ປະທານາທິບໍດີອີຣ່ານ ທ່ານຮາຊຊານ ຣູຮານີ ໄດ້ປະຕິເສດບໍ່ຮັບເອົາການລາອອກ
ຂອງລັດຖະມົນຕີຕ່າງປະເທດ ທ່ານໂມຮຳມັດ ຈາວາດ ຊາຣິຟ.
ຢູ່ໃນໜັງສື ທີ່ເຜີຍແຜ່ໃນວັນພຸດມື້ນີ້ ໂດຍສື່ມວນຊົນ ຂອງລັດຖະບານ ທ່ານຣູຮານີ
ກ່າວວ່າ ການອະນຸຍາດໃຫ້ທ່ານຊາຣິຟ ລາອອກໄປນັ້ນ ຈະຂັດຕໍ່ຜົນປະໂຫຍດຂອງ
ປະເທດຊາດ.
ທ່ານກ່າວເພີ້ມອີກວ່າ ທ່ານຊາຣິຟ ເປັນບຸກຄົນສຳຄັນໃນອັນທີ່ທ່ານຣູຮານີຮ້ອງວ່າ
“ຕໍ່ຕ້ານຄວາມກົດດັນທີ່ກວ້າງຂວາງ” ຂອງສະຫະລັດ.
ທ່ານຊາຣິຟ ບໍ່ໄດ້ໃຫ້ເຫດຜົນຢ່າງເປັນທາງການ ທີ່ຍື່ນເອກກະສານການລາອອກຂອງ
ທ່ານ ໃນວັນຈັນທີ່ຜ່ານມາ.
ໃນວັນພຸດມື້ນີ້ ທ່ານໄດ້ຂຽນຂໍ້ລົງເຜີຍແຜ່ໃນອິນສະຕາກຣາມ ຢູ່ເທິງທຸງຊາດອີຣ່ານ ທີ່
ກ່າວຂອບໃຈຊາວອີຣ່ານ ໃນການສະໜັບສະໜູນຂອງເຂົາເຈົ້າ ແລະກ່າວວ່າ ການ
ເນັ້ນໜັກຂອງທ່ານ ແມ່ນແນໃສ່ຍົກລະດັບການເຮັດວຽກຂອງກະຊວງຕ່າງປະເທດ.
ສື່ມວນຊົນຂອງລັດຖະບານຍັງໄດ້ສະແດງໃຫ້ເຫັນວ່າ ທ່ານຊາຣິຟ ເຂົ້າຮ່ວມໃນລະ
ຫວ່າງການຢ້ຽມຢາມຊອ
ນາຍົກລັດຖະມົນຕີອາເມເນຍ ທ່ານນິໂກລ ປາຊິລຢານ ທີ່ນະຄອນເຕຫະຣ່ານ.