ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພາບ​ຖ່າຍ​ຈາກ​ດາວ​ທຽມ ສະ​ແດງ​ໃຫ້​ເຫັນ​ວ່າ ຖານ​ຍິງຈະ​ຫລວດຂຶ້ນ​ ຢູ່​ສູນ​ອະ​ວະ​ກາດ​ຂອງ​ອີ​ຣ່ານ ໄໝ້


ພາບ​ຖ່າຍ​ວີ​ດິ​ໂອທີ່​ເຫັນ​ໃນ​ໂທ​ລະ​ພາບ​ແຫ່ງລັດ​ຂອງ​ອີ​ຣ່ານ ສະ​ແດງ​ໃຫ້​​ເຫັນການ​ຍິງຈະ​ຫລວດ​ທີ່​ນຳ​ເອົາດາວ​ທຽມ Payam ຂຶ້ນ​ສູ່​ທ້ອງ​ຟ້າ, ຢູ່​ສູນ​ກາງອະ​ວະ​ກາດ Imam Khomeini, ຂອງກະ​ຊວງ​ປ້ອງ​ກັນ​ປະ​ເທດ​, ຢູ່​ແຂວງ Semnan ຂອງອີ​ຣ່ານ ໃນ​ວັນ​ທີ 15 ມັງ​ກອນ, 2019
ພາບ​ຖ່າຍ​ວີ​ດິ​ໂອທີ່​ເຫັນ​ໃນ​ໂທ​ລະ​ພາບ​ແຫ່ງລັດ​ຂອງ​ອີ​ຣ່ານ ສະ​ແດງ​ໃຫ້​​ເຫັນການ​ຍິງຈະ​ຫລວດ​ທີ່​ນຳ​ເອົາດາວ​ທຽມ Payam ຂຶ້ນ​ສູ່​ທ້ອງ​ຟ້າ, ຢູ່​ສູນ​ກາງອະ​ວະ​ກາດ Imam Khomeini, ຂອງກະ​ຊວງ​ປ້ອງ​ກັນ​ປະ​ເທດ​, ຢູ່​ແຂວງ Semnan ຂອງອີ​ຣ່ານ ໃນ​ວັນ​ທີ 15 ມັງ​ກອນ, 2019

ຈະ​ຫລວດ​ລຳ​ນຶ່ງ​ຂອງ​ອີ​ຣ່ານ ຄວນ​ທີ່​ຈະ​ຍິງ​ດາວ​ທຽມ​ໂທ​ລະ​ຄົມ​ມະ​ນາ​ຄົມ ຂຶ້ນ​ໄປ​ສູ່​ວົງ​ໂຄ​ຈອນກັບໄດ້​ລະ​ເບີດ​ຂຶ້ນ​ຢູ່​ໃນ​ຖານ​ຍິງ​ຈະ​ຫລວດ​ໃນ​ວັນ​ພະ​ຫັດ​ວານນີ້.

ພາບ​ຖ່າຍ​ຈາກດາວ​ທຽມ​ຂອງ​ສະ​ຫະ​ລັດ​ທີ່​ຖ່າຍ​ເອົາ​ສູນ​ກາງ​ອາ​ວະ​ກາດ ອີ​ມາມ ໂຄ​ໄມ​ນີ (Imam Khomeini) ສະ​ແດງ​ໃຫ້​ເຫັນ​ວ່າ ​ມີ​ຄວັນ​ອອກ​ມາ​ຈາກຖານ ຍິງ​ຈະ​ຫລວດ ແລະ​ສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່​ພວກ​ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ເປັນ​ຈະ​ຫລວດ​ນັ້ນ ທີ່​ຖືກ​ເຜົາ​ຈົນກາຍ​ເປັນ​ຖ່ານໄປ.

ສີ​ຟ້າ​ທີ່​ທາສະ​ຖານ​ທີ່​ຍິງ​ຈະ​ຫວວດ​ນັ້ນ ປາ​ກົດ​ວ່າ​ຖືກ​ໄໝ້​ໃຫ້​ໝົດ​ໄປເລີຍ.
"ຍ້ອນ​ວ່າ​ມີ​ບັນ​ຫາ​ທາງ​ເຕັກ​ນິກ​ບາງ​ຢ່າງ ແລະ​ມັນ​ໄດ້​ລະ​ເບີດ​ຂຶ້ນ ແຕ່​ວ່າ ນັກ​ວິ​ທະ​ຍາ​ສາດ​ໜຸ່ມ​ຂອງ​ພວກ​ເຮົາ ກຳ​ລັງ​ປະ​ຕິ​ບັດ​ງານ​ເພື່ອ​ແກ້​ໄຂ​ບັນ​ຫານັ້ນຢູ່,” ນັ້ນ​ຄື​ຄຳ​ເວົ້າຂອງເ​ຈົ້າໜ້າ​ທີ່​ທ່ານ​ນຶ່ງ​ທີ່ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ​ໂດຍບໍ່​ໄດ້​ໃຫ້​ລາຍລະ​ອຽດ​ເພີ້ມ​ໃດໆ.

ອີ​ຣ່ານ​ໄດ້​ປະ​ຕິດ​ເສດ​ການ​ກ່າວ​ຫາ​ຈາກ​ສະ​ຫະ​ລັດ​ວ່າຕົນ​ກຳ​ລັງ​ດັດ​ປັບຈະ​ຫລວດ​ທີ່​ມີ​ຄວາມ​ໄວສູງທີ່​ໃຊ້​ຍິງ​ດາວ​ທຽມ​ນັ້ນ ໃຫ້ໄປ​ໃຊ້​ຍິງ​ລູກ​ສອນ​ໄຟໄດ້.

ນີ້​ເປັນ​ຄັ້ງ​ທີ 3 ແລ້ວ​ທີ່​ຄວາມ​ພະ​ຍາ​ຍາມ​ຍິງ​ດາວ​ທຽມ​ຂອງ​ອີ​ຣ່ານຂຶ້ນ​ສູ່​ວົງ​ໂຄ ​ຈອນຫລົ້ມ​ແຫລວໃນ​ປີນີ້.

ດາວ​ທຽມ​ລູກ​ນຶ່ງ​ທີ່​ຍິງ​ຂຶ້ນ​ໄປ​ໃນ​ອະ​ວະ​ກາດ​ໃນ​ເດືອນ​ມັງ​ກອນ​ຜ່ານ​ມາ ກໍບໍ່​ໄດ້​ເຂົ້າ​ໄປ​ໃນ​ວົງ​ໂຄ​ຈອນເລີຍ. ເດື​ອນນຶ່ງຕໍ່​ມາ ຈະ​ຫລວດ​ລຳ​ນຶ່ງ​ກໍ​ປາ​ກົດ​ວ່າ​ຕົກ​ລົງ​ໄປ ໃນ​ທະ​ເລ​ຊາຍ ພາຍ​ຫລັງ​ໄດ້​ທະ​ຍານ​ຂຶ້ນ​ໄປ​ໃນ​ທ້ອງ​ຟ້າ​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG