ເຈົ້າໜ້າທີ່ອີຣ່ານເວົ້າວ່າ ໃນວັນອັງຄານວານນີ້ 30 ຄົນເສຍຊີວິດ
ແລະຢ່າງໜ້ອຍ 800 ຄົນ ໄດ້ຮັບບາດເຈັບ ຍ້ອນເຫດແຜ່ນດິນ
ໄຫວຂະໜາດແຮງ ທີ່ໄດ້ສັ່ນສະເທືອນເຂດພາກໃຕ້ຂອງອີຣ່ານ ທີ່ບໍ່ມີປະຊາຊົນອາໄສຢ່າງໜາແໜ້ນ ແລະໃກ້ກັບໂຮງໄຟຟ້າ
ນິວເຄລຍ ແຫ່ງດຽວທໍ່ນັ້ນຂອງປະເທດ.
ບໍລິສັດຣັດເຊຍ ທີ່ສ້າງໂຮງໄຟຟ້າດັ່ງກ່າວ ຊຶ່ງຕັ້ງຢູ່ຫ່າງຈາກ
ເມືອງທ່າເຮືອ Bushehr 18 ກິໂລແມັດໄປທາງທິດໃຕ້ເວົ້າວ່າ
ຮູ້ສຶກວ່າ ການສັ່ນສະເທືອນຂອງແຜ່ນດິນໄຫວ ໄປຮອດບ່ອນນັ້ນ
ແຕ່ກໍເວົ້າວ່າ ການດໍາເນີນງານຂອງໂຮງໄຟຟ້າດັ່ງກ່າວ ບໍ່ໄດ້
ຮັບຜົນກະທົບແຕ່ຢ່າງໃດ.
ອົງການກາແດງ Red Crescent ຂອງອີຣ່ານທີ່ຊ່ວຍເກັບສົບ
ເວົ້າວ່າ ບ້ານແຫ່ງນຶ່ງ ຖືກທໍາລາຍໄປໝົດ ແລະອີກບ້ານນຶ່ງ ໄດ້
ຮັບຄວາມເສຍຫາຍ ຢ່າງໜັກ.
ທີມງານຊອກຫາ ແລະຊ່ວຍເຫລືອ ຊຶ່ງມີກໍາລັງຮັກສາຄວາມສະ
ຫງົບໄປນໍາ ໄດ້ຖືກສົ່ງໄປຍັງເຂດດັ່ງກ່າວ ທີ່ສາຍໂທລະສັບ ແລະ
ໄຟຟ້າຖືກຕັດຂາດ.
ສູນກາງວັດແທກແຜ່ນດິນໄຫວຂອງອີຣ່ານເວົ້າວ່າ ໃນຕອນ
ແລງວານນີ້ ຕາມເວລາໃນທ້ອງຖິ່ນ ໄດ້ເກີດແຜ່ນດິນໄຫວທີ່
ມີຄວາມແຮງ 6.1 ຣິກເຕີໃນເຂດ Kaki ຊຶ່ງຕັ້ງຢູ່ຫ່າງຈາກເມືອງ Bushehr ໄປທາງຕາ ເວັນອອກສຽງທິດໃຕ້ປະມານ 90 ຫຼັກກິໂລແມັດ. ເຫດແຜ່ນດິນໃນຄັ້ງນີ້ ແມ່ນໄດ້ຮູ້ສຶກ ກັນໃນທົ່ວເຂດອ່າວເປີເຊຍ ໃນປະເທດ Bahrain, ສະຫະລັດ Arab Emirates ແລະ
Qatar ບ່ອນທີ່ມີການຍົກຍ້າຍຫ້ອງການຕ່າງໆ ເພື່ອເປັນການກັນໄວ້.
ພວກນັກຊ່ຽວຊານຂອງບັນດາປະເທດອາຣັບໃນເຂດອ່າວເປີເຊຍ ແລະປະເທດຕາເວັນ
ຕົກ ສະແດງຄວາມເປັນຫ່ວງຕໍ່ໂຮງງານໄຟຟ້າຢູ່ເມືອງ Bushehr ທີ່ສ້າງຢູ່ໃນເຂດທີ່ມີ
ແຜ່ນດິນສັ່ນສະເທືອນສູງ. ອີຣ່ານໄດ້ປະຕິເສດຊໍ້າແລ້ວຊໍ້າອີກຕໍ່ຄວາມເປັນຫ່ວງວ່າມັນ
ອາດຈະບໍ່ປອດໄພນັ້ນ.