ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ ຣູ​ຮາ​ນີ ກ່າວ​ວ່າ ​ການ​ເຈ​ລະ​ຈາ​ກັບ​ ສະ​ຫະ​ລັດ ເປັນ​ໄປ​ໄດ້ ຖ້າ​​ສະ​ແດງ​ ຄວາມ​ເຄົາ​ລົບ


ປະ​ທານ​າ​ທິ​ບໍ​ດີ​ອີ​ຣ່ານ ທ່ານ​ຣູ​ຮາຊ​ຊານ ຣູ​ຮາ​ນີ ກ່າວ​ຕໍ່​ກຸ່​ມ​ນັກ​ກິບ​ລາ​ອີ​ຣ໋ານໃນ​ນ​ະ​ຄອນ​ຫ໌ວງ​ເຕ​ຮາ​ຣ່ານ ມັນ​ທີ 1 ມິ​ຖຸ​ນາ 2019.
ປະ​ທານ​າ​ທິ​ບໍ​ດີ​ອີ​ຣ່ານ ທ່ານ​ຣູ​ຮາຊ​ຊານ ຣູ​ຮາ​ນີ ກ່າວ​ຕໍ່​ກຸ່​ມ​ນັກ​ກິບ​ລາ​ອີ​ຣ໋ານໃນ​ນ​ະ​ຄອນ​ຫ໌ວງ​ເຕ​ຮາ​ຣ່ານ ມັນ​ທີ 1 ມິ​ຖຸ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ ຮາ​ຊ​ຊານ ຣູ​ຮາ​ນີ ໃນ​ວັນ​ເສົາ​ວານ​ນີ້​ໄດ້​ສະ​ເໜີ​ວ່າ ອີ​ຣ່ານ ​ອາດ​ເຕັມ​ໃຈ
​ທີ່​ຈະ​ຈັດ​ກາ​ນ​ເຈ​ລະ​ຈາ ຖ້າ​ຫາກ ​ສະ​ຫະ​ລັດ ສະ​ແດງ​ຄວາມ​ເຄົາ​ລົບ ແຕ່​ກ່າວ​ວ່າ ເຕ​ຫະ
ຣ່ານ ​ຈະ​ບໍ່​ຖືກ​ກົດ​ດັນ​ໃຫ້​ເຈ​ລະ​ຈາ, ອີງ​ຕ​າມ​ການລາຍ​ງານ​ຂອງອົງ​ການ​ຂ່າວ ຟາ​ຣ​ສ໌.

ອີ​ຣ່ານ ແລະ​ ສະ​ຫະ​ລັດ ໄດ້ປະ​ເຊີນ​ໜ້າ​ກັນ​ຮຸນ​ແຮງກວ່າ​ເກົ່າໃນ​ເດືອນ​ທີ່​ຜ່ານ​ມາ ນຶ່ງ​ປີ
​ຫຼັງ​ຈາກ ວໍ​ຊິງ​ຕັນ ​ໄດ້​ຖອນ​ຕົວອອກ​ຈາກ​ຂໍ້​ຕົກລົງ​ລະ​ຫວ່າງ ອີ​ຣ່ານ ແລະ​ປະ​ເທດ​ມະ​ຫາ​
ອຳ​ນ​າດ​ໂລກ ເພື່ອ​ຫຼຸດ​ຜ່ອນ​ໂຄງ​ການ​ນິວ​ເຄ​ລຍຂອງ ​ເຕ​ຫະ​ຣ່ານ ເພື່ອການ​ແລກ​ປ່ຽນ
ກັບ​ການ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດສາ​ກົນ.

ວໍຊິ​ງ​ຕັນ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດໃໝ່​ໃນ​ປີ​ກາຍນິ້ ແລະ ໄດ້​ເພີ່ມ​ມັນ​ຂຶ້ຶ້ນ​ໃນ​ເດືອນ​
ພຶດ​ສະ​ພາທີ່​ຜ່ານ​ມາ, ​ສັ່ງ​ໃຫ້ທຸກ​ປະ​ເທດ ​ຢຸດ​ການນຳ​ເຂົ້ານ້ຳ​ມັນ​ຂອງ ​ອີ​ຣ່ານ. ໃນ​ບໍ່​ເທົ່າ​
ໃດ​ອາ​ທິດ​ທີ່​ຜ່ານ​ມາ ເຂົາ​ເຈົ້າຍັງ​ໄດ້​ໃຫ້​ຮ່ອງ​ຮອຍ ໃນ​ການ​ປະ​ເຊີນ​ໜ້າກັ​ນ​ທາງທະ​ຫານ, ໂດຍກ່າວ​ວ່າ​ຕົນ​ໄດ້​ສົ່ງ​ກຳ​ລັງພິ​ເສດເພີ້ມ ໄປ​ເຂດຕາ​ເວັນ​ອອກ​ກາງ ເພື່ອ​ຕອບໂຕ້ຕໍ່​ການ​
ຂົ່ມ​ຂູ່​ຂອງ ​ອີ​ຣ່ານ.

ປະ​ທາ​ນາ​ທິບໍ​ດີ​ ສະ​ຫະ​ລັດ ທ່ານ​ ດໍ​ໂນ​ລ ທ​ຣຳ​ ກ່າວ​ວ່າ ຂໍ້​ຕົກ​ລົງ​ນິວ​ເຄ​ລຍປີ 2015 ບໍ່​
ເຂັ້ມ​ແຂງ​ພໍ ແລະ ທ່ານ​ຢາກບັງ​ຄັບ​ໃຫ້​ ອີ​ຣ່ານ​ ເຈ​ລະ​ຈ​າ​ຂໍ້​ຕົກ​ລົງ​ໃໝ່. ພວກ​ເຈົ້າ​ໜ້າ​ທີ່ ​
ສະ​ຫະ​ລັດ​ ຈຳ​ນວນ​ນື່ງ​ໄດ້​ກ່າວ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້ ​ຂອງ​ການ​ເຈ​ລະ​ຈາຄັ້ງ​ໃໝ່.

ປະ​ທາ​ນາ​ທິ​ບໍ​ດີ ​ທ​ຣຳ ໄດ້ກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ອີ​ຣ່ານ ​ມີ​ໂອ​ກາດ​ທີ່​ຈະ​ເປັນ​ປະ​
ເທດ​ທີ່ຍິ່ງ​ໃຫຍ່ ດ້ວຍການ​ນຳ​ພາ​ດຽວ​ກັນ. ພວກ​ເຮົາ​ບໍ່​ໄດ້​ຫວັງການ​ປ່ຽນ​ແປງ​ລະ​ບອບ
ການ​ປົກ​ຄອງ, ຂ້າ​ພະ​ເຈົ້າພຽງ​ແຕ່​ຢາກ​ເຮັດ​ໃຫ້​ມັນ​ກະ​ຈ່າງ​ແຈ້ງ.

ອົງ​ການ​ຂ່າວ Fars ໄດ້ອ້​າງ​ຄຳ​ເວົ້າຂອງທ່ານ​ ຣູ​ຮາ​ນີ​ ທີ່​ເວົ້າ​ວ່າ “ພວກ​ເຮົາ​ສະ​ໜັບ​ສະ​
ໜູນ​ເຫດ​ຜົນ ແລະ ການ​ເຈ​ລະ​ຈາ ຖ້າ​ຫາກ​ຝ່າຍ​ກົງ​ກັນ​ຂ້າມ​ ນັ່ງ​ລົງ​ດ້ວນ​ຄວາມ​ເຄົາ​ລົບ
​ຢູ່​ໂຕະ​ເຈ​ລະ​ຈ​າ ແລະ​ ປ​ະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ສາ​ກົນ ບໍ່​ແມ່ນ​ຖ້າ​ວ່າ​ເຂົາ​ເຈົ້າ​ອ​ອກ​ຄຳ​
ສັ່ງໃຫ້​ເຈ​ລະ​ຈາ.

ອ່​ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG