ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີຣ່ານ ຕອບໂຕ້ ຕໍ່ມາດຕະການ ລົງໂທດ ຊຸດໃໝ່ ຂອງ ສຫລ

ຮູບຖ່າຍເມື່ອວັນທີ 29 ທັນວາ 2016, ໄດ້ຖືກເປີດເຜີຍ ໂດຍອົງການຂ່າວຂອງນັກສຶກສາ ທີ່ເປັນເຄິ່ງທາງການ, ສະແດງໃຫ້ເຫັນ ລູກສອນໄຟໄລຍະຍາວ S-200 ໄດ້ຖືກຍິງຂຶ້ນ ໃນລະຫວ່າງການຊ້ອມລົບ ໃນເມືອງທ່າເຮືອ Bushehr, ຢູ່ທາງທິດເໜືອແຄມຝັ່ງ ອ່າວເປີເຊຍ ຂອງອີຣ່ານ.

ອີຣ່ານ ໄດ້ປະກາດໃນວັນພະຫັດມື້ນີ້ ກ່ຽວ​ກັບແຜນການລົງໂທດຕໍ່ 9 ສ່ວນບຸກຄົນ
ຊາວອາເມຣິກັນ ແລະ ບໍລິສັດຕ່າງໆ ຂອງສະຫະລັດ ​ເພື່ອເປັນການຕອບໂຕ້ ຕໍ່
ອັນ​ທີ່​ອີຣ່ານ​ເອີ້ນວ່າ ​ເປັນການຕັດສິນໃຈທີ່ “ບໍ່ສາມາດຮັບໄດ້ ແລະບໍ່ຖືກຕ້ອງ
ຕາມກົດໝາຍ”
ຂອງສະຫະລັດ ທີ່ຈະທຳການລົງໂທດຊຸດໃໝ່ ທີ່ກ່ຽວຂ້ອງກັບ
ໂຄງການພັດທະນາລູກສອນໄຟຂີປະນາວຸດຂອງອີຣ່ານນັ້ນ.

ຖະແຫລງການສະບັບນຶ່ງ ຈາກກະຊວງການຕ່າງປະເທດຂອງອີຣ່ານ ໄດ້ກ່າວວ່າ
ມາດຕະການລົງໂທດ​ເຫຼົ່ານັ້ນໄດ້ລະເມີດສິດທິມະນຸດໂດຍຜ່ານການເຊື່ອມໂຍງ
ໂດຍກົງ ຫຼືທາງອ້ອມ ກັບການກໍ່ອາຊະຍາກຳຕ່າງໆຂອລັດຖະບານອິສຣາແອລ
ຢູ່ໃນດິນ​ແດນຂອງປາແລັສໄຕນ໌ ຫຼື ດ້ວຍການສະໜັບສະໜູນ ພວກກໍ່ການຮ້າຍ.
ຖະແຫລງການນີ້ ໄດ້ກ່າວອີກວ່າ ຊື່ຂອງບັນດາບຸກຄົນດັ່ງກ່າວ ຈະຖືກປະກາດ
ຕາມພາຍຫລັງ.

ກະຊວງການເງິນ ສະຫະລັດ ໄດ້ປະກາດມາດຕະການລົງໂທດຊຸດໃໝ່ ໃນວັນ
ພຸດວານນີ້ ຕໍ່ເຈົ້າໜ້າທີ່ຝ່າຍປ້ອງກັນປະເທດຂອງອີຣ່ານ ສອງຄົນ ບໍລິສັດ ນຶ່ງ
ຂອງອີຣ່ານ​ ແລະ ສະມາຊິກຂອງເຄືອຂ່າຍບໍລິສັດ ທີ່ມີຫ້ອງການຕັ້ງຢູ່ໃນຈີນ.

ລັດຖະມົນຕີກະຊວງການເງິນ ທ່ານ Steve T. Mnuchin ໄດ້ກ່າວວ່າ “ມາດຕະ
ການລົງໂທດເຫຼົ່ານີ້ ແນໃສ່ບັນດາເຈົ້າໜ້າທີ່ ຂອງອີຣ່ານ ພ້ອມກັນກັບ ເຄືອຂ່າຍ
ບໍລິສັດທີ່ມີຫ້ອງການຕັ້ງຢູ່ໃນຈີນ ທີ່ສະໜອງການສະໜັບສະໜູນ ໃຫ້ແກ່ຊີເຣຍ
ແລະ ນຳສົ່ງອຸບປະກອນຕ່າງໆ ເພື່ອເສີມຂະຫຍາຍໂຄງການພັດທະນາລູກສອນ​
ໄຟຂີປະນາວຸດຂອງອີຣ່ານ. ສະຫະລັດ ຍັງຈະສືບຕໍ່ສິ້ງຊອມເບິ່ງຢ່າງເຂັ້ມງວດ
ຖ້າແມ່ນເປັນເລື່ອງຂອງອີຣ່ານ.”

ໃນຮູບຖ່າຍ ເມື່ອວັນທີ 1 ຕຸລາ 2015 ນີ້, ທ່ານ Stuart Jones ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ສະຖານທູດ ສະຫະລັດ ໃນນະຄອນ Baghdad ຂອງອີຣັກ. ຄະນະລັດຖະບານ ທ່ານທຣຳ ກ່າວຫາລັດຖະບານຊີເຣຍ ດຳເນີນການ ສັງຫານໝູ່ ພວກນັກໂທດ ຫຼາຍພັນຄົນ ແລະ ໄດ້ເຜົາສົບ ເພື່ອອຳພາງ.

ນັກການທູດຂັ້ນສູງ ຂອງສະຫະລັດ ຜັບຜິດຊອບກ່ຽວກັບພາກຕາເວັນອອກກາງ
ທ່ານ Stuart Jones ໄດ້ກ່າວວ່າ ໂຄງການລູກສອນໄຟຂອງອີຣ່ານ ແມ່ນຜິດຕໍ່ມະຕິ
ທັງຫຼາຍ ຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ.

ທ່ານ Jones ໄດ້ກ່າວວ່າ “ອີຣ່ານຍັງສືບຕໍ່ຊອກສະແຫວງຫາເທັກໂນໂລຈີ ທີ່ກ່ຽວ
ຂ້ອງກັບລູກສອນໄຟ ທີ່ສາມາດນຳສົ່ງອາວຸດນິວເຄລຍໄດ້.”

ອີຣ່ານໄດ້ຢືນ​ຢັດວ່າ ຕົນບໍ່ໄດ້ດຳເນີນງານ​ໄປສູ່​ການສ້າງອາວຸດນິວເຄລຍ ແລະ ໃນ
ວັນພະຫັດມື້ນີ້ ໄດ້ກ່າວຢ້ຳເຖິງທ່າ​ທີຂອງຕົນວ່າ ໂຄງການລູກສອນໄຟຂອງຕົນ ແມ່ນ
ທັງ ຖືກຕ້ອງຕາມກົດໝາຍ ແລະ ເປັນສ່ວນນຶ່ງຂອງສິດທິໃນການປ້ອງກັນຕົນເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG