ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ເລືອກຕັ້ງເອົາ ຫົວໜ້າສະພາ ຫົວອະນຸລັກນິຍົມ ກຳຕຳແໜ່ງ ຄືນໃໝ່


ບັນດາສະມາຊິກສະພາ ອີຣ່ານ ເຂົ້າຮ່ວມໃນພິທີເປີດສະພາ ເພື່ອເລືອກເອົາປະທານສະພາຊົ່ວຄາວ ໃນນະຄອນຫຼວງ Tehran, ປະເທດ ອີຣ່ານ , 29 ພຶດສະພາ, 2016.
ບັນດາສະມາຊິກສະພາ ອີຣ່ານ ເຂົ້າຮ່ວມໃນພິທີເປີດສະພາ ເພື່ອເລືອກເອົາປະທານສະພາຊົ່ວຄາວ ໃນນະຄອນຫຼວງ Tehran, ປະເທດ ອີຣ່ານ , 29 ພຶດສະພາ, 2016.

ຫົວໜ້າສະພາຫົວອະນຸລັກນິຍົມປານກາງຂອງ ອີຣ່ານ ໄດ້ຖືກເລືອກມາກຳຕຳແໜ່ງຄືນ ໃໝ່ໃນວັນອາທິດມື້ນີ້ ເຖິງແມ່ນວ່າຜົນປະໂຫຍດທີ່ໄດ້ມາຈະແມ່ນຖືກສ້າງຂຶ້ນໂດຍບັນ ດານັກຟື້ນຟູ ໃນການເລືອກຕັ້ງທີ່ໄດ້ຈັດຂຶ້ນໃນເດືອນກຸມພາທີ່ຜ່ານມາກໍຕາມ.

ທ່ານ Ali Larijani ໄດ້ຖືກເລືອກມາກຳຕຳແໜ່ງຄືນໃໝ່ດ້ວຍການລົງຄະແນນສຽງຂອງ ບັນດາສະມາຊິກສະພາ 173 ຄົນຈາກທັງໝົດ 281 ຄົນ, ພ້ອມດ້ວຍສະມາຊິກຫຼາຍຄົນ ຂອງພັກນັກຟື້ນຟູ ໄດ້ອອກມາສະແດງການຄັດຄ້ານ ເພື່ອລົງຄະແນນສຽງຕໍ່ຕ້ານຫົວໜ້າ ທີ່ມີລາຍຊື່ ຂອງພັກແຫ່ງຄວາມຫວັງຂອງພວກເຂົາເຈົ້າເອງ ທ່ານ Mohammad Reza Aref.

ການເລືອກຕັ້ງຂອງທ່ານ Larijani ແມ່ນການໄດ້ຮັບໄຊຊະນະລ່ວງໜ້າສຳລັບບັນດານັກ ອະນຸລັກນິຍົມຫົວປານກາງໃນສະພາໃໝ່, ເຊິ່ງໄດ້ປະຊຸມກັນເປັນຄັ້ງທຳອິດໃນວັນເສົາ ວານນີ້. ນອກນັ້ນ ພວກເຂົາເຈົ້າຍັງໄດ້້ເຮັດໜ້າທີ່ດັ່ງກັບວ່າເປັນການສະໜັບສະໜູນປະ ທານາທິບໍດີຫົວອະນຸລັກນິຍົມປານກາງ ທ່ານ Hassan Rouhani ແລະ ຂໍ້ຕົກລົງນິວ ເຄລຍທີ່ໄດ້ຖືກເຊັນໃນເດືອນກໍລະກົດປີກາຍນີ້ກັບບັນດາມະຫາອຳນາດໂລກນັ້ນ.

ນັກອະນຸລັກນິຍົມຫົວປານກາງ ແລະ ນັກຟື້ນຟູຜູ້ທີ່ສະໜັບສະໜູນທ່ານ Rouhani ໄດ້ ຮັບໄຊຊະນະເອົາບ່ອນນັ່ງສ່ວນໃຫຍ່ ໃນການເລືອກຕັ້ງທີ່ຈັດຂຶ້ນໃນຕົ້ນປີນີ້, ເຖິງແມ່ນວ່າ ພວກເຂົາເຈົ້າຍັງຂາດຄະແນນສຽງສ່ວນຫຼາຍຢູ່ກໍຕາມ.

ບັນດານັກຟື້ນຟູໄດ້ກຳເອົາບ່ອນນັ່ງ 133 ແຫ່ງຂອງສະພາ ຈາກທັງໝົດ 290 ບ່ອນນັ່ງ, ພ້ອມດ້ວຍບັນດານັກອະນຸລັກນິຍົມຄອບຄອງບ່ອນນັ່ງອີກ 125 ແຫ່ງ. ບ່ອນນັ່ງທີ່ຍັງເຫຼືອ ແມ່ນຄອບຄອງໂດຍບັນດາກຸ່ມເອກະລາດ ແລະ ສາສະໜາກຸ່ມນ້ອຍ ຜູ້ທີ່ເບິ່ງຄືວ່າຈະສະ ໜັບສະໜູນຄວາມພະຍາຍາມຂອງທ່ານ Rouhani ເພື່ອການຜ່ານກົດໝາຍ.

XS
SM
MD
LG