ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວໃນອີຣ່ານ


ແຜ່ນດິນໄຫວ ທີ່ປະເທດອີຣ່ານ (28 ສິງຫາ 2010)
ແຜ່ນດິນໄຫວ ທີ່ປະເທດອີຣ່ານ (28 ສິງຫາ 2010)

ໂທລະພາບຂອງທາງການອີຣ່ານລາຍງານວ່າ ມີເດັກນ້ອຍ 2 ຄົນເສຍຊີວິດໃນແຜ່ນດິນໄຫວຢູ່ໃນເຂດພາກຕາເວັນ ອອກສຽງເໜືອ ຂອງອີຣ່ານ.

ແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 5.7 ໄດ້ສ້າງຄວາມ ສັ່ນສະເທືອນ ໃຫ້ແກ່ເຂດສອກຫຼີກຫ່າງໄກ ຂອງອີຣ່ານ ໃນຕອນແລງ ຂອງມື້ວັນສຸກວານນີ້ ແລະແຮງສັ່ນສະເທືອນ ຂອງແຜ່ນດິນໄຫວ ໄດ້ມີໄປເຖິງ ນະຄອນຫຼວງເຕຫະຣ່ານ ທີ່ຕັ້ງຫ່າງອອກໄປ 280 ຫຼັກກິໂລແມັດ.

ສື່ມວນຊົນ ຂອງທາງການອີຣ່ານ ໄດ້ອ້າງຄຳເວົ້າ ຂອງເຈົ້າ ໜ້າທີ່ ທ້ອງຖິ່ນຄົນນຶ່ງ ທີ່ກ່າວວ່າ ມີເດັກຍິງອາຍຸ 4 ປີ ແລະເດັກນ້ອຍ ອີກຄົນນຶ່ງ ໄດ້ເສຍຊີວິດ ນອກນັ້ນ ຍັງມີອີກຢ່າງນ້ອຍ 15 ຄົນ ໄດ້ຮັບບາດເຈັບ ແລະເຮືອນຊານ ຈຳນວນນຶ່ງ ໄດ້ຮັບ ຄວາມເສຍຫາຍ.

ປະເທດອີຣ່ານ ຕັ້ງຢູ່ເທິງເສັ້ນຮອຍແຕກ ທີ່ສຳຄັນຂອງໂລກ ແລະມັກຈະເກີດ ແຜ່ນດິນ ໄຫວເລື້ອຍໆ.

ແຜ່ນດິນໄຫວຮ້າຍແຮງສຸດ ເມື່ອໄວໆມານີ້ ຢູ່ໃນອີຣ່ານ ແມ່ນເກີດໃນປີ 2003 ທີ່ເຮັດໃຫ້ ມີຜູ້ເສຍຊີວິດ ປະມານ 30,000 ຄົນ ແລະໄດ້ທຳລາຍສ່ວນໃຫຍ່ ຂອງເມືອງ Bam ຫົວ ເມືອງໂບຮານ ໃນອີຣ່ານ

XS
SM
MD
LG