ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ກະຊວງພາຍໃນ ອີຣ່ານ ກ່າວວ່າ ພວກປະທ້ວງ ຈະໄດ້ປະເຊີນກັບ ບັນຫາທີ່ຕາມມາ


ນັກຮຽນມະຫາວິທະຍາໄລຄົນນຶ່ງ ເຂົ້າຮ່ວມໃນການປະທ້ວງ
ທີ່ມະຫາວິທະຍາໄລ ເຕຫະຣ່ານ ໃນຂະນະທີ່ຕຳຫຼວດຕໍ່ຕ້ານ
ການຈະລາຈົນ ໄດ້ແກວ່ງລະເບີດຄວັນໃສ່. ນະຄອນຫຼວງ ເຕຫະຣ່ານ, ອີຣ່ານ. 30 ທັນວາ, 2017.
ນັກຮຽນມະຫາວິທະຍາໄລຄົນນຶ່ງ ເຂົ້າຮ່ວມໃນການປະທ້ວງ ທີ່ມະຫາວິທະຍາໄລ ເຕຫະຣ່ານ ໃນຂະນະທີ່ຕຳຫຼວດຕໍ່ຕ້ານ ການຈະລາຈົນ ໄດ້ແກວ່ງລະເບີດຄວັນໃສ່. ນະຄອນຫຼວງ ເຕຫະຣ່ານ, ອີຣ່ານ. 30 ທັນວາ, 2017.

ລັດຖະມົນຕີກະຊວງພາຍໃນຂອງ ອີຣ່ານ ໄດ້ເຕືອນວ່າ ພວກຜູ້ທີ່ “ຂັດຂືນຄຳສັ່ງ ແລະ
ລະເມີດກົດໝາຍ ຕ້ອງຮັບຜິດຊອບສຳລັບການປະພຶດຂອງເຂົາເຈົ້າ ແລະ ປະເຊີນກັບ
ຜົນທີ່ຕາມມາ,” ຫຼັງຈາກພວກປະທ້ວງຕໍ່ຕ້ານລັດຖະບານຫຼາຍພັນຄົນໄດ້ເດີນຂະບວນ
ເປັນມື້ທີສາມໃນວັນເສົາວານນີ້.

ທ່ານ ອັບໂດຣາມັນ ຣາມານີ ຟາສ໌ລີ ໄດ້ກ່າວໃນຖະແຫຼງການອອກໂທລະພາບ ເມື່ອ
ວັນອາທິດມື້ນີ້ວ່າ “ຄວາມຢ້ານກົວ ແລະ ການກໍ່ການຮ້າຍ ຈະຖືກຕ້ານຢັນຢ່າງແນ່
ນອນ.”

ມີພວກຜູ້ປະທ້ວງຢ່າງໜ້ອຍສອງຄົນຖືກຂ້າຕາຍ ໃນລະຫວ່າງການປະທະກັນກັບຕຳ
ຫຼວດໃນວັນເສົາວານນີ້ ຢູ່ເມືອງ ໂດຣຸດ ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ.

ວີໂອເອພະແນກ ເປີເຊຍ ໄດ້ລະບຸຕົວຜູ້ເຄາະຮ້າຍສອງຄົນວ່າແມ່ນທ້າວ ຮຳເຊ ລາຊ໌ນີ
ແລະ ທ້າວ ຮັອສ໌ເຊນ ເຣຊ໌ໂນ ຫຼັງຈາກນັກຂ່າວໄດ້ລົມນຳຄອບຄົວຜູ້ຖືກເຄາະຮ້າຍນັ້ນ.

ອົງການຂ່າວເຄິ່ງລັດຖະການຊື່ວ່າ Mehr ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ລັດຖະບານ
ພາກພື້ນ ທີ່ຢືນຢັນການຕາຍຂອງສອງຄົນທີ່ວ່ານັ້ນ ໃນວັນອາທິດມື້ນີ້.

ວິດີໂອທີ່ຖືກເປີດເຜີຍໃນສື່ສັງຄົມ ໄດ້ສະແດງໃຫ້ເຫັນຜູ້ຖືກເຄາະຮ້າຍສອງຄົນດັ່ງກ່າວ
ລຸນຫຼັງການຍິງກັນ. ວິດີໂອທາງອອນໄລນ໌ ອື່ນໆໄດ້ສະແດງໃຫ້ເຫັນປະຊົນຫຼາຍພັນຄົນ
ປະທ້ວງຢູ່ໃນຫຼາຍຕົວເມືອງທົ່ວປະເທດ ອີຣ່ານ ລວມທັງການໂຈມຕີອາຄານລັດຖະ
ບານບາງແຫ່ງ ແລະ ໄດ້ປະເຊີນໜ້າກັບຕຳຫຼວດຢ່າງຮຸນແຮງ.

ມີລາຍງານວ່າ ໂທລະສັບມືຖືບໍ່ສາມາດທີ່ຈະໃຊ້ອິນເຕີແນັດໄດ້ ໃນໄລຍະເວລາໃດນຶ່ງ,
ແຕ່ໃນທີ່ສຸດສັນຍານກໍກັບຄືນມາໃຊ້ໄດ້ໃນເວລາຕໍ່ມາ. ອີງຕາມລາຍງານຂອງອົງການ
ຂ່າວ AFP.

ການຈະລາຈົນດັ່ງກ່າວແມ່ນຄັ້ງທີ່ໃຫຍ່ທີ່ສຸດ ແລະ ດົນນານທີ່ສຸດນັບຕັ້ງແຕ່ການປະ
ທ້ວງການເລືອກຕັ້ງປະທານາທິບໍດີໃນປີ 2009 ທີ່ໄດ້ກໍ່ໃຫ້ເກີດການຂຶ້ນລາຄາອາຫານ
ສູງ. ປະຊາຊົນຫຼາຍເຖິງ 72 ຄົນໄດ້ເສຍຊີວິດໃນຄວາມວຸ້ນວາຍເມື່ອປີ 2009 ຫຼັງຈາກ
ລະບອບການປົກຄອງໄດ້ປາບປາມພວກປະທ້ວງ ທີ່ຮຽກຮ້ອງໃຫ້ຈັດການເລືອກຕັ້ງ
ໃໝ່ຂອງອະດີດປະທານາທິບໍດີ ມາກມູດ ອາກມາດິເນຈາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Amid Protests Across Iran, Trump Lashes Out at Tehran's Leaders
please wait

No media source currently available

0:00 0:01:29 0:00

XS
SM
MD
LG