ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການພະລັງງານປະລະມານູສາກົນ ຫຼື IAEA ລາຍງານວ່າ ການສະສົມທາດຢູເຣນຽມທີ່ກັ່ນຕອງເປັນຢ່າງສູງຂອງອີຣ່ານ ໄດ້ເພີ້ມຂຶ້ນ


ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ທ່ານ ຣາຟາເອລ ກຣອສຊີ ກ່າວ​ຕໍ່​ສື່​ມວນ​ຊົນ​ເມື່ອ​ກັບ​ຄືນ​ຈາກ​ການ​ຢ້ຽມ​ຢາມ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ຂອງ​ອີ​ຣ່ານ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 7 ພຶດສະພາ 2024 ທີ່​ສະ​ໜາມ​ບິນ​ວຽນ​ນາ ໃນ​ນະ​ຄອນ​ວຽນ​ນາ ປະ​ເທດ​ອອສ​ເຕຣຍ.
ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ທ່ານ ຣາຟາເອລ ກຣອສຊີ ກ່າວ​ຕໍ່​ສື່​ມວນ​ຊົນ​ເມື່ອ​ກັບ​ຄືນ​ຈາກ​ການ​ຢ້ຽມ​ຢາມ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ຂອງ​ອີ​ຣ່ານ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 7 ພຶດສະພາ 2024 ທີ່​ສະ​ໜາມ​ບິນ​ວຽນ​ນາ ໃນ​ນະ​ຄອນ​ວຽນ​ນາ ປະ​ເທດ​ອອສ​ເຕຣຍ.

ອົງການ​ເຝົ້າ​ລະວັງ​ດ້ານ​ນິວ​ເຄລຍຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ອີຣ່ານ​ໄດ້​ສະສົມ​ທາດ​ຢູ​ເຣນຽມ​ທີ່​ກັ່ນຕ້ອງເປັນ​ຢ່າງສູງ ​ຫຼາຍຂຶ້ນ ກວ່າເກົ່າ ​ໂດຍ​ໄດ້​ເພີ່ມ​ຄັງ​ສະ​ສົມ​ຂອງ​ຕົນ​ຂຶ້ນ​ສູ່​ລະດັບ​ໃກ້​ກັບ​ລະດັບ​ອາ​ວຸດ.

ບົດ​ລາຍ​ງານ​ທີ່​ເຫັນ​ໂດຍອົງການ​ຂ່າວ AP ກ່າວ​ວ່າ ການ​ສະໜອງ​ທາດ​ຢູ​ເຣນຽມ​ທີ່​ກັ່ນແລ້ວ​ຂອງ​ອີຣ່ານ​ມີຈຳນວນຫຼາຍກວ່າ 30 ​ເທົ່າ ຂອງ​ຈຳນວນ​ທີ່​ໄດ້​ຕົກລົງໄວ້ ​ໃນ​ຂໍ້ຕົກລົງ​ປີ 2015 ລະຫວ່າງ​ເຕ​ຫະຣ່ານ ​ແລະ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໂລກ​ ເພື່ອ​ຈຳກັດ​ໂຄງການ​ນິວ​ເຄຼຍຂອງ​ອີຣ່ານ.

ຄັງ​ເກັບ​ທາດ​ຢູ​ເຣນຽມ​ທີ່​ກັ່ນແລ້ວ​ຂອງ​ອີຣ່ານມີ​ຫຼາຍ​ກວ່າ 6,201.3 ກິ​ໂລ​ກຣາມ ຫຼື 13,671.5 ພາວ ​ເພີ່ມ​ຂຶ້ນ 675.8 ກິ​ໂລ​ກຣາມ ຫຼື 1,489.8 ພາວ ນັບ​ຕັ້ງ​ແຕ່​ບົດລາຍງານຫຼ້າສຸດໃນເດືອນກຸມພາທີ່ຜ່ານມາ ຂອງອົງການ​ພະລັງງານ​ປະລະມານູ​ສາກົນ ຫຼື IAEA​.

ທ່ານ ຣາຟາເອລ ກຣອສຊີ (Rafael Grossi), ຜູ້​ອຳ​ນວຍ​ການ IAEA ແລະ​ຫົວ​ໜ້າອົງການ​ເຝົ້າ​ລະ​ວັງ​ນິວ​ເຄ​ລຍຂອງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ເຕືອນ​ເມື່ອ​ເດືອນ​ແລ້ວ​ນີ້​ວ່າ ອີ​ຣ່ານ ມີ​ທາດ​ຢູ​ເຣນຽມ​ທີ່​ກັ່ນຕອງ​ສູງ ​ພຽງ​ພໍ​ສຳ​ລັບ​ລະ​ເບີດ​ນິວ​ເຄ​ລຍ “ຫຼາຍ​ລູກ” ຖ້າ​ຫາກ​ເລືອກ​ທີ່​ຈະ​ສ້າງ​ມັນຂຶ້ນມາ.

"ລະດັບການກວດກາ [ໃນອີຣ່ານ] ບໍ່ໄດ້ຢູ່ໃນລະດັບທີ່ພວກເຮົາຄວນຈະມີ," ທ່ານບອກກັບໂທ​ລະ​ພາບ Sky News ໃນເດືອນເມສາ.

ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ ໄດ້​ຂົ່ມຂູ່​ວ່າ​ພວກ​ເຂົາ​ເຈົ້າ​ສາ​ມາດດຳເນີນການຜະ​ລິດ​ອາ​ວຸດ​ປະ​ລະ​ມາ​ນູ. ອີຣ່ານ​ ໄດ້​ກ່າວ​ວ່າໂຄງການ​ນິວ​ເຄລຍຂອງ​ຕົນ​ແມ່ນ​ສະ​ຫງົບ​ສຸກ.

ສະຫະ​ປະຊາ​ຊາດ ​ແລະ ອີຣ່ານ ຍັງ​ບໍ່ໄດ້ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ຂໍ້​ຕົກລົງ​ປີ 2023 ກ່ຽວ​ກັບ​ການ​ຂະຫຍາຍ​ການ​ກວດກາ​ໂຄງການ​ນິວ​ເຄຼຍຂອງ​ສາທາລະນະ​ລັດ​ອິສ​ລາມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG