ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການ ກອງທັບ ສຫລ ໃນພາກຕາເວັນອອກກາງ ກ່າວວ່າ ອີຣ່ານ ແລະຣັດເຊຍ ຕ່າງ​ກໍ​ຊ່ວງຊີງ ເອົາອິດທິພົນ ໃນອັຟການິສຖານ


ຫີບລູກປືນ ທີ່​ເຫັນຢູ່ໃນເຮືອບິນ ຂອງຣັດເຊຍ ຢູ່ສະໜາມບິນສາກົນ ຂອງນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 24 ກຸມພາ 2016.
ຫີບລູກປືນ ທີ່​ເຫັນຢູ່ໃນເຮືອບິນ ຂອງຣັດເຊຍ ຢູ່ສະໜາມບິນສາກົນ ຂອງນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 24 ກຸມພາ 2016.

ຣັດເຊຍ ສືບຕໍ່ຊ່ວງຊີງເພື່ອໃຫ້ມີອິດທິພົນ ຢູ່ໃນອັຟການິສຖານ ບ່ອນທີ່ນານາຊາດ
ກຳລັງດຳເນີນຄວາມພະຍາຍາມໃຫ້ມີການສ້າງຄວາມປອງດອງຊາດ ຢູ່ນັ້ນ ໃນຂະນະ
ທີ່ ອີຣ່ານ ກໍມີບົດບາດ ໃນການຊ່ອຍເຫຼືອທັງສອງຝ່າຍ ທີ່ຂັດແຍ້ງກັນ ອີງຕາມ ເຈົ້າ
ໜ້າທີ່ ຂັ້ນສູງຂອງກອງທັບສະຫະລັດ.

ຜູ້ບັນຊາການ ກອງທັບສະຫະລັດໃນພາກຕາເວັນອອກກາງ ຫຼື CENTCOM ນາຍພົນ
ໂຈເສັບ ໂວແທລ ບອກວີໂອເອ ວ່າ ມົສກູ ກຽມທ່າຈະເປັນ “ຜູ້ມີບົດບາດ ໃນການແກ້
ໄຂບັນຫາ”
ຕໍ່ການຂັດແຍ້ງທີ່ແກ່ຍາວມາໄດ້ ຫຼາຍທົດສະວັດ.

ຜູ້ບັນຊາການ ກອງທັບສະຫະລັດໃນພາກຕາເວັນອອກກາງ ຫຼື CENTCOM ນາຍພົນ ໂຈເສັບ ໂວແທລ ກ່າວທີ່ກອງປະຊຸມຖະແຫລງຂ່າວທີ່ທຳນຽບຫ້າແຈ, ວັນທີ 11 ເມສາ 2017.
ຜູ້ບັນຊາການ ກອງທັບສະຫະລັດໃນພາກຕາເວັນອອກກາງ ຫຼື CENTCOM ນາຍພົນ ໂຈເສັບ ໂວແທລ ກ່າວທີ່ກອງປະຊຸມຖະແຫລງຂ່າວທີ່ທຳນຽບຫ້າແຈ, ວັນທີ 11 ເມສາ 2017.


ນາຍພົນ ໂວແທລ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ສິ່ງທີ່ຣັດເຊຍ ກຳລັງພະຍາຍາມ
ເຮັດ ກໍແມ່ນວ່າ ພວກເຂົ້າເຈົ້າ ສະແຫວງຫາຍຸດທະສາດ ຊຶ່ງຈະແຂ່ງຂັນກັບພວກ
ເຮົາ ໂດຍພະຍາຍາມທີ່ຈະໃຊ້ອິດທິພົນຂອງພວກເຂົາເຈົ້າ ໃນທຸກຫົນແຫ່ງທີ່ສາ
ມາດເຮັດໄດ້ ບໍ່ວ່າຈະຢູ່ໃນອັຟການິສຖານ ຫຼື ຊີເຣຍ ຫຼື ແຫ່ງອື່ນໆໃນໂລກ.”

ຜູ້ບັນຊາການ CENTCOM ໄດ້ເນັ້ນໜັກວ່າ “ພວກເຂົາເຈົ້າ ສືບຕໍ່ນຳໃຊ້ຂໍ້ມູນບິດ
ເບືອນ ເພື່ອສ້າງເລື້ອງທີ່ພວກເຂົາຕ້ອງການ. ພວກເຂົາເຈົ້າສືບຕໍ່ສ້າງ ແນວຄິດ
ອັນນີ້ທີ່ບໍ່ເພິ່ງປາຖະໜາ ບໍ່ພຽງແຕ່ຢູ່ໃນອັຟການິຖານ ແຕ່ຢູ່ໃນອີຣັກ ແລະ ຊີເຣຍ
ນຳດ້ວຍ ທີ່ວ່າ ສະຫະລັດ ເປັນຜູ້ທີ່ຮັບຜິດຊອບ ໃນການໃຫ້ການສະໜັບສະໜູນ
ແລະ ເສີມຂະຫຍາຍ ກຸ່ມລັດອິສລາມ.”

ນາຍພົນ ໂວແທລ ໄດ້ກ່າວວ່າ ຄວາມຄິດທີ່ວ່າ ສະຫະລັດ ໃນວິທີໃດນຶ່ງ ສົ່ງເສີມ ກຸ່ມ
ກໍ່ການຮ້າຍລັດອິສລາມ ທີ່ເອີ້ນຫຍໍ້ວ່າ ISIS ນັ້ນ ແມ່ນ “ເປັນຕາຢາກຫົວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG