ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີ​ຣ່ານ ປະ​ຕິ​ເສດ ຕໍ່​ຄວາມ​ເປັນ​ໄປ​ໄດ້ ທີ່​ຈະ​ມີ​ການ​ລົງ​ໂທດ ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ


ແຟ້ມ - ໃນ​ຮູບນີ້ ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານ ພວມ​ເຂົ້າ​ແຖ​ວ ໃນ​ຂະ​ນະ​ທີ່​ມີ​ການ​ຊ້ອມ​ລົບ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ຂອງ​ປະ​ເທດ ເມື່ອ​ວັນ​ທີ 17 ຕຸ​ລາ 2022.
ແຟ້ມ - ໃນ​ຮູບນີ້ ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານ ພວມ​ເຂົ້າ​ແຖ​ວ ໃນ​ຂະ​ນະ​ທີ່​ມີ​ການ​ຊ້ອມ​ລົບ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ຂອງ​ປະ​ເທດ ເມື່ອ​ວັນ​ທີ 17 ຕຸ​ລາ 2022.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ​ກ່າວ​ວ່​າ ຖະ​ແຫຼງ​ການ​ຂອງ​ເຈົ້າ​ໜ້າ​ທີ່​ເຢຍ​ຣະ​ມັນ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ທີ່ກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານຈະ​ຖືກ​ລົງ​ໂທດ ແມ່ນ​ເປັນການ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ແລະ​ບໍ່​ມີ​ລັກ​ສະ​ນະ​ສ້າງ​ສັນ.

ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ​ເມື່ອ​ວັນ​ຈັນ​ວານນີ້ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ອີ​ຣ່ານ ທ່ານ​ນາ​ສ​ເຊີ ກາ​ນາ​ນີ ກ່າວ​ວ່າ ການ​ລົງ​ໂທດ​ທີ່​ວ່ານັ້ນ​ຈະ​ເປັນ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຢຍ​ຣະ​ມັນ ທ່ານ​ນາງອາ​ນາ​ລີ​ນາ ແບ​ບັອກ ກ່າວ​ໃນ​ມື້​ວັນ​ອາ​ທິດ​ຜ່ານ​ມານີ້​ວ່າ ເຢຍ​ຣະ​ມັນ​ແລະ​ສະ​ຫະ​ພາບ​ຢູ​ໂຣບ​ພວມ​ພິ​ຈະ​ລະ​ນາ​ກ່ຽວ​ກັບ​ການ​ລົງ​ໂທດ​ຕໍ່​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານ. ທ່ານ​ນາງ​ກ່າວ​ຕໍ່​ອົງ​ການ​ອອກ​ອາ​ກາດ ARD ວ່າ ພວມ​ມີ​ການ​ພິ​ຈາ​ລະ​ນາ​ກັນ​ຢູ່​ກ່ຽວ​ກັບ​ວ່າ​ຈະ​ຈັດ​ເອົາ​ກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ຂອງ​ອີ​ຣ່ານ​ ເຂົ້າ​ໄວ້​ໃນ​ບັນ​ຊີ​ລາ​ຍ​ຊື່​ອົງ​ການ​ກໍ່​ການ​ຮ້າຍ.

​ການ​ໃຫ້​ຄວາມ​ເຫັນ​ຂອງທ່ານ​ນາງ​ແບ​ບັອກ ມີ​ຂຶ້ນ​ນຶ່ງມື້​ຫຼັງ​ຈາກ​ຜູ້​ບັນ​ຊາ​ການ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານ ຮັອ​ສ​ເຊນ ຊາ​ລາ​ມີ ໄດ້​ເຕືອນ​ພວກ​ປະ​ທ້ວງ ບໍ່​ໃຫ້​ຈັດ​ການ​ເດີນ​ຂະ​ບວນ​ຕື່ມ​ອີກ.

ໄດ້​ເຫັນ​ການ​ປະ​ທ້ວງ​ເກີດ​ຂຶ້ນ ໃນ​ໄລ​ຍະ​ຫຼາຍໆ​ອາ​ທິດ​ທີ່​ຜ່ານ​ມາ ເລີ້ມ​ແຕ່​ກາງ​ເດືອນ​ກັນ​ຍາຫຼັງ​ຈາກ​ນາງ​ມາ​ຊາ ອາ​ມີ​ນີ ອາ​ຍຸ 22 ປີ ​ໄດ້​ເສຍ​ຊີ​ວິດ​ຫຼັງ​ຈາກ​ຖືກຕຳ​ຫຼວດສິນ​ທຳ​ຂອງ​ອີ​ຣ່ານ​ຈັບ ຍ້ອນ​ລະ​ເມີດ​ການ​ນຸ່ງ​ຖື​ທີ່​ເຄັ່ງ​ຄັດ​ຂອງ​ປະ​ເທດ​ດັ່ງ​ກ່າວສຳ​ລັບ​ພວກ​ແມ່​ຍິງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG