ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນໍາສູງສຸດ ຂອງອີຣ່ານ ບອກໃຫ້ ປ. ຮາຣູນີ ແກ້ໄຂບັນຫາ ເສດຖະກິດ ໂດຍດ່ວນ


ທ່ານ ອາຢາໂຕລລາ ອາລີ ຄາເມນີ (ຊ້າຍສຸດ) ຜູ້ນໍາສູງສຸດຂອງອີຣ່ານປະຊຸມກັບປະທານາທິບໍດີຣູຮານີ (ທີ 2 ຈາກຊ້າຍ) ແລະຄະນະລັດຖະບານ ໃນວັນພຸດ ທີ 29 ສິງຫາ 2018.
ທ່ານ ອາຢາໂຕລລາ ອາລີ ຄາເມນີ (ຊ້າຍສຸດ) ຜູ້ນໍາສູງສຸດຂອງອີຣ່ານປະຊຸມກັບປະທານາທິບໍດີຣູຮານີ (ທີ 2 ຈາກຊ້າຍ) ແລະຄະນະລັດຖະບານ ໃນວັນພຸດ ທີ 29 ສິງຫາ 2018.

ຜູ້ນໍາສູງສຸດຂອງອີຣ່ານ ບອກປະທານາທິບໍດີ ແລະຄະນະລັດຖະບານຂອງປະເທດ
ນັ້ນວ່າ ໃຫ້ເຮັດວຽກ "ຕະຫລອດເວັນ ຕະຫລອດຄືນ" ເພື່ອແກ້ໄຂບັນຫາເສດຖະກິດ
ທີ່ເຮັດໃຫ້ປະທານາທິບໍດີ ຮາສຊານ ຣູຮານີ ມີຄວາມກົດດັນທາງການເມືອງຢ່າງບໍ່
ເຄີຍມີມາກ່ອນ.

ທ່ານ ອາຢາໂຕລລາ ອາລີ ຄາເມນີ (Ayatollah Ali Khamenei) ຜູ້ນໍາສູງສຸດຂອງ
ອີຣ່ານ ໄດ້ອອກຄໍາສັ່ງແນະນໍາໃນຢູ່ກອງປະຊຸມກັບປະທານາທິບໍດີຣູຮານີ ແລະຄະນະ
ລັດຖະບານ ໃນວັນພຸດວານນີ້, ອີງຕາມເວັບໄຊຂອງທ່ານຄາເມນີ. ເວັບໄຊດັ່ງກ່າວ
ໄດ້ຂຽນຄໍາເວົ້າຂອງທ່ານລົງວ່າ "ເຈົ້າໜ້າທີ່ (ດ້ານເສດ ຖະກິດ) ຈະຕ້ອງໄດ້ເຮັດວຽກ
… ຢ່າງບໍ່ຮູ້ອິດ ຮູ້ເມື່ອຍຕະຫຼອດເວັນ ຕະຫຼອດຄືນ ທີ່ສອດຄ່ອງກັບນະໂຍບາຍທາງ
ເສດຖະກິດ ທີ່ມີຄວາມທົນທານ ທີ່ສົ່ງຜົນເຮັດໃຫ້ການຜະລິດຢູ່ ພາຍໃນປະເທດ ມີ
ຄວາມເຂັ້ມແຂງຂຶ້ນ."

ສະກຸນເງິນຂອງອີຣ່ານ ໄດ້ຕົກລາຄາຢ່າງເປັນປະຫວັດການ ເມື່ອທຽບໃສ່ເງິນໂດລາ
ໃນເດືອນແລ້ວນີ້ ໃນຂະນະທີ່ປະເທດດັ່ງກ່າວປະເຊີນກັບສະພາບການລົງໂທດທາງ
ການເງິນຂອງສະຫະລັດຄືນອີກ ທີ່ເລີ້ມມີຜົນບັງຄັບໃຊ້ໃນວັນທີ 7 ສິງຫາທີ່ຜ່ານມານັ້ນ.
ປະຊາຊົນອີຣ່ານ ໄດ້ພາກັນເດີນຂະບວນປະທ້ວງຫລາຍຄັ້ງ ຢູ່ທົ່ວປະເທດໃນປີນີ້ ເພື່ອ
ປະນາມພວກເຈົ້າໜ້າທີ່ລັດຖະບານ ແລະຜູ້ນໍາທາງທຸລະກິດ ທີ່ພວກເຂົາເຈົ້າເຫັນວ່າ
ພວກກ່ຽວເປັນຜູ້ຮັບຜິດຊອບຕໍ່ໄພເງິນເຟີ້ ແລະການຫວ່າງງານສູງ, ການຂາດແຄນນໍ້າ
ໃຊ້ ແລະການກົດຂີ່ທາງດ້ານສິດທິມະນຸດ.

ທ່ານຣູຮານີ ໄດ້ຖືກພວກສະມາຊິກສະພາສອບຖາມ ກ່ຽວກັບການຮັບມືກັບບັນຫາທາງ
ເສດຖະກິດຂອງຄະນະລັດຖະບານຂອງທ່ານ ໃນຂະນະທີ່ທ່ານໄດ້ໄປປາກົດຕົວຢູ່ລັດ
ຖະສະພາໃນວັນອັງຄານຜ່ານມາ. ມັນເປັນຄັ້ງທໍາອິດໃນການດໍາລົງຕໍາແໜ່ງຂອງທ່ານ
ຣູຮານີ ມາເປັນເວລາ 5 ປີ ທີ່ພວກສະມາຊິກສະພາໄດ້ຮຽກຕົວທ່ານໄປທໍາການສອບ
ຖາມເຊັ່ນນັ້ນ ແລະພວກເພິ່ນກໍໄດ້ລົງຄະແນນສຽງ ເພື່ອປະຕິເສດບໍ່ຮັບເອົາຄໍາຕອບ
ຕ່າງໆ ຂອງທ່ານຕໍ່ບັນຫາ 4 ຂໍ້ ໃນທັງໝົດ 5 ຂໍ້ ທີ່ພວກເພິ່ນຍົກຂຶ້ນມາຖາມ.

ລາຍງານຈາກອົງການຂ່າວຂອງລັດຖະບານອີຣ່ານ ໃນວັນພຸດວານນີ້ ເວົ້າວ່າ ລັດຖະ
ສະພາໄດ້ເລີ້ມຂັ້ນຕອນ ທີ່ຈະປົດລັດຖະມົນຕີກະຊວງສຶກສາຂອງທ່ານ, ກໍຄື ທ່ານໂມ
ຮໍາມາດ ບາເທ (Mohammad Bathai) ອອກຈາກຕໍາແໜ່ງ ຊຶ່ງເປັນການເພີ້ມຄວາມ
ກົດດັນຕໍ່ທ່ານຣູຮານີອີກ. ພວກສະມາຊິກສະພາໄດ້ພາກັນ ປົດລັດຖະມົນຕີກະຊວງ
ແຮງງານ ແລະກະຊວງເສດຖະກິດຂອງທ່ານຣູຮານີ ໃນຕົ້ນເດືອນນີ້. ລາຍງານຂອງ
ອົງການຂ່າວເມີ (Mehr) ຂອງອີຣ່ານ ໃນວັນຈັນຜ່ານມາເວົ້າວ່າ ພວກສະມາຊິກສະ
ພາບາງຄົນ ກໍໄດ້ພາກັນເລີ້ມເກັບກໍາລາຍເຊັນເຫັນດີ ໃຫ້ເລີ້ມທໍາການປົດຕໍາແໜ່ງ
ສະມາຊິກຄະນະລັດຖະບານ ຄົນທີ 4 ຊຶ່ງແມ່ນລັດຖະມົນຕີກະຊວງອຸດສະຫະກໍາຂຸດ
ຄົ້ນບໍ່ແຮ່ ແລະການຄ້າ, ທ່ານໂມຮໍາມາດ ຊາຣຽດມາດາຣີ (Mohammad
Shariatmadari).

ຢູ່ໃນເລື້ອງທີ່ເປັນການຜ່ອນເບົາແກ່ທ່ານຣູຮານີ ແດ່ກໍຄື ໃນວັນພຸດວານນີ້ ອົງການຂ່າວ
IRNA ຂອງລັດຖະບານອີຣ່ານເວົ້າວ່າ ທ່ານອາລີ ລາຣີຈານີ (Ali Larijani) ປະທານ
ສະພາອີຣ່ານ ປະຕິເສດ ຕໍ່ການສົ່ງທ່ານປະທານາທິບໍດີໄປຫາຄະນະຕຸລາການ ເພື່ອໃຫ້
ສອບຖາມທ່ານກ່ຽວກັບບັນຫາເສດຖະກິດເພີ້ມອີກ. ທ່ານລາຣີຈານີ (Larijani) ເວົ້າວ່າ
ພວກສະມາຊິກສະພາບໍ່ພົບເຫັນວ່າມີການລະເມີດກົດໝາຍໃດໆຂອງຄະນະລັດຖະບານ
ທ່ານຮາຣູນີ ຊຶ່ງຕາມກົດລະບຽບຂອງລັດຖະສະພາແລ້ວຈະເຮັດໃຫ້ພວກທ່ານສົ່ງກໍລະນີ
ນີ້ໄປຫາຝ່າຍຕຸລາການ ຊຶ່ງເປັນຂັ້ນຕອນທີ່ກ້າວຂຶ້ນໄປຫາ ການປົດປະທານາທິບໍດີອອກ
ຈາກຕໍາແໜ່ງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG