ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດປະທານາທິບໍດີ ອີຣ່ານ ເຖິງແກ່ ອະສັນຍະກຳ ອາຍຸ ໄດ້ 82 ປີ


ປະດີດປະທານາທິບໍດີ ທ່ານ Akbar Hashemi Rafsanjani, ກາງ, ເດີນທາງໄປຖະແຫຼງຂ່າວສັ້ນ ຫຼັງຈາກໄດ້ລົງທະບຽນເປັນຜູ້ລົງແຂ່ງຂັນເລືອກ ຕັ້ງສະພາແຫ່ງຊາດຢູ່ກະຊວງພາຍໃນ, ວັນທີ 26 ກຸມພາ, ຄອນຫຼວງ ເຕຮະຣ່ານ, ອີຣ່ານ. 21 ທັນວາ, 2015.
ປະດີດປະທານາທິບໍດີ ທ່ານ Akbar Hashemi Rafsanjani, ກາງ, ເດີນທາງໄປຖະແຫຼງຂ່າວສັ້ນ ຫຼັງຈາກໄດ້ລົງທະບຽນເປັນຜູ້ລົງແຂ່ງຂັນເລືອກ ຕັ້ງສະພາແຫ່ງຊາດຢູ່ກະຊວງພາຍໃນ, ວັນທີ 26 ກຸມພາ, ຄອນຫຼວງ ເຕຮະຣ່ານ, ອີຣ່ານ. 21 ທັນວາ, 2015.

ອະດີດປະທານາທິບໍດີ ຂອງອີຣ່ານ ທ່ານ Akbar Hashemi Rafsanjani ໄດ້ເຖິງແກ່ອະ ສັນຍະກຳແລ້ວ ໃນວັນອາທິດ ວານນີ້ ລວມອາຍຸໄດ້ 82 ປີ ຫຼັງຈາກທີ່ໄດ້ເປັນໂຣກຫົວໃຈ ວາຍ.

ໂທລະພາບຂອງທາງການ ໄດ້ຢຸດລາຍການປົກກະຕິ ເພື່ອແຈ້ງເຖິງການອະສັນຍະກຳທີ່ ວ່ານັ້ນ ໂດຍກ່າວວ່າ ມັນໄດ້ມີຂຶ້ນ “ຫຼັງຈາກຊີວິດທີ່ເຕັມດ້ວຍຄວາມພະຍາຍາມຢ່າງບໍ່ ລົດລະ ຕາມເສັ້ນທາງຂອງອິສລາມ ແລະ ການປະຕິວັດ.”

ທ່ານ Rafsanjani ຜູ້ທີ່ຮັບໃຊ້ຊາດເປັນປະທານາທິບໍດີ ຈາກປີ 1989 ຫາ 1997 ຊຶ່ງໃນ ເບື້ອງຕົ້ນ ໄດ້ຖືກມອງເຫັນວ່າ ເປັນທີ່ປຶກສາຂັ້ນສູງ ຂອງທ່ານ Ayatollah Ruhollah Khomeini ຜູ້ນຳ ການປະຕິວັດ ຂອງອິສລາມ ໃນປີ 1979. ບັນດານັກວິເຄາະກ່າວວ່າ ທ່ານຍັງມີບົດບາດທີ່ສຳຄັນ ໃນການຄັດເລືອກ ເອົາຜູ້ສືບທອດຕຳແໜ່ງຂອງທ່ານ Khomeini ຫຼັງຈາກການເສຍຊີວິດ ໃນປີ 1989 ຂອງຜູ້ກໍ່ຕັ້ງການປະຕິວັດດັ່ງກ່າວ.

ໃນລະຫວ່າງການດຳລົງຕຳແໜ່ງເປັນປະທານາທິບໍດີ ຂອງທ່ານ Rafsanjani ຢູ່ນັ້ນ ທ່ານໄດ້ຫາທາງສ້າງສາເສດຖະກິດຂອງປະເທດຄືນໃໝ່ ຈາກການຫລົ້ມຈົມຂອງສົງຄາມ ກັບອີຣັກ ທີ່ເປັນປະເທດເພື່ອນບ້ານ ໃນລະຫວ່າງ ປີ 1980 ຫາ 1988. ມັນຍັງໄດ້ເປັນຂີດ ໝາຍ ຂອງການປະຕິຮູບເປັນໄລຍະ ຢ່າງລະມັດລະວັງ ຊຶ່ງໄດ້ເຮັດໃຫ້ເກີດມີອິດສະຫຼະ ພາບຢ່າງກວ້າງຂວາງຫຼາຍຂຶ້ນ ໂດຍສະເພາະຢູ່ໃນປະເທດທີ່ຄວບຄຸມສື່ມວນຊົນຢ່າງ ເຄັ່ງຂັດນັ້ນ.

ເຖິງຢ່າງໃດກໍຕາມ ມາຮອດປີ 2002 ໂຊກສະຕາໃນວົງການໆເມືອງຂອງ ທ່ານ Rafsanjani ໄດ້ຕົກຕ່ຳລົງ ໃນຂະນະທີ່ ພວກຫົວອະນຸລັກນິຍົມ ໄດ້ເລີ້ມຕົ້ນການຕຳນິຕິ ຕຽນການປະຕິຮູບຂອງທ່ານ ໃນຄວາມພະຍາຍາມທີ່ຈະເຜີຍແຜ່ອອກໄປໃນທິດທາງຂອງ ຕາເວັນຕົກ. ທ່ານໄດ້ຜ່າຍແພ້ ການລົງແຂ່ງຂັນໃນປີດຽວກັນນັ້ນ ສຳລັບຕຳແໜ່ງສະມາ ຊິກສະພາ ຫຼັງຈາກພາລະກິດຂອງປະທານາທິບໍດີ ໄດ້ເສັດສິ້ນ ແລະ ໃນປີ 2005 ໄດ້ເສຍ ໄຊ ຢ່າງແນ່ນອນ ໃນການລົງແຂ່ງຂັນເປັນປະທານາທິບໍດີ ສະໄໝທີສອງ ໃຫ້ແກ່ທ່ານ ທ່ານ Mahmoud Ahmadinejad ຫົວອະນຸລັກນິຍົມ.

ສີ່ປີຕໍ່ມາ ໃນຊ່ວງໄລຍະເກີດ ການປາບປາມຂອງລັດຖະບານ ຕໍ່ ພວກປະທ້ວງ ທີ່ຕໍ່ຕ້ານ ຜົນການເລືອກຕັ້ງຢູ່ນັ້ນ ທ່ານ Rafsanjani ໄດ້ກ່າວຄຳປາໄສ ຮຽກຮ້ອງໃຫ້ມີ ອິດສະຫຼະ ພາບສ່ວນຕົວຫຼາຍຍິ່ງຂຶ້ນ. ບັນດານັກວິເຄາະ ແລະບັນດາບັນດິດ ກ່າວວ່າ ການກ່າວຄຳ ປາໄສໃນປີ 2009 ສືບຕໍ່ເຮັດໃຫ້ເກີດຄວາມບາດໝາງກັບກຸ່ມຫົວອະນຸລັກນິຍົມ ແລະ ບັນດາຜູ້ບັນຊາການຂອງທະຫານ.

ທ່ານ Rafsanjani ໄດ້ຖືກປະຕິເສດການລົງແຂ່ງຂັນເປັນປະທານາທິບໍດີ ຄັ້ງທີສາມ ໃນປີ 2013 ໃນເວລາ ສະພາຄຸ້ມຄອງອຳນາດທັງໝົດຂອງອີຣ່ານ ໄດ້ຂັດຄ້ານທ່ານ ຈາກການ ລົງແຂ່ງຂັນ ຊຶ່ງການເສຍສິດນີ້ໄດ້ຖືກມອງເຫັນວ່າ ເປັນການຕຳນິຕໍ່ການພະຍາຍາມ ທີ່ ຈະປະຕິຮູບຂອງທ່ານນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Iran Rafsanjani Obit
please wait
Embed

No media source currently available

0:00 0:01:44 0:00

XS
SM
MD
LG