ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສະຫະລັດ ກວດສອບ ກິດຈະກຳ ຂອງອົງກອນ ທີ່ຕາງໜ້າໃຫ້ ອີຣ່ານ


ພວກແມ່ຍິງເຂົ້າຮ່ວມໃນການເດີນສວນສະໜາມ ເພື່ອສະແດງການສະໜັບສະໜູນ ຕໍ່ຂະບວນການ Houthi ໃນນະຄອນຫຼວງ Sana'a, ເຢເມນ, 7 ກັນຍາ, 2016.
ພວກແມ່ຍິງເຂົ້າຮ່ວມໃນການເດີນສວນສະໜາມ ເພື່ອສະແດງການສະໜັບສະໜູນ ຕໍ່ຂະບວນການ Houthi ໃນນະຄອນຫຼວງ Sana'a, ເຢເມນ, 7 ກັນຍາ, 2016.

ການກະທຳທີ່ສ້າງຄວາມບໍ່ໝັ້ນຄົງ ໃນທົ່ວພາກພື້ນຕາເວັນອອກກາງ ຂອງ ອີຣ່ານ ປະ ກອບດ້ວຍໄພຂົ່ມຂູ່ຕໍ່ຄວາມປອດໄພທີ່ທຽບເທົ່າກັບຄວາມ​ໄຝ່ຝັນ​ໃນການຢາກມີອາວຸດ ນິວເຄລຍ ຢູ່​ໃນ​ຄວາມ​ຄອບ​ຄອງຂອງ ເຕຫະຣ່ານ.

ປະທານຂອງຄະນະກຳມະການພົວພັນຕ່າງປະເທດ ສະພາສູງ ທີ່​ສັງ ກັດພັກຣີພັບບລີກັນ ທ່ານ Bob Corker ຈາກລັດ Tennessee ໄດ້ກ່າວໂດຍຊີ້ໄປ​ໃສ່ ພວກ Hezbollah ​ໃນ ປະເທດ ເລບານັອນ, ພວກທະຫານບ້ານ Shia ໃນ ອີຣັກ, ພວກກະບົດ Houthi ທີ່ປະຕິ ບັດການ​ໃນປະເທດ ເຢເມນ, ພ້ອມກັບພວກທີ່ໄດ້ຮັບອິດທິພົນຂອງ ອີຣ່ານ ໃນ ຊີເຣຍ ວ່າ “ທຸກມື້ນີ້ພວກຕົວແທນຂອງ ອີຣ່ານ ຍັງຄົງເປັນໄພຂົ່ມຂູ່ໂດຍກົງຕໍ່ ສະຫະລັດ ແລະ ບັນ ດາພັນທະມິດຂອງພວກເຮົາ."

ຄະນະກຳມະການ ​ໃນລະດັບສູງສຸດຂອງພັກເດໂມແຄຣັດ, ສະມາຊິກສະພາສູງ Ben Cardin ຈາກລັດ Maryland ໄດ້ກ່າວວ່າ “ປະຊາ ຊົນ ອາເມຣິກັນ, ໃນເຄື່ອງແບບ ແລະ ພົນລະເຮືອນ, ໄດ້ຕົກເປັນຜູ້ເຄາະຮ້າຍ​ໂດຍການເຄື່ອນໄຫວກໍ່ການຮ້າຍຂອງ ອີຣ່ານ. ໜ່ວຍງານທີ່ໄດ້ຮັບການສະໜັບສະໜູນ, ​ໄດ້​ຮັບ​ການຊີ້ນຳ, ​ໄດ້​ຮັບ​ການຝຶກ​ແອບ ແລະ ​ໄດ້​ຮັບການສະໜອງວັດຖຸທີ່ຈຳເປັນໃຫ້ຈາກ ອີຣ່ານ ແມ່ນໄພຂົ່ມຂູ່ຕໍ່ ສະຫະລັດ ແລະ ປະຊາ ຊົນອາເມຣິີກັນ ທຸກມື້ນີ້.”

ໂຮງໄຟຟ້ານິວເຄລຍ Bushehr ຕັ້ງຢູ່ 1,200 ກິໂລແມັດຈາກນະຄອນຫຼວງ ເຕຫະຣ່ານ ຂອງ ອີຣ່ານ. 21 ສິງຫາ 2010.
ໂຮງໄຟຟ້ານິວເຄລຍ Bushehr ຕັ້ງຢູ່ 1,200 ກິໂລແມັດຈາກນະຄອນຫຼວງ ເຕຫະຣ່ານ ຂອງ ອີຣ່ານ. 21 ສິງຫາ 2010.

ທ່ານ Cardin ໄດ້ກ່າວເພີ່ມເຕີມວ່າ “ນີ້ແມ່ນບັນຫາໜຶ່ງທີ່ເປັນໄພຂົ່ມຂູ່ໂດຍກົງຕໍ່ຄວາມ ປອດໄພຂອງ ສະຫະລັດ. ໃນການປຶກສາຫາລືຂອງຂ້າພະເຈົ້າກັບບັນດາຜູ້ນຳຢູ່ໃນ ພາກພື້ນນັ້ນ, ມັນມີຄວາມຊັດແຈ້ງວ່າ ລັດທິກໍ່ການຮ້າຍ ອີຣ່ານ ແມ່ນຮ້າຍ​ແຮງ​ເທົ່າ​ກັນກັບໄພຂົ່ມຂູ່ຈາກນິວເຄລຍຂອງ ອີຣ່ານ.”

ບັນດາຄະນະກຳມະການໄດ້ພົບປະກັນ ໃນຂະນະທີ່ລັດຖະສະພາກຳ ລັງກະກຽມ ຕໍ່ການ​ເຂົ້າດຳລົງຕຳແໜ່ງ​ເປັນປະທານາທິບໍດີຂອງທ່ານ Donald Trump, ຜູ້ທີ່ໄດ້ສັນຍາວ່າຈະ ເອົາມາດຕະການທີ່ເຄັ່ງຄັດກັບ ອີຣ່ານ.

ບັນດາຜູ້ຊ່ຽວຊານ ກ່ຽວກັບ ພາກຕາເວັນອອກາກາງ ທີ່ໄດ້ໃຫ້ການຕໍ່ຄະນະກຳມະການ ໄດ້ກ່າວວ່າ ມີບາດກ່າວຕ່າງໆທີ່ລັດຖະສະພາແລະ ລັດຖະບານຊຸດຕໍ່ໄປ ສາມາດເຮັດໄດ້ ເພື່ອຈຳກັດຄວາມສາມາດໃນການຍຸແຍ່ສ້າງຄວາມຂັດແຍ້ງ ຢູ່ໃນພາກພື້ນຂອງ ອີຣ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG