ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີ​ຣ່ານ​ ປິດ​​ອິນ​ເຕີ​ແນັດ ເກືອບ​ທັງໝົດ ​ໄດ້​ 7 ​ວັນແລ້ວ ຂະ​ນະ​ທີ່ ສ​ຫລ ວາງ​ມາດ​ຕະ​ການລົງ​ໂທດ ຕໍ່​ຜູ້​ຮັບ​ຜິດ​ຊອບ ເລື້ອງ​ດັ່ງ​ກ່າວ


ທ່ານໂມ​ຮຳ​ມາດ ຈາ​ວາດ ອາ​ຊາ​ຣີ ຈາ​ໂຣ​ມີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ​ເທັກ​ໂນ​ໂລ​ຈີ​ດ້ານ​ການ​ສື່​ສານຂອງ​ອີ​ຣ່ານ ທີ່​ຖືກ ສ​ຫລ ​ລົງ​ໂທດນັ້ນ ​ຖືກສຳ​ພາດ​ໂດຍ​ອົງ​ການ​ຂ່າວ​ເອ​ພີ ​ໃນ​ວັນ​ທີ 7 ກໍ​ລະ​ກົດ, 2019
ທ່ານໂມ​ຮຳ​ມາດ ຈາ​ວາດ ອາ​ຊາ​ຣີ ຈາ​ໂຣ​ມີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ​ເທັກ​ໂນ​ໂລ​ຈີ​ດ້ານ​ການ​ສື່​ສານຂອງ​ອີ​ຣ່ານ ທີ່​ຖືກ ສ​ຫລ ​ລົງ​ໂທດນັ້ນ ​ຖືກສຳ​ພາດ​ໂດຍ​ອົງ​ການ​ຂ່າວ​ເອ​ພີ ​ໃນ​ວັນ​ທີ 7 ກໍ​ລະ​ກົດ, 2019

ອີ​ຣ່ານໄດ້ຍືດ​ເວ​ລາ​ໃນ​ການກີດ​ກັນ​ກາ​ນເຂົ້າ​ໃຊ້​ອິນ​ເຕີ​ແນັດອອກ​ໄປ​ເປັນ​ມື້​ທີ​ 7​ແລ້ວ ເພື່ອ​ປາບ​ປາມການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານຢູ່ພາຍໃນ​ປະ​ເທດ ຊຶ່ງ​ເຮັດ​ໃຫ້​ສະ​ຫະ​ລັດ​ລົງ​ໂທດຕໍ່​ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ທີ່​ຮັບ​ຜິດ​ຊອບ​ການ​ປິດ​ການ​ບໍ​ລິ​ການ​ດັ່ງ​ກ່າວ​ໄວ້ນັ້ນ.

ໃນ​ການ​ຂຽນ​ລົງ​ຢູ່​ໃນ​ທວີດ​ເຕີ​ໃນ​ຕອນ​ແລງວັນ​ສຸກວານນີ້, ກຸ່ມ NetBlocks ທີ່​ສິ້ງ​ຊອມເບິ່ງ​ການ​ໃຊ້​ອິນ​ເຕີ​ແນັດທີ່​ຕັ້ງ​ຢູ່​ໃນນະ​ຄອນ​ລອນດອນຂອງ​ອັງ​ກິດ ເວົ້າ​ວ່າ​ ການປິດ​ອິນ​ເຕີ​ແນັດ​ໄວ້​ໄດ້​ແກ່​ຍາວ​ມາ​ໄດ້ 6 ວັນ​ແລ້ວ ແລະ “ເຮັດ​ໃຫ້ບັນ​ດາໝູ່​ເພື່ອນ ແລະ​ຄອບ​ຄົວຕ່າງໆ​ບໍ່​ສາ​ມາດ​ຕິດ​ຕໍ່​ຫາ​ກັນ​ໄດ້ ແລະ​ຈຳ​ກັດ​ສິດ​ພື້ນ​ຖານ​ຂອງ​ຊາວອີ​ຣ່ານ.

"ໜ້າ​ຈໍຖ່າຍ​ທອດ​ສົດ​ຂອງ​ກຸ່ມ​ດັ່ງ​ກ່າວ​ທີ່​ວັດ​ແທກ​ຄວາມ​ສາ​ມາດ​ຕິດ​ຕໍ່​ທາງ​ອິນ​ເຕີ​ແນັດ​ຂອງ​ອີ​ຣ່າ​ນ​ຢູ່​ໃນ YouTube ​: https://www.youtube.com/watch?v=TxdPm0vB-FA ສະ​ແດງໃ​ຫ້​ເຫັນ​ວ່າ ມີ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ໜ້ອຍ​ນຶ່ງ​ເຖິງ 20 ເປີເຊັນແລ້ວ ພາຍ​ຫລັງ​ທີ່​ໄດ້​ເພີ້ມ​ຂຶ້ນ​ມາ​ເຖິງ 15 ເປີ​ເຊັນ ຈາກ 5 ເປີ​ເຊັນ ​ໃນ​ວັນ​ພະ​ຫັດ​ຜ່ານ​ມາ.

ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ບາງ​ທ່ານເວົ້າ​ວ່າ ພວກ​ເພິ່ນ​ຫວັງ​ວ່າ ການ​ເຂົ້າ​ເຖິງ​ອິນ​ເຕີ​ແນັດ ຄາດ​ວ່າ​ຈະ​ສາ​ມາດ​ກັບ​ຄືນ​ມາໄດ້​ອີກ​ແບບ​ຊ້າໆໃນ​ຫລາຍມື້​ຂ້າງ​ໜ້າ​ນີ້. ແຕ່​ວ່າກໍ​ບໍ່​ໄດ້​ມີ​ການ​ປະ​ກາດ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບວ່າ​ ການ​ປິດ​ອິນ​ເຕີ​ແນັດ​ທີ່​ເລີ້ມ​ຕົ້ນ ຂຶ້ນໃນ​ແລງວັນ​ທີ 16 ພະ​ຈິກຜ່ານ​ມາ ໃນ​ຂະ​ນະ​ທີ່ພວກເຈົ້າ​ໜ້າ​ທີ່ພະ​ຍາ​ຍາມທີ່​ຈະ​ຫ້າມບໍ່​ໃຫ້​ຊາວ​ອີ​ຣ່ານເອົາ​ຮູບ​ການ​ປະ​ທ້ວງ​ທົ່ວ​ປະ​ເທດ​ທີ່​ເກີດ​ຂຶ້ນ​ໃນ​ມື້​ກ່ອນ​ນຳ​ອອກ​ເຜີຍ​ແຜ່ ຈະ​ສິ້ນ​ສຸດ​ລົງ​ໃນ​ມື້​ໃດແທ້.

ອົງ​ການ​ຂ່າວ​ອິ​ສ​ລາມ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລອາ​ຊາດ (Azad) ຂອງ​ອີ​ຣ່ານ ຊຶ່ງ​ເປັນ​ອົງ​ການ​ຂ່າວ​ລະ​ດັບ​ຊາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເອກ​ະ​ຊົນນັ້ນເວົ້າ ຢູ່​ໃນ​ບົດ​ຄວາມ​ອັນ​ນຶ່ງ ໃນ​ວັນ​ພະ​ຫັດ​ຜ່ານ​ມາວ່າ http://bit.ly/2OcwCa1 ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ອື່ນ 7 ແຫ່ງ ຢູ່​ໃນ​ປະ​ເທດນັ້ນ ​ໄດ້​ເຮັດ​ໃຫ້​ມີ​ການ​ຕິດ​ຕໍ່​ທາງ​ອິນ​ເຕ​ແນັດ​ຂອງ​ຕົນ​ກັບ​ຄືນ​ມາ. ແຕ່​ວ່າ ອົງ​ການ​ຂ່າວ​ດັ່ງ​ກ່າວ​ກໍ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ຫົວ​ໜ້າ​ຝ່າຍ​ປະ​ຊາ​ສຳ​ພັນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊາ​ຣິ​ຟ (Sharif) ຊຶ່ງ​ເປັນ ແຫ່ງ​ນຶ່ງ​ຢູ່ໃນ​ຈຳ​ນວນນັ້ນ ວ່າ​ການ​ເຂົ້າໃຊ້​ອິນ​ເຕີ​ແນັດ​ທີ່ກັບ​ຄືນ​ມາ​ໃໝ່​ນີ້ "ແມ່ນ​ຊ້າ​ຫລາຍ."

​ພວກ​ເຈົ້າ​ໜ້າ​ທີ່ອີ​ຣ່ານ ໄດ້ເຮັດ​ໃຫ້ການ​ເດີນ​ຂະ​ບວນ​ປະ​ທ້ວງ​ລະ​ເບີດ​ຂຶ້ນ ເມື່ອ​ພວກ​ເຂົາ​ເຈົ້າໄດ້​ຂຶ້ນ​ລາຄານ້ຳ​ມັນ​ເຊື້ອ​ໄຟທີ່​ໄດ້​ຮັບ​ເງິນ​ເກື້ອ​ກຸນ​ຈາກ​ລັດ​ຖະ​ບານ ນັ້ນ 50 ເປີ​ເຊັນໃນວັນທີ 15 ພະ​ຈິກຜ່ານ​ມາ. ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນດັ່ງ​ກ່າວ ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ເງິນ​ຂອງ​ຄົນ​ອີ​ຣ່ານ​ຫລາຍ​ຄົນ ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຢູ່​ໃນ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ອ່ອນ​ແອ​ລົງ ຍ້ອນ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ແລະ​ການ​ສໍ້​ລາດ​ບັງ​ຫລວງ​ຂອ​ງ​ລັດ​ຖະ​ບານ ແລະ​ການ​ບໍ​ລິ​ຫານ​ແບບ​ຜິດ​ພາດ​ຢູ່​ແລ້ວນັ້ນ ເພີ້ມ​ຄວາມຝືດ​ເຄືອງ​ຂຶ້ນໄປອີກ.

ຢູ່​ໃນ​ການ​ຕອບ​ໂຕ້ທຳ​ອິດ​ທີ່​ເປັນ​ການ​ລົງ​ໂທດ​ຕໍ່​ການ​ປິດ​ອິນ​ເຕີ​ແນັດ​ນັ້ນ, ລັດ​ຖະ​ບານທ່ານ​ທ​ຣຳ​ໄດ້ໃຊ້​ມາດ​ຕະ​ການ​ລົງ​ໂທດຕໍ່ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ​ເທັກ​ໂນ​ໂລ​ຈີ​ດ້ານ​ການ​ສື່​ສານ (ICT) ຂອງ​ອີ່​ຣ່ານ, ທ່ານໂມ​ຮຳ​ມາດ ຈາ​ວາດ ອາ​ຊາ​ຣີ ຈາ​ໂຣ​ມີ (Mohammad Javad Azari Jahromi) ໃນ​ວັນ​ສຸກວານນີ້.

ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ​ເວົ້າ​ວ່າ ກະ​ຊວງ​ຂອງທ່ານອາ​ຊາ​ຣີ ຈາ​ໂຣ​ມີ (Azari Jahromi) ໄດ້​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ຈຳ​ກັດ​ການ​ເຂົ້າເຖິງ​ອິນ​ເຕີ​ແນັດ​ຂອງ​ປະ​ຊາ​ຊົນ​ອີ​ຣ່ານ, ລວມ​ທັງ​ແອັ​ປ​ທີ່​ໃຊ້​ສົ່ງ​ຂໍ້​ຄວາມ​ຫາ​ກັນທີ່​ໃຊ້​ໂດຍປະ​ຊາ​ຊົນ​ຫລາຍ 10 ລ້ານ​ຄົນເພືື່ອ​ສື່​ສານ​ນຳ​ກັນ​ ແລະ​ກັບ​ໂລກ​ພາ​ຍນອກນັ້ນນຳ​ອີກ​ດ້ວຍ.

ກະ​ຊວງ​ທີ່​ວ່ານີ້ ​ຍັງ​ໄດ້​ເອົາຊື່​ຂອງທ່ານ ອາ​ຊາ​ຣີ ຈາ​ໂຣ​ມີ (Azari Jahromi) ເຂົ້າ​ໃສ່​ໃນ​ບັນ​ຊີ​ຂອງ​ຄົນ​ທີ່​ໄດ້​ຖືກ​ຈັດ​ໄວ້​ພິ​ເສດ ແລະ​ຖືກ​ເກືອດ​ຫ້າມ ຫລື SDN ຂອງ​ຕົນ, ຍຶດ​ຊັບ​ສິນ​ຂອງ​ທ່ານ​ຢູ່​ໃນ​ດິນ​ແດນ​ຂອງ​ສະ​ຫະ​ລັດ ແລະ​ຫ້າມ​ຊາວ​ອາ​ເມ​ຣິ​ກັນບໍ່​ໃຫ້​ເຮັດ​ທຸ​ລະ​ກິດ​ທີ່​ກ່ຽວ​ຂ້ອງ​ກັບ​ຊັບ​ສິນ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG