ອິຣ່ານໄດ້ເພີ້ມຈໍານວນຄົນເສຍຊີວິດຍ້ອນແຜ່ນດີນໄຫວສອງຄັ້ງໃນວັນເສົາຜ່ານມານັ້ນ ຂຶ້ນ
ເປັນຫລາຍກວ່າ 300 ຄົນ ມື້ນຶ່ງຕໍ່ມາ ຫລັງຈາກພວກກູ້ໄພໄດ້ຍົກເລີກການຊອກຫາຜູ້ທີ່
ລອດຊີວິດ.
ລັດຖະມົນຕີສາທາລະນະສຸກ ທ່ານ Mazieh Vahid Dashjerdi ໄດ້ ລາຍ ງານຕໍ່ສະພາໃນ
ວັນຈັນມື້ນີ້ວ່າ ຈໍານວນຜູ້ເສຍຊີວິດມີຢູ່ 306 ຄົນ ແລະ 3000 ກວ່າຄົນໄດ້ຮັບບາດເຈັບ.
ແຜ່ນດີນໄຫວ ແຮງຂະໜາດ 6.4 ແລະ 6.3 ຣິກເຕີ້ ໄດ້ປະທະອິຣ່ານ ຫ່າງກັນ ບໍ່ເທົ່າໃດ
ນາທີ ໃນຕອນແລງວັນເສົາ ເຮັດໃຫ້ຫລາຍໝູ່ບ້ານເພພັງລົງຢ່າງ ຮາບຄາບ ໃກ້ກັບເມືອງ
Tabriz ແລະສ້າງຄວາມເສຍຫາຍໜັກໃຫ້ແກ່ໝູ່ບ້ານ ອື່ນໆອີກ ຫລາຍແຫ່ງ.
ຫ້ອງການເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ໄດ້ອອກຄໍາຖະແຫລງໃນວັນຈັນ
ມື້ນີ້ ສະແດງຄວາມເສົ້າສະຫລົດໃຈຂອງ ທ່ານ Ban Ki-moon ແລະສະເໜີໃຫ້ການຊ່ວຍ
ເຫລືອດ້ານມະນຸດສະທໍາ.
ໃນວັນອາທິດວານນີ້ ສະຫະລັດກໍໄດ້ສະເໜີການໃຫ້ຊ່ວຍເຫລືອ ແລະສະແດງຄວາມເສົ້າ
ສະຫລົດໃຈຕໍ່ປະຊາຊົນອິຣ່ານ. ຄໍາຖະແຫລງຂອງທໍານຽບຂາວ ແມ່ນມີໄປເຖິງ “ປະຊາຊົນ
ອິຣ່ານ” ແລະກ່າວວ່າ ສະຫະລັດ ຕຽມພ້ອມ ທີ່ຈະໃຫ້ການຊ່ວຍເຫລືອໃນຍາມຂັດສົນ
ເວລານີ້ຂອງອິຣ່ານນັ້ນ “ແຕ່ບໍ່ໄດ້ກ່າວເຖິງລັດຖະບານຂອງອິຣ່ານ.”