ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ ອີ​ຣ່ານ ໄວ້​ອາ​ໄລ​ໃຫ້​ທ່ານ ເຣ​ຊີ, ໃນ​ຂະ​ນະ​ທີ່​ຄູ່​ແຂ່ງ​ສະ​ເຫຼີມ​ສະຫຼອງ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ​ໃນ​ອຸ​ບັດ​ຕິ​ເຫດ ເຮ​ລິ​ຄັອບ​ເຕີ​ຕົກ


​ຊາວ ອີ​ຣັກ ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຣ່ານ ທ່ານ ມູ​ຮຳ​ມັດ ຄາ​ເຊັມ ອາ​ລ-ຊາ​ດິກ, ສຳ​ລັບ​ການ​ເສຍ​ຊີ​ວິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ ອິ​ສ​ລາມ, 20 ພຶດ​ສະ​ພາ 2024.
​ຊາວ ອີ​ຣັກ ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຣ່ານ ທ່ານ ມູ​ຮຳ​ມັດ ຄາ​ເຊັມ ອາ​ລ-ຊາ​ດິກ, ສຳ​ລັບ​ການ​ເສຍ​ຊີ​ວິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ ອິ​ສ​ລາມ, 20 ພຶດ​ສະ​ພາ 2024.

ບັນ​ດາ​ຜູ້​ນຳ​ອິ​ສ​ລາມ​ຂອງ ອີ​ຣ່ານ ໄດ້​ຈັດ​ການ​ໄວ້​ອາ​ໄວ 5 ວັນ​ສຳ​ລັບ​ການ​ເສຍ​ຊີ​ວິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອີບ​ຣາ​ຮິມ ເຣ​ຊີ ໃນ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ​ຕົກ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ, ເຊິ່ງ​ຊາວ ອີ​ຣ່ານ ຫຼາຍ​ຄົນ​ຜູ້​ທີ່​ຄັດ​ຄ້ານ​ສາ​ທາ​ລະ​ນະ​ລັດ ອິ​ສ​ລາມ ດັ່ງ​ກ່າວ ແມ່ນ​ໄດ້​ພາ​ກັນ​ສະ​ເຫຼີມ​ສະຫຼອງ​ການ​ມໍ​ລະ​ນະ​ກຳ​ຂອງ​ທ່ານ ເຣ​ຊີ ຢູ່​ໃນ​ປະ​ເທດ, ຕ່າງ​ປະ​ເທດ ແລະ ໃນ​ສື່​ສັງ​ຄົມ.

ທ່ານ ເຣ​ຊີ, ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ຕິ​ເຫດ​ດັ່ງ​ກ່າວ​ດ້ວຍ​ອາ​ຍຸ 63 ປີ, ໄດ້​ເປັນ​ຄູ່​ແຂ່ງກັບ​ລັດ​ຖະ​ບານ​ອິ​ສ​ລາມ​ທີ່​ຜະ​ເດັດ​ການ​ຂອງ ອີ​ຣ່ານ ສຳ​ລັບ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ທ່ານ​ດັ່ງ​ກັບ​ໄອ​ຍະ​ການ ​ຜູ້​ທີ່​ໄດ້​ສັ່ງ​ການ​ສັງ​ຫານ​ນັກ​ໂທດ​ການ​ເມືອງ​ຈຳ​ນວນຫຼາຍ​ໃນ​ປີ 1988 ແລະ ສຳ​ລັບ​ການ​ໃຊ້​ອຳ​ນາດ​ປະ​ທານ​າ​ທິ​ບໍ​ດີ​ຂອງ​ລາວ​ເພື່ອ​ກົດ​ຂີ່​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ສິດ​ທິ​ຂອງແມ່​ຍິງ​ຢ່າງ​ຮຸນ​ແຮງ ທີ່​ໄດ້​ເກີດ​ຂຶ້ນ​ທົ່ວ​ປະ​ເທດ​ໃນ​ທ້າຍ​ປີ 2022 ແລະ ສືບ​ຕໍ່​ຈົນ​ຮອດ​ປີ 2023.

ວິ​ດີ​ໂອ​ທີ່​ຜູ້​ຈັດ​ລາຍ​ການ​ຂອງວີ​ໂອ​ເອ​ພະ​ແນກ ເປີ​ເຊຍ ທ່ານນາງ ມາ​ຊີ ອາ​ລີ​ເນ​ຈາດ ໄດ້​ຮັບ ແລະ ຖືກ​ເປີດ​ເຜີຍ​ໂດຍ​ລາວ​ໃນ​ສື່​ສັງ​ຄົມ​ສະ​ແດງ​ໃຫ້​ເຫັນ​ແມ່​ຍິງ​ຄົນ​ນຶ່ງ​ທີ່​ບໍ່ຖືກ​ເປີດ​ເຜີຍໃຫ້​ເຫັນ​ໜ້າໄດ້​ແບກ​ຖາດ​ເຂົ້າ​ໜົມ​ອົບ​ຫວານໃນ​ສວນ​ສາ​ທາ​ລະ​ນະ ແລະ ເອົາ​ມັນ​ໃຫ້​ແມ່​ຍິງອີກ​ຄົນ​ອື່ນ​ຜູ້​ທີ່​ຍາວ​ຍ່າງ​ເຂົ້າ​ໄປ​ໃກ້.

ໃນ​ການ​ສົນ​ທະ​ນາ​ທີ່​ສັ້ນໆ​ນຳ​ກັນ, ແມ່​ຍິງ​ຄົນ​ນຶ່ງ​ໄດ້​ເວົ້າວ່າ​ລາວ​ຢາກ​ຮູ້​ວ່າ​ເຂົ້າ​ໜົມ​ທີ່​ວ່າ​ນັ້ນ​ແມ່ນ​ເນື່ອງ​ໃຈ​ໂອ​ກາດ​ໃດ, ໃນ​ຂະ​ນະ​ທີ່​ຄົນ​ອື່ນໆ​ເວົ້າ​ວ່າ​ເຂົາ​ເຈົ້າ​ທັງ​ສອງ​ຮູ້ ກ່ຽວ​ກັບ ໂອ​ກາດ, ໃນ​ອັນ​ທີ່​ປາ​ກົດ​ວ່າ​ຈະ​ເປັນ​ການ​ອ້າງ​ເຖິງ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ ເຣ​ຊີ.

ວີ​ໂອ​ເອບໍ່​ສາ​ມາດ​ຢືນ​ຢັນກໍ​ລະ​ນີ​ຂອງວິ​ດີ​ໂອ​ການ​ສະ​ເຫຼີ​ມ​ສະຫຼອງ​ນັ້ນ​ຢ່າງ​ເປັນ​ອິດ​ສະຫຼະ ໃນ​ຂະ​ນະ​ທີ່​ມັນ​ຖືກ​ຫ້າມ​ຈາກ​ການ​ລາຍ​ງານ​ໃນ ອີ​ຣ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG