ອີຣ່ານປາກົດວ່າ ພວມຂະຫຍາຍການມີໜ້າ ທາງດ້ານອິນເຕີແນັດຫຼືໄຊເບີ້ຂອງຕົນ
ໂດຍລັກເອົາຂໍ້ມູນທີ່ຈະອຳນວຍໃຫ້ການສອດແນມທາງອິນເຕີແນັດຂອງຕົນ ສາມາດ
ສິ້ງຊອມ ແລະຕິດຕາມເບິ່ງ ເຈົ້າໜ້າທີ່ການເມືອງ ແລະທຸລະກົດຄົນສຳຄັນໆ ຮວມທັງ
ຈຳນວນນຶ່ງຢູ່ໃນສະຫະລັດ.
ລາຍງານສະບັບໃໝ່ ຂອງອົງການສືບລັບສະຫະລັດ ທີ່ນຳອອກເຜີຍແຜ່ໃນວັນອັງຄານ
ວານນີ້ເຕືອນວ່າ ພວກໂຈມຕີທາງອິນເຕີແນັດອີຣ່ານ “ກຳລັງແນເປົ້າໝາຍໃສ່ບັນດາ
ເຈົ້າໜ້າທີ່ລັດຖະບານສະຫະລັດ ບັນດາອົງການຈັດຕັ້ງລັດຖະບານ ແລະບໍລິສັດຕ່າງໆ
ເພື່ອລັກຂະໂມຍເອົາຄວາມລັບ ແລະວາງແຜນປະຕິບັດງານໂຈມຕີທາງໄຊເບີ້ໃນອະ
ນາຄົດ.”
ລາຍງານການຊັງຊາເບິ່ງໄພຂົ່ມຂູ່ໃນທົ່ວໂລກສະບັບຫລ້າສຸດ ຍັງກ່າວວ່າເຕຫະຣ່ານ
ໄດ້ກະກຽມການໃຊ້ຂໍ້ມູນດັ່ງກ່າວ ເພື່ອທຳການໂຈມຕີທາງໄຊເບີ້ຕໍ່ຕ້ານສະຫະລັດ ແລະ
ບັນດາພັນທະມິດ ເຖິງແມ່ນບໍ່ໄດ້ກ່າວເຖິງໄພຂົ່ມຂູ່ທີ່ສະເພາະເຈາະຈົງກໍຕາມ.
ຄວາມຢ້ານກົວກ່ຽວກັບຄວາມສາມາດທີ່ມີເພີ້ມຂຶ້ນທາງດ້ານອິນເຕີແນັດ ຂອງອີຣ່ານ
ບໍ່ແມ່ນເລື້ອງໃໝ່ ແຕ່ການຊັ່ງຊາເທື່ອຫຼ້າສຸດຈາກປະຊາຄົມສືບລັບສະຫະລັດ ແມ່ນ
ໄດ້ສະທ້ອນໃຫ້ເຫັນເຖິງຄວາມເປັນຫ່ວງ ໂດຍອົງການຄວາມປອດໄພອິນເຕີແນັດ
ເອກກະຊົນ ທີ່ໄດ້ຊີ້ໃຫ້ເຫັນເຖິງການໂຈມຕີເພີ້ມຂຶ້ນທີ່ເຊື່ອມໂຍງກັບ ພວກໂຈມຕີເຈາະ
ຂໍ້ມູນອີຣ໋ານ ທີ່ແນເປົ້າໝາຍໃສ່ບ່ອນເກັບຮັກສາຂໍ້ມູນສ່ວນໂຕ.
ຍານາງຄຣິສຕີນາ ຄິຕເນີ ນັກວິເຄາະອະວຸໂສກັບຟາຍຣ໌ອາຍສ໌ ກ່າວວ່າ “ເຂົາເຈົ້າກຳ
ລັງແນໃສ່ຫຼາຍອົງການໂທລະຄົມມະນາຄົມ ແລະອົງການຂໍ້ມູນເທັກໂນໂລຈີ ແລະ
ຊອກຫາ ສາງຂໍ້ມູນຂະໜາດໃຫຍ່ ທີ່ເກັບຮັກສາ ຂໍ້ມູນສ່ວນໂຕຫລື PII ນັ້ນ.”
ຍານາງກ່າວວ່າ “ເວລາໃດເຂົ້າໄປຢູ່ໃນລະບົບແລ້ວ ເຂົາເຈົ້າກໍຈະຊອກຫາລາຍຊື່ໂທ
ລະສັບ ແລະບັນທຶກພະນັກງານ ແລະສາຍການບິນຕ່າງໆ.”
ຢູ່ໃນການໂຈມຕີເທື່ອນຶ່ງນັ້ນ ພວກເຈາະຂໍ້ມູນອີຣ໋ານ ໄດ້ຊອກຫາບັດສິນເຊື່ອວີຊາ ແລະ
ຂໍ້ມູນໜັງສືຜ່ານແດນ ຊອກຫາຜ່ານບັນທຶກການຕີຂໍ້ຄວາມໃສ່ ເພື່ອພະຍາຍາມຊອກ
ເອົາຂໍ້ມູນນັ້ນ.