ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອີ​ຣ່ານ​ ໄດ້ສົ່ງ​ຕຳ​ຫຼວດ​ສິນ​ທຳ ກັບ​ຄືນ​ ໄປຢູ່ຕາມ​ຖະ​ໜົນ​ຫົນ​ທາງ​ອີກ


(ພາບ​ໃນ​ແຟ​ມ) ແມ່​ຍິງ​ອີ​ຣ່ານ​ພາ​ກັນ​ຍ່າງ​ຢູ່​ແຄມ​ຖະ​ໜົນ​ສາຍ​ນຶ່ງ​ຂອງ​ນະ​ຄອນ​ຫລວງ​ເຕ​ຫະ​ຣ່ານ, ວັນ​ທີ 26 ເມ​ສາ, 2016.
(ພາບ​ໃນ​ແຟ​ມ) ແມ່​ຍິງ​ອີ​ຣ່ານ​ພາ​ກັນ​ຍ່າງ​ຢູ່​ແຄມ​ຖະ​ໜົນ​ສາຍ​ນຶ່ງ​ຂອງ​ນະ​ຄອນ​ຫລວງ​ເຕ​ຫະ​ຣ່ານ, ວັນ​ທີ 26 ເມ​ສາ, 2016.

ເຈົ້າໜ້າທີ່ອີຣ່ານໄດ້ປະກາດໃນວັນອາທິດວານນີ້ວ່າ ໄດ້​ສົ່ງຕຳຫຼວດສິນທຳທີ່ບັງຄັບໃຊ້ກົດໝາຍຂອງປະເທດໃຫ້ໃສ່ຜ້າຄຸມໜ້ານັ້ນ ກັບຄືນໄປສູ່ຖະໜົນຫົນທາງອີກ.

ການປາກົດຕົວຂອງຕໍາຫລວດສິນທໍາໄດ້ຢຸດລົງຢ່າງຫຼວງຫລາຍ ຫຼັງຈາກການ ປະທ້ວງຕໍ່ຕ້ານລັດຖະບານໃນທົ່ວປະເທດ ທີ່ເກີດມາຈາກການເສຍຊີວິດຂອງ ນາງມາຊາ ອາມີນີ ອາຍຸ 22 ປີໃນປີກາຍນີ້ ຢູ່ໃນການຄຸມຂັງຂອງຕໍາຫຼວດ. ນາງອາມີນີຖືກຈັບກຸມໂດຍຕໍາຫຼວດສິນລະທໍາຂອງອີຣ່ານ ທີ່ກ່າວຫານາງວ່າໃສ່ຜ້າຫົວຂອງນາງແບບຫລວມເກີນໄປ​.

ເຖິງແມ່ນວ່າ ການປະທ້ວງຕາມຖະຫນົນໄດ້ຫຼຸດລົງແລ້ວກໍຕາມ ແຕ່ວ່າ ແມ່ຍິງ ຫຼາຍຄົນໃນອີຣ່ານໄດ້ຄັດຄ້ານ ຂໍ້ບັງຄັບໃຫ້ໃສ່ຜ້າປົກຫົວ ຫລື hijab ນັບຕັ້ງ ແຕ່ມີການເສຍຊີວິດຂອງນາງອາມີນີ.

ທ່ານຊາອີດ ມອນທາເຊີ ອາ-ມາດີ (Saeed Montazer al-Mahdi) ໂຄ ສົກຂອງອົງການບັງຄັບໃຊ້ກົດຫມາຍຂອງສາທາລະນະລັດອິສລາມຂອງອີຣ່ານ, ຫຼື FARAJA ກ່າວໃນວັນອາທິດວານນີ້ວ່າ ການເຄື່ອນໄຫວເພື່ອເຮັດໃຫ້ຕໍາ ຫຼວດສິນທໍາກັບຄືນມາສູ່ຖະໜົນແມ່ນເພື່ອຕອບສະຫນອງ "ຄວາມຮຽກຮ້ອງຕ້ອງ ການຂອງປະຊາຊົນ, ຄໍາຮ້ອງຂໍຂອງກຸ່ມສັງຄົມ ແລະສະຖາບັນຫລາຍແຫ່ງ, ແລະ ການເນັ້ນໜັກຈາກປະທານາທິບໍດີ ແລະອົງການຕຸລາການ.”

XS
SM
MD
LG