ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານ ເລີ້ມເຈລະຈາ ກັບ ອົງການ ພະລັງງານ ປະຣະມະນູ ສາກົນ (ວີດີໂອ ກ່ຽວຂ້ອງ)


ສຳນັກງານໃຫຍ່ ຂອງອົງການພະລັງງານປະຣະມານູສາກົນ ທີ່ກຸງວຽນນາ.
ສຳນັກງານໃຫຍ່ ຂອງອົງການພະລັງງານປະຣະມານູສາກົນ ທີ່ກຸງວຽນນາ.
ອີຣ່ານ ​ໄດ້​ເລີ້ມການ​ເຈລະຈາ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​
ຕົນຄືນອີກ​ ກັບອົງການພະລັງງານປະຣະມະນູສາກົນ.

ອົງການພະລັງງານປະຣະມະນູ ຂອງສະຫະປະຊາຊາດ ຕ້ອງ
ການ​ໃຫ້ອີຣ່ານ ແກ້ໄຂ​ຂໍ້​ສົງ​ໄສ ກ່ຽວກັບວ່າອີຣ່ານ​ໄດ້​ທໍາ​ການ
​ຄົ້ນຄວ້າ​ ທີ່ຈະ​ສ້າງ​ລະ​ເບີດ​ນິວ​ເຄລຍ ຊຶ່ງເປັນ​ສິ່ງທີ່ອີຣ່ານ ​ໄດ້​
ປະ​ຕິ​ເສດ​ມາ​ເປັນ​ເວລາ​ດົນ​ນານແລ້ວ.

ກາ​ນ​ເຈລະ​ຈາ​ໃນ​ວັນ​ເສົາ​ມື້​ນີ້ ທີ່​ກຸງ Tehran ​ມີຂື້ນ​ຫລັງ​ຈາກໄດ້
ມີການຈັດຕັ້ງ ປະຕິບັດ​ໃນ​ເດືອນ​ມັງກອນຜ່ານມາ ກ່ຽວກັບການ
​ຜ່ອນຜັນການ​ລົງ​ໂທດ ແບບປານ​ກາງຕໍ່ອີຣ່ານ. ເພື່ອ​ເປັນ​ການ​ແລກ​ປ່ຽນ ອີຣ່ານໄດ້​ຕົກລົງ​
ຢຸດ​ເຊົາໂຄ​ງການ ​ນິວ​ເຄລຍຂອງຕົນ​ຈໍານວນ​ນຶ່ງ.

ຂໍ້ຕົກລົງ​ນິວ​ເຄລຍ ຊຶ່ງ​ໄດ້​ບັນລຸ​ກັນ​ໃນ​ເດືອນ​ພະຈິກປີກາຍແມ່ນໄດ້​ຮຽກ​ຮ້ອງ​ໃຫ້ ອີຣ່ານ ຈໍາ
ກັດການກັ່ນ​ທາດ uranium ​ທີ່​ປະ​ເທດ​ຕາ​ເວັນ​ຕົກກ່າວ​ວ່າ ​ມີຈຸດປະ ສົງແນ​ໃສ່​ການ​ສ້າງອາ
ວຸດ​ນິວ​ເຄລຍນັ້ນ. ເພື່ອ​ເປັນ​ການ​ແລກປ່ຽນ ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ ​ໄດ້​ຕົກລົງ
ຜ່​ອນຜັນ​ການ​ລົງ​ໂທດ ​ຕໍ່ກຸງ Tehran.

ອົງການພະລັງງານປະຣະມະນູສາກົນຕ້ອງການ​ໃຫ້ອີຣ່ານຄໍ້າປະກັນໃຫ້ມີຄວາມ ​ໂປງໃສ
ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ຕົນ ​ແລະ​ລາຍ​ລະອຽດຕ່າງໆກ່ຽວ​ກັບ ການ​ກ່າວຫາທີ່​ຜ່ານ​ມາວ່ ​ອີຣ່ານ​ພະຍາຍາມ​ສ້າງ​ອາວຸດ​ນິວ​ເຄລຍນັ້ນ.

​ຫົກ​ປະ​ເທດມະຫາ​ອໍານາດ ທີ່ປະກອບດ້ວຍ ອັງກິດ ຈີນ ຝຣັ່ງ ​ເຢຍຣະ​ມັນ ຣັດ​ເຊຍ ​ແລະ
ສະຫະລັດ ​ໄດ້​ເຈ​ລະ​ຈາ​ກ່ຽວກັບຂໍ້ຕົກລົງຂັ້ນຕົ້ນດັ່ງກ່າວ.

ວີດີໂອເລື້ອງ ຝ່າຍຕາເວັນຕົກກຽມ ຫຼຸດຜ່ອນການລົງໂທດ ຕໍ່ອິຣ່ານ:

West Prepares To Ease Sanctions as Iran Nuclear Deal Approaches
please wait

No media source currently available

0:00 0:03:03 0:00
ລິງໂດຍກົງ
XS
SM
MD
LG