ລັດຖະມົນຕີການຕ່າງປະເທດອີຣ່ານ ທ່ານໂມຮາເມດ ຈາວາດ ຊາຣິຟ, ຜູ້ກໍ່ຕັ້ງໂຄງ
ສ້າງຂອງຂໍ້ຕົກລົງນິວເຄລຍ ກັບບັນດາ 6 ປະເທດ ມະຫາອຳນາດໃນໂລກ, ທີ່ບໍ່ໄດ້
ຄາດໝາຍທີ່ຈະປະກາດການລາອອກຂອງທ່ານ ໂດຍກ່າວວ່າ ທ່ານ ແມ່ນເສຍໃຈ ຕໍ່
“ການບໍ່ສາມາດທີ່ຈະສືບຕໍ່ປະຕິບັດໜ້າທີ່ໄດ້.”
“ຂໍຂອບໃຈຫຼາຍໆ ມາຍັງຄວາມຈິງໃຈຂອງປະຊາຊົນອັນເປັນທີ່ຮັກແລະອົງອາດ
ກ້າຫານຂອງຊາວອີຣ່ານ ແລະຄວາມມີອຳນາດໃນຮອບ 67 ເດືອນຜ່ານມານີ້.
ຂ້າພະເຈົ້າຕ້ອງຂໍອະໄພຢ່າງເລິກຊຶ້ງ ສຳລັບຄວາມບໍ່ສາມາດທີ່ຈະສີຕໍ່ຮັບໃຊ້ແລະ
ການຂາດຕົກບົກຜ່ອງ ໃນການຮັບໃຊ້ນີ້,” ຊຶ່ງທ່ານຊາຣິຟ ໄດ້ຂຽນລົງໃນອິນສເຕີຣ໌
ກຣາມ.
ທ່ານຫວັງໃຫ້ຊາວອີຣ່ານ “ມີຄວາມສຸກແລະຄຸ້ມຄ່າ.”
ທ່ານຊາຣິຟ ບໍ່ໄດ້ໃຫ້ເຫດຜົນໃດໆ ໃນການລາອອກນີ້ ແລະຍັງບໍ່ທັນມີການເອົາບາດ
ກ້າວໃດໆ ຈາກປະທານາທິບໍດີ ຮັສຊານ ຣູຫານີ.
ແຕ່ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ຂຽນລົງ
ໃນທວິດເຕີຣ໌ວ່າ ສະຫະລັດ ແມ່ນລໍຖາເບິ່ງ ຖ້າຫາກວ່າ ການລາອອກຂອງທ່ານຊາຣິຟ
ແມ່ນ “ຍັງຄົງໝັ້ນ.”