່ານ ພາກັນຢືນມິດງຽບ ໃນລະຫວ່າງເປີດເພງຊາດ ຂອງພວກເຂົາເຈົ້າ


ບັນດານັກເຕະບານອີຣ່ານ ຢືນຟັງເພງຊາດຂອງພວກເຂົາເຈົ້າ ກ່ອນການແຂ່ງຂັນໃນກຸ່ມ B ຂອງການແຂ່ງຂັນບານໂລກປີ 2022, ໃນການພົບກັນລະຫວ່າງ ອັງກິດ ແລະ ອີຣ່ານ ຢູ່ທີ່ເດີ່ນກິລານານາຊາດ ຄາລິຟາ, ໃນນະຄອນຫຼວງໂດຮາ, ວັນທີ 21 ພະຈິກ 2022.
ບັນດານັກເຕະບານອີຣ່ານ ຢືນຟັງເພງຊາດຂອງພວກເຂົາເຈົ້າ ກ່ອນການແຂ່ງຂັນໃນກຸ່ມ B ຂອງການແຂ່ງຂັນບານໂລກປີ 2022, ໃນການພົບກັນລະຫວ່າງ ອັງກິດ ແລະ ອີຣ່ານ ຢູ່ທີ່ເດີ່ນກິລານານາຊາດ ຄາລິຟາ, ໃນນະຄອນຫຼວງໂດຮາ, ວັນທີ 21 ພະຈິກ 2022.

ທີມນັກກິລາເຕະບານໂລກ ຫຼື World Cup ຂອງອີຣ່ານ, ໄດ້ສະແດງຄວາມເປັນນໍ້ານຶ່ງໃຈດຽວກັນກັບບັນດາແຟນກິລາບານເຕະທີ່ກໍາລັງປະທ້ວງການປາບປາມຢ່າງຮຸນແຮງຂອງລັດຖະບານເຕ​ຫະຣ່ານ ຕໍ່ບັນດາຜູ້ປະທ້ວງທີ່ໄດ້ແຜ່ລາມໄປທົ່ວປະເທດ, ໂດຍປະຕິເສດທີ່ຈະຮ້ອງເພງຊາດຂອງພວກເຂົາເຈົ້າໃນວັນຈັນວານນີ້ ກ່ອນເລີ້ມພິທີເປີດການແຂ່ງຂັນກັບອັງກິດ ຢູ່ໃນກາຕ້າ.

ປະຊາຊົນຊາວອີຣ່ານຫຼາຍໆຄົນ ພາກັນກ່າວຫາທີມບານເຕະຂອງພວກເຂົາເຈົ້າວ່າ ເຂົ້າ​ຂ້າງລະບອບການປົກຄອງມຸສລິມ ຊີໄອທ໌ (Shi’ite), ເຖິງແມ່ນວ່າ ປະຊາຊົນຊາວອີຣ່ານທົ່ວໄປ, ນັກກິລາ ແລະບັນດານັກສິນລະປິນ ຫຼາຍສິບຄົນໄດ້ສະແດງການສະໜັບສະໜຸນຕໍ່ຜູ້ທີ່ໄດ້ໂຮມຊຸມນຸມກໍຕາມ.

ບັນດາຜູ້ປະທ້ວງຫຼາຍສິບຄົນ ໄດ້ຖືກສັງຫານຢູ່ໃນການໂຮມຊຸມນຸມປະທ້ວງຕໍ່ ຕ້ານລັດຖະບານ ລຸນຫຼັງການເສຍຊີວິດຂອງນາງມາຊາ ອາມີນີ ໃນລະຫວ່າງ ທີ່ນາງຖືກຄວບຄຸມໂຕເມື່ອສອງເດືອນທີ່ຜ່ານມາ, ຫຼັງຈາກທີ່ນາງຖືກຈັບໂຕໂດຍຕໍາຫຼວດສິນທໍາຂອງປະເທດ ເນື່ອງຈາກການແຕ່ງໂຕທີ່ບໍ່ເໝາະສົມກ່ຽວກັບການໃສ່ຜ້າປົກຫົວຮີຈາບ.

ກ່ອນເດີນທາງໄປປະເທດກາຕ້າ, ພຽງແຕ່ຂ້າມອ່າວເປີເຊຍ ຈາກບ້ານເກີດຂອງພວກເຂົາເຈົ້າ, ບັນດາທີມນັກເຕະຊາວອີຣ່ານ ໄດ້ພົບກັບປະທານາທິບໍດີທີ່ຢຶດ ໝັ້ນໃນຫຼັກການຂອງອີຣ່ານ ທ່ານອີບຣາຮິມ ໄຣຊີ. ຢູ່ໃນຮູບພາບຂອງຜູ້ຫຼິ້ນກິລາບານເຕະ ແລະທ່ານໄຣຊີ ນຶ່ງໃນນັກກິລາໄດ້ກົ້ມຫົວລົງຕໍ່ໜ້າທ່ານໄຣຊີ, ເຊິ່ງໄດ້ຖືກໂພສລົງສື່ສັງຄົມອອນລາຍຢ່າງກວ້າງຂວາງ ໃນລະຫວ່າງທີ່ຄວາມບໍ່ສະຫງົບຢູ່ໃນທ້ອງຖະໜົນ ພາກັນຝົດເດືອດຂຶ້ນຢ່າງຮຸນແຮງ.

ທີມນັກກິລາບານເຕະຂອງອີຣ່ານ ພາກັນຢືນລຽນແຖວເພື່ອຮ້ອງເພງຊາດ ກ່ອນພິທີເປີດການແຂ່ງຂັນເຕະບານຂອງພວກເຂົາ ແລະອັງກິດ, ແຕ່ພວກເຂົາເຈົ້າຍັງພາກັນຢືນແບບມິດງຽບ ໃນລະຫວ່າງທີ່ເພງກໍາລັງດໍາເນີນຢູ່ຕໍ່ໄປ, ເຊິ່ງເປັນການຕັດສິນໃນລ່ວງໜ້າຂອງພວກເຂົາເຈົ້າ.

ໂທລະພາບຂອງລັດຖະບານອີຣ່ານ ບໍ່ໄດ້ອອກອາກາດໃນລະຫວ່າງທີ່ຜູ້ຫຼິ້ນພາ ກັນຢືນມິດງຽບຢູ່ໃນລະຫວ່າງການເປີດເພງຊາດ.

ໃນວັນອາທິດແລ້ວນີ້, ທ່ານເອຊານ ຮັດຊາຟີ (Ehsan Hajsafi), ຫົວໜ້າທີມບານເຕະແຫ່ງຊາດຂອງອີຣ່ານ ໄດ້ສະແດງຄວາມເຫັນໃຈຕໍ່ “ຄອບຄົວຂອງຜູ້ເສຍຊີວິດ” ໃນປະເທດຂອງລາວ.

ລາວກ່າວວ່າ “ພວກເຮົາຮັບເອົາສະພາບການຕ່າງໆຢູ່ໃນປະເທດຂອງພວກເຮົາ ທີ່ບໍ່ຖືກຕ້ອງ ແລະປະຊາຊົນຂອງພວກເຮົາກໍບໍ່ມີຄວາມສຸກ. ພວກເຮົາຢູ່ທີ່ນີ້ ແຕ່ກໍບໍ່ໄດ້ໝາຍຄວາມວ່າພວກເຮົາຈະຕ້ອງເປັນກະບອກສຽງຂອງພວກເຂົາເຈົ້າ ຫຼື ພວກເຮົາຈະບໍ່ຕ້ອງໃຫ້ຄວາມເຄົາລົບແກ່ພວກເຂົາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG