ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທະກັນ ລະຫວ່າງ ຕຳຫຼວດ ແລະ ພວກປະທ້ວງ ຢູ່ອີຣ່ານ ເຮັດໃຫ້ 6 ຄົນ ເສຍຊີວິດ


ໃນພາບນີ້ ສະໜອງໂດຍອົງການຂ່າວ Tasnim, ຜູ້ປະທ້ວງຄົນນຶ່ງ ໂບກທຸງຊາດໃຫຍ່ ຂອງອີຣ່ານ ໃນລະຫວ່າງ ການໂຮມຊຸມນຸມ ສະໜັບສະໜູນລັດຖະບານ ໃນເມືອງ ມາສຮາດ (Mashhad) ຢູ່ທາງພາກຕາເວັນອອກສຽງເໜືອ ຂອງອີຣ່ານ, ວັນທີ 4 ມັງກອນ 2018.
ໃນພາບນີ້ ສະໜອງໂດຍອົງການຂ່າວ Tasnim, ຜູ້ປະທ້ວງຄົນນຶ່ງ ໂບກທຸງຊາດໃຫຍ່ ຂອງອີຣ່ານ ໃນລະຫວ່າງ ການໂຮມຊຸມນຸມ ສະໜັບສະໜູນລັດຖະບານ ໃນເມືອງ ມາສຮາດ (Mashhad) ຢູ່ທາງພາກຕາເວັນອອກສຽງເໜືອ ຂອງອີຣ່ານ, ວັນທີ 4 ມັງກອນ 2018.

ເຈົ້າໜ້າທີ່ອີຣ່ານ ກ່າວໃນວັນອັງຄານວານນີ້ວ່າ ມີສະມາຊິກກຳລັງຮັກສາຄວາມສະຫງົບ
ຂອງປະເທດ ຢ່າງໜ້ອຍ 5 ຄົນ ເສຍຊີວິດ ແລະຫຼາຍກວ່າ 300 ຄົນຖືກຈັບ ໃນການປະ
ທະກັນ ເມື່ອຄືນແລ້ວນີ້ ລະຫວ່າງ ພວກປະທ້ວງທີ່ນັບຖືສາສະໜາ ອິສລາມນິກາຍຊູຟີ
ແລະຕຳຫຼວດ ທີ່ນະຄອນຫຼວງເຕຫະຣ່ານ.

ການປະທ້ວງໃນມື້ວັນຈັນ ຢູ່ຕໍ່ໜ້າປ້ອມຕຳຫຼວດ ທາງກ້ຳເໜືອຂອງນະຄອນເຕຫະຣ່ານ
ແມ່ນຈັດຂຶ້ນໂດຍກຸ່ມນິກາຍຊູຟິຂອງທ່ານໂກນາບາດີ ທີ່ທວງໃຫ້ປ່ອຍສະມາຊິກຂອງ
ພວກເຂົາເຈົ້າທີ່ຖືກທາງການຈັບ ແລະມ້າງດ່ານກວດທີ່ຕັ້ງຂຶ້ນຢູ່ອ້ອມແອ້ມເຮືອນ ທ່ານ
ນົວ ອາລີ ຕາບານເດ (Noor Ali Tabandeh) ຜູ້ນຳທີ່ມີອາຍຸ 90 ປີຂອງພວກເຂົາເຈົ້າ.

ການໂຮມຊຸມນຸມໄດ້ກາຍເປັນຄວາມຮຸນແຮງ ຫຼັງຈາກຕຳຫຼວດອີຣ່ານພະຍາຍາມ ທີ່ຈະ
ຂັບໄລ່ພວກປະທ້ວງ ທີ່ພາກັນເດີນຂະບວນໄປຫາເຮືອນຂອງ ທ່ານຕາບານເດ. ອົງການ
ຂ່າວເອີນາ (IRNA) ຂອງທາງການອີຣ່ານ ລາຍງານ ໃນວັນອັງ ຄານວານນີ້ ໂດຍອ້າງ
ຄຳເວົ້າໂຄສົກຂອງຕຳຫຼວດທ່ານຊາອີດ ມອນຕາເຊີ ອາລເມດີ ທີ່ໃຫ້ການຢືນຢັນ ກ່ຽວ
ກັບການເສຍຊີວິດຂອງຕຳຫຼວດຫ້າຄົນ.

ທ່ານອາລເມດີ ກ່າວຕໍ່ອົງການຂ່າວອິສນາ ຊຶ່ງເປັນອົງການຂ່າວເຄິ່ງທາງການຂອງ
ອີຣ່ານ ທີ່ກ່າວວ່າ ສະມາຊິກຂອງກຸ່ມບາຊິສໃນກຳລັງພິທັກປະຕິວັດອິສລາມ ແມ່ນ
ຮວມຢູ່ໃນພວກທີ່ຖືກຂ້າຕາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG