ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານໄດ້ເພີ່ມທະວີການປາບປາມ ຕໍ່ການປະທ້ວງ ທີ່ເກີດຈາກການ ເສຍຊີວິດຂອງຍິງ​ສາວ​ຄົນ​ນຶ່ງ


ພວກ​ປະ​ທ້ວງ​ພາ​ກັນ​ລົງ​ໄປ​ສູ່​ຖະ​ໜົນ​ຫົນ​ທາງຂອງ​ເມືອງ Sanandaj, ເມືອງ​ຫລວງ​ຂອງ​ແຂວງ Kurdistan ໃນ​ອີ​ຣ່ານ​ນັບ​ຕັ້ງ​ແຕ່​ວັນ​ທີ 28 ກັນ​ຍາ, 2022, ພາຍ​ຫລັງ​ການ​ເສຍ​ຊີ​ວິດຂອງ​ນາງ Mahsa Amini ຂະ​ນະ​ທີ່​ຢູ່ໃນ​ການຄຸມ​ຂັງ​ຂອງ​ຕຳ​ຫລວດ (ພາບ​ຖ່າຍ​ອອກ​ມາຈາກວີ​ດິ​ໂອ UGC).
ພວກ​ປະ​ທ້ວງ​ພາ​ກັນ​ລົງ​ໄປ​ສູ່​ຖະ​ໜົນ​ຫົນ​ທາງຂອງ​ເມືອງ Sanandaj, ເມືອງ​ຫລວງ​ຂອງ​ແຂວງ Kurdistan ໃນ​ອີ​ຣ່ານ​ນັບ​ຕັ້ງ​ແຕ່​ວັນ​ທີ 28 ກັນ​ຍາ, 2022, ພາຍ​ຫລັງ​ການ​ເສຍ​ຊີ​ວິດຂອງ​ນາງ Mahsa Amini ຂະ​ນະ​ທີ່​ຢູ່ໃນ​ການຄຸມ​ຂັງ​ຂອງ​ຕຳ​ຫລວດ (ພາບ​ຖ່າຍ​ອອກ​ມາຈາກວີ​ດິ​ໂອ UGC).

ອີຣ່ານໄດ້ເພີ່ມທະວີການປາບປາມໃນວັນອັງຄານວານນີ້ ຕໍ່​ການປະທ້ວງ ທີ່ເກີດຈາກການເສຍຊີວິດຂອງແມ່ຍິງອາຍຸ 22 ປີຄົນນຶ່ງທີ່ເຈົ້າໜ້າທີ່ກ່າວວ່າ ໄດ້ຖືກກັກຂັງໂດຍຕຳຫຼວດສິນທຳ ຍ້ອນບໍ່ໃສ່ຜ້າ​ປົກ​ຫົວ ຫລື hijab ເພື່ອປົກຜົມຂອງລາວຢ່າງຖືກຕ້ອງ.

ສື່​ສັງ​ຄົມໄດ້​ສະ​ແດງ​ໃຫ້​ເຫັນວ່າ ​ເຈົ້າ​ໜ້າ​ທີ່​ໄດ້​ສົ່ງ​ລົດ​ຖັງ​ໄປ​ເຂດ​ຊາວ​ເຄີ​ດ ​ເພື່ອ​ສະກັດ​ກັ້ນ​ຄວາມ​ວຸ້ນ​ວາຍ ຢູ່​ໃຈກາງ​ຂອງ​ການ​ເດີນ​ຂະ​ບວນປະ​ທ້ວງ.

ຕຳຫຼວດ​ປາບ​ປາມ​ການ​ຈະ​ລາ​ຈົນ ​ໄດ້​ຍິງ​ເຂົ້າ​ໄປ​ໃນ​ຄຸ້ມ​ນຶ່ງ​ ໃນ​ເມືອງ​ຊາ​ນານ​ດາຍ, ເມືອງ​ຫລວງ​ຂອງ​ແຂວງເຄີ​ດິ​ສ​ຕານ​ອີ​ຣ່ານ, ຫ່າງ​ຈາກ​ນະ​ຄອນ​ຫຼວງເຕ່​ຫະ​ຣ່ານ ໄປທາງ​ທິດ​ຕາ​ເວັນ​ຕົກ 400 ກິ​ໂລ​ແມັດ. ກຸ່ມ​ຊາວ​ເຄີ​ດ​ກຸ່ມ​ນຶ່ງ​ທີ່​ເອີ້ນ​ວ່າ ອົງການເຮນ​ກໍ ເພື່ອ​ສິດທິ​ມະນຸດໄດ້​ເຜີຍ​ແຜ່​ວີ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນ​ຖະໜົນ​ຫົນທາງ​ທີ່​ມືດ​ມົວ ​ໂດຍ​ມີ​ການ​ຍິງ​ປືນປາ​ກົດ​ອອກ​ມາ​ ແລະ​ມີ​ໄຟ​ລຸກ​ໄໝ້.

ການ​ປະ​ທ້ວງ​ຍັງ​ດຳ​ເນີນ​ໄປ​ຢູ່​ແຫ່ງ​ອື່ນໆ​ ຂອງ​ອີ​ຣ່ານ ເຊັ່ນ​ກັນ ໂດຍ​ວິ​ດີ​ໂອສະ​ແດງ​ອອກ​ໃນ​ວັນ​ຈັນ​ຜ່ານ​ມາ​ ໃນ​ນະ​ຄອນຫຼວງ​ເຕ​ຫະ​ຣ່ານ, ສະ​ແດງ​ໃຫ້​ເຫັນວ່າ​ພວກ​ແມ່​ຍິງ​ແລະ ​ເດັກ​ຍິງ​ບາງ​ຄົນ​ຍ່າງ​ຜ່ານ​ຖະ​ໜົນ​ຫົນ​ທາງ​ໂດຍ​ບໍ່ໃສ່ຜ້າ​ປົກ​ຫົວ.

ພາບ​ນິ້ງ​ທີ່​ຖ່າຍ​ຈາກວີ​ດິ​ໂອ UGC video ທີ່​ມີ​ຢູ່​ໃນ ESN platform ໃນ​ວັນ​ທີ 10 ຕຸ​ລາ, 2022 ສະ​ແດງ​ໃຫ້​ເຫັນ​ວ່າ ນັກ​ສຶກ​ສາ​ອີ​ຣ່ານຮ້ອງ​ຄຳ​ຂວັນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Amirkabir University of Technology ຂອງ​ເຕ​ຫະ​ຣ່ານ. (Anonymous / ESN via AFP)
ພາບ​ນິ້ງ​ທີ່​ຖ່າຍ​ຈາກວີ​ດິ​ໂອ UGC video ທີ່​ມີ​ຢູ່​ໃນ ESN platform ໃນ​ວັນ​ທີ 10 ຕຸ​ລາ, 2022 ສະ​ແດງ​ໃຫ້​ເຫັນ​ວ່າ ນັກ​ສຶກ​ສາ​ອີ​ຣ່ານຮ້ອງ​ຄຳ​ຂວັນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Amirkabir University of Technology ຂອງ​ເຕ​ຫະ​ຣ່ານ. (Anonymous / ESN via AFP)

ການປະທ້ວງຕໍ່ຕ້ານການເສຍຊີວິດຂອງນາງ​ມາ​ຊາ ອາ​ມີ​ນີ ໃນປັດຈຸບັນຢູ່ໃນອາທິດ ທີ່ສີ່​ແລ້ວ ຊຶ່ງໄດ້​ສະ​ແດງສິ່ງທ້າທາຍທີ່ໃຫຍ່ທີ່ສຸດອັນ​ນຶ່ງ ຕໍ່ລັດທິປົກ​ຄອງທີ່​ຖື​ພະ​ເຈົ້າ​ເປັນ​ຫລັກຂອງອີຣ່ານ ນັບຕັ້ງແຕ່ມີການປະທ້ວງຂອງການເຄື່ອນໄຫວສີຂຽວໃນ​ປີ 2009 ເປັນ​ຕົ້ນ​ມາ. ພະນັກງານນໍ້າມັນບາງຄົນ ໃນວັນຈັນຜ່ານ​ມານີ້ ໄດ້ເຂົ້າຮ່ວມ ການປະທ້ວງຢູ່ທີ່ໂຮງງານກັ່ນນ້ໍາມັນທີ່ສໍາຄັນສອງ​ແຫ່ງ, ຊຶ່ງ​ເປັນຄັ້ງທໍາອິດທີ່ເຊື່ອມຕໍ່ ອຸດສາຫະກໍາທີ່ເປັນກຸນແຈສໍາຄັນຕໍ່ລັດທິປົກ​ຄອງທີ່​ຖື​ພະ​ເຈົ້າ​ເປັນ​ຫລັກໃສ່ ກັບຄວາມ ວຸ້ນ​ວາຍ.

​ນາງ​ອາ​ມີ​ນີ ແມ່ນຊາວເຄີດ ແລະການເດີນຂະບວນປະທ້ວງຕໍ່ຕ້ານການເສຍຊີວິດ ຂອງນາງໄດ້ເລີ່ມຕົ້ນໃນຂົງ​ເຂດ​ຊາວ​ເຄີດຂອງອີຣ່ານໃນວັນທີ 17 ກັນຍາໃນງານສົບ ຂອງນາງຢູ່ທີ່ນັ້ນ, ຫຼັງຈາກການເສຍຊີວິດຂອງນາງໃນມື້ກ່ອນນັ້ນ.

ອົງການນິລະໂທດກຳສາກົນ ໄດ້ຕຳໜິຕິຕຽນກຳລັງຮັກ​ສາຄວາມສະ​ຫງົບຂອງອີຣ່ານ ວ່າ “ໃຊ້ອາວຸດປືນ ແລະຍິງແກັສນ້ຳຕາ ຢ່າງບໍ່ຈຳແນກ, ລວມທັງເຂົ້າໄປໃນເຮືອນ ປະຊາຊົນ.” ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ ​ໃນ​ທົ່ວ​ໂລກ​ກົດ​ດັນ​ໃຫ້​ອີຣ່ານຍຸຕິ​ການ​ປາບ​ປາມ. ເຕ​ຫະ​ຣ່ານ ຍັງສືບຕໍ່ລົບກວນເຄືອຂ່າຍອິນເຕີແນັດ ແລະໂທລະສັບມືຖື "ເພື່ອປິດບັງອາດຊະຍາກໍາຂອງພວກເຂົາ," ນັ້ນ​ຄື​ຄຳ​ເວົ້າ​ຂອງ ອົງການນິລະໂທດກຳ.

ອີຣ່ານ ບໍ່ໄດ້ຮັບຮູ້ການປາບປາມຄັ້ງໃໝ່ທີ່ເມືອງຊາ​ນານ​ດາຍ ແຕ່ກະຊວງການຕ່າງ ປະເທດອີຣ່ານ ໄດ້ຮຽກຕົວເອກອັກຄະລັດຖະທູດອັງກິດໄປ​ພົບ ຫລັງຈາກອັງກິດ ໄດ້ລົງໂທດບັນດາສະມາຊິກຂອງຕຳຫຼວດດ້ານ​ສິນທຳ ແລະເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງຂອງອີຣ່ານ ທີ່ພົວພັນກັບການປາບປາມດັ່ງ​ກ່າວນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG