ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີການຊຸມນຸມ ສະໜັບສະໜູນ ລັດຖະບານ ຢູ່ ອີຣ່ານ ຫຼັງຈາກ ເກີດການປະທ້ວງ ຫຼາຍວັນ

ພວກເດີນຂະບວນ ສະໜັບສະໜູນລັດຖະບານ ໃນເມືອງໂກມ ຊຶ່ງເປັນເມືອງສັກສິດຂອງອີຣ່ານ ຢູ່ຫ່າງຈາກນະຄອນຫຼວງ ເຕຫະຣ່ານ ໄປທາງພາກໃຕ້ ປະມານ 130 ກິໂລແມັດ, ເມື່ອວັນທີ 3 ມັງກອນ 2018, ໃນຂະນະທີ່ ຫຼາຍໝື່ນຄົນ ໄດ້ໂຮມຊຸມນຸມ ຢູ່ທົ່ວປະເທດ ເພື່ອສະແດງອອກເຖິງພະລັງ ໃຫ້ແກ່ ບັນດາຜູ້ປົກຄອງ ອິສລາມ ພາຍຫຼັງທີ່ໄດ້ເກີດ ຄວາມວຸ້ນວາຍຮ້າຍແຮງ ມາໄດ້ຫຼາຍວັນ.

ໂທລະພາບຂອງທາງການອີຣ່ານ ໄດ້ອອກອາກາດວີດີໂອການໂຮມຊຸມນຸມ ສະໜັບ
ສະໜູນລັດຖະບານ ຈາກເຂດຕ່າງໆ ທົ່ວປະເທດ ໃນວັນພຸດມື້ນີ້ ຫຼັງຈາກ ມີການ
ປະທ້ວງຕໍ່ຕ້ານລັດຖະບານ ແລະ ບັນຫາຕ່າງໆດ້ານເສດຖະກິດ ມາໄດ້ຫຼາຍມື້.

ພວກຝູງຄົນ ໄດ້ໂບກທຸງຊາດອີຣ່ານ ແລະ ໄດ້ຮ້ອງໂຮ ໃນການສະໜັບສະໜູນ ຕໍ່
ຜູ້ນຳສູງສຸດ ອາຢາໂທລາ ອາລີ ຄາເມນີ.

ຜູ້ນຳສູງສຸດ ອາຢາໂທລາ ອາລີ ຄາເມນີ (Ayatollah Ali Khamenei) ກ່າວຖະແຫລງໃນກອງປະຊຸມ ຢູ່ນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ, ເມື່ອວັນອັງຄານ ທີ 2 ມັງກອນ 2018. ພາບນີ້ໄດ້ຖືກເປີດເຜີຍ ໂດຍເວັບໄຊ ທາງການ ຂອງສຳນັກງານ ຜູ້ນຳສູງສຸດ ຂອງອີຣ່ານ.

ທ່ານຄາເມນີ ໄດ້ຖິ້ມໂທດໃສ່ ບັນດາລັດຖະບານອື່ນໆ ທີ່ຊຸກຍູ້ໃຫ້ມີການປະທ້ວງ
ຕໍ່ຕ້ານ ລັດຖະບານ ທີ່ໄດ້ເລີ່ມຕົ້ນຂຶ້ນ ເມື່ອສັບປະດາແລ້ວນີ້ ແລະ ໄດ້ເຮັດໃຫ້ຢ່າງ
ໜ້ອຍ 21 ຄົນ ເສຍຊີວິດ.

“ໃນຫຼາຍໆວັນຜ່ານມານີ້ ພວກສັດຕູ ຂອງອີຣ່ານ ໄດ້ໃຊ້ເຄື່ອງມືຫຼາຍຢ່າງ ລວມທັງ
ເງິນສົດ ອາວຸດ ການເມືອງ ແລະ ອົງການສືບລັບ ເພື່ອກໍ່ບັນຫາຕ່າງໆ ໃຫ້ແກ່
ສາທາລະນະລັດ ອິສລາມ”
ທ່ານຄາເມນີ ໄດ້ກ່າວຖະແຫລງ ຜ່ານທາງໂທລະພາບ
ໃນວັນອັງຄານວານນີ້. ທ່ານກ່າວຕື່ມວ່າ ທ່ານຈະກ່າວຄຳປາໄສ ຕໍ່ປະເທດຊາດ ກ່ຽວກັບ
ການປະທ້ວງ “ໃນເວລາອັນເໝາະສົມ.”

ທ່ານອາລີ ຊາມຄານີ (Ali Shamkhani) ເລຂາທິການໃຫຍ່ ຂອງສະພາຄວາມໝັ້ນຄົງ
ແຫ່ງຊາດສູງສຸດອີຣ່ານ ໄດ້ກ່າວຫາສະຫະລັດ ອັງກິດ ແລະ ຊາອຸດີ ອາຣາເບຍ ວ່າ
ຢູ່ເບື້ອງຫລັງການປະທ້ວງດັ່ງກ່າວ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມລົງໃນທວິດເຕີ ຫຼາຍຄັ້ງ
ເພື່ອສະແດງການສະໜັບສະໜູນ ຕໍ່ພວກປະທ້ວງທີ່ຕໍ່ຕ້ານລັດຖະບານອີຣ່ານ.

ທ່ານໄດ້ຂຽນລົງໃນວັນອັງຄານວານນີ້ ວ່າ “ປະຊາຊົນອີຣ່ານໃນທີ່ສຸດກໍສະແດງອອກ ການຕໍ່ຕ້ານລະບອບການປົກຄອງຂອງອີຣ່ານ ທີ່ໂຫດຮ້າຍ ແລະ ສໍ້ໂກງ. ເງິນທັງໝົດ
ທີ່ປະທານາທິບໍດີ ໂອບາມາ ໄດ້ມອບໃຫ້ພວກເຂົາ ຢ່າງໂງ່ຈ້ານັ້ນ ໄດ້ຖືກນຳໄປໃຊ້
ໃນການກໍ່ການຮ້າຍ ແລະ ເຂົ້າໄປໃນ ‘ຖົງ’ ຂອງພວກເຂົາ. ປະຊາຊົນ ບໍ່ມີອາຫານ
ການກິນພຽງພໍ ໄດ້ເກີດພາວະເງິນເຟີ້ຢ່າງໃຫຍ່ ແລະ ບໍ່ມີສິດທິມະນຸດ. ສະຫະລັດ
ກຳລັງຕິດຕາມເບິ່ງຢູ່!”

ປະຊາຊົນ ພາກັນອອກມາປະທ້ວງ ຢູ່ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ວັນທີ 30 ທັນວາ 2017, ໃນພາບນີ້ ທີ່ໄດ້ມາຈາກວີດີໂອ.
ປະຊາຊົນ ພາກັນອອກມາປະທ້ວງ ຢູ່ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ວັນທີ 30 ທັນວາ 2017, ໃນພາບນີ້ ທີ່ໄດ້ມາຈາກວີດີໂອ.

ຫຼັງຈາກທ່ານທຣຳໄດ້ໃຫ້ຄຳເຫັນດັ່ງກ່າວ ກະຊວງການຕ່າງປະເທດຂອງອີຣ່ານ ໄດ້
ກ່າວວ່າ “ແທນທີ່ທ່ານຈະເສຍເວລາ ສົ່ງຂໍ້ຄວາມລົງໃນທວິດເຕີ ທີ່ໄຮ້ສາລະ ແລະ
ດູຖູກຕ່າງໆນາໆ ກ່ຽວກັບປະເທດອື່ນໆນັ້ນ ຈະເປັນການດີກວ່າ ທີີ່ທ່ານເບິ່ງບັນຫາ
ຕ່າງໆ ພາຍໃນປະເທດຂອງທ່ານເອງ ເຊັ່ນວ່າ ການເຂັ່ນຂ້າກັນຫຼາຍ ກວ່າ 20 ຄົນ
ໃນແຕ່ລະມື້...ແລະ ພວກຄົນບໍ່ມີເຮືອນຢູ່ແລະພວກຄົນທີ່ອຶດຫິວ ຫຼາຍລ້ານຄົນທີ່
ຍັງມີຢູ່ນັ້ນ.”

ສະຫະລັດ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ເປີດປະຊຸມ
ສຸກເສີນ ເພື່ອປຶກສາຫາລື ກ່ຽວກັບການປະທ້ວງໃນອີຣ່ານ. ເອກອັກຄະລັດຖະທູດ
ປະຈຳສະຫະປະຊາຊາດ ທ່ານນາງນິກກີ ເຮລີ ໄດ້ກ່າວວ່າ ປະຊາຊົນຊາວອີຣ່ານ
“ກຳລັງຮຽກຮ້ອງຢາກໃຫ້ມີອິດສະຫລະພາບ.”

Iran Protests
please wait
Embed

No media source currently available

0:00 0:01:56 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG