ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີ​ຣ່ານ ​​ເພີ້ມ​ການ​​ປາບ​ປາມ ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ ເພື່ອ​ຍຸ​ຕິ​ການ​ໄວ້​ອາ​ໄລ ແກ່​ຊາຍ​ທີ່​ຖືກ​ຂ້າ​ຕາຍ​ ໃນ​ການ​ປະ​ທ້ວງ


​ຮູບ​ຂອງ​ທ່ານ Pouya Bahktiari ຢູ່​ຂຸມ​ຝັງ​ສົບ​ຂອງ​ທ່ານ ໃນ​ປ່າ​ຊ້າ Beheshe Sakineh ຢູ່​ເມືອງ Karaj ຂອງ​ອີ​ຣ່ານ
​ຮູບ​ຂອງ​ທ່ານ Pouya Bahktiari ຢູ່​ຂຸມ​ຝັງ​ສົບ​ຂອງ​ທ່ານ ໃນ​ປ່າ​ຊ້າ Beheshe Sakineh ຢູ່​ເມືອງ Karaj ຂອງ​ອີ​ຣ່ານ

ອີ​ຣ່ານ​ໄດ້​ເພີ້ມ​ການ​ປາບ​ປາມຂອງ​ຕົນ ຕໍ່​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ ​ຢູ່​ພາຍ​ໃນ​ປະ​ເທດ ​ໃນ​ວັນ​ພະ​ຫັດ​ວານນີ້, ໂດຍ​ໄດ້​ທັ​ບມ້າງພິ​ທີໄວ້​ອາ​ໄລແກ່ຊາຍ​ຄົນ​ນຶ່ງ​ທີ່​ຖືກ​ຂ້າ​ຕາຍ​ຢູ່​ໃນ​ການ​ປະ​ທ້ວງ​ເມື່ອມໍ່ໆ​ມານີ້, ຊຶ່ງ​ໄດ້​ເອົາກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໄປປະ​ຈຳ​ເຕັມຕາມ​ຖະ​ໜົນ​ຫົນ​ທາງສາຍ​ຕ່າງໆ ແລະ​ໄດ້​ຕັດ​ບໍ່​ໃຫ້ອຸ​ປະ​ກອນ​ມື​ຖື​ເຂົ້າ​ເຖິງອິນ​ເຕີ​ແນັດ​ໄດ້.

ມາດ​ຕະ​ການ​ປາບ​ປາມ​ຕ່າງໆ ປາ​ກົດ​ວ່າ ແນ​ໃສ່ເຮັດ​ໃຫ້​ຊາວ​ອີ​ຣ່ານ ບໍ່ປະ​ຕິ​ບັດ​ຕາມຄຳ ຮຽກ ຮ້ອງ​ຢ່າງ​ໜ້າ​ສົນ​ໃຈ​ຂອງພວກ​ນັກ​ເຄື່ອນ​ໄຫວທີ່ບອກ​ວ່າໃຫ້ທຳ​ການ​ໂຮມ​ຊຸມ​ນຸມ ຂອງ​ປະ​ຊາ​ຊົນ ​ໃນ​ວັນ​ທີ 26 ທັນ​ວາ ວານນີ້ ເພື່ອ​ເປັນ​ຂີດ​ໝາຍ​ວັນສິ້ນ​ສຸດຂອງ​ການ​ໄວ້​ອາ​ໄລຕາມ​ປະ​ເພ​ນີເປັນ​ເວ​ລາ 40 ວັນ ສຳ​ລັບ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ທີ່​ສຳ​ຄັນ​ຄົນ​ນຶ່ງ ຢູ່ໃນ​ການ​ປະ​ທ້ວງ​ຕ່າງໆ​ເດືອນ​ແລ້ວນີ້, ຄື​ທ່ານປູ​ຢາ ບັກ​ເຕຍ​ຣີ. ການ​ເດີນ​ຂະ​ບວນຢູ່​ທົ່ວ​ປະ​ເທດ​ ເປັນ​ເວ​ລາ​ຫລາຍ​ວັນທີ່​ວ່ານັ້ນ ໄດ້​ເກີດ​ຂຶ້ນ​ຍ້ອນການ​ຕັດ​ສິນ​ໃຈຂອງລັດ​ຖະ​ບານ​ໃນ​ວັນ​ທີ 15 ພະ​ຈິກ​ຜ່ານ​ມາ ທີ່​ໄດ້ຂຶ້ນ​ລາ​ຄາ​ນ້ຳ​ມັນຢ່າງ​ຫລວງ​ຫລາຍ ແລະ​ເປັນ​ຂີດ​ໝາຍ​ຂອງ​ເຫດ​ການ​ວຸ້ນ​ວາຍທີ່​ເປັນ​ອັນ​ຕະລາຍ​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ອີ​ຣ່ານໃນ​ຮອບ​ຫລາຍ​ທົດ​ສະ​ວັດຜ່ານ​ມານີ້.

ຂໍ້​ຄວາມ​ຂຽນ​ລົງ​ໃນທວີດເຕີ ເວົ້າ​ວ່າ "ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ອີ​ຣ່ານ ໄດ້​ຈັບ​ກຸມ​ຄົນ​ຢູ່​ໃນ​ປ່າ​ຊ້າໃນ​ເມືອງກາ​ຣາຈ (Karaj) ຂອງ​ອີ​ຣ່ານ, ວັນ​ທີ 26 ທັນ​ວາ, 2019."

ວີ​ດິ​ໂອ​ສາກ​ນຶ່ງ ​ທີ່​ໄດ້​ຮັບມາ​ຈາກ​ອີ​ຣ່ານ ແລະ​ໄດ້​ຖືກ​ຢືນ​ຢັນ ​ຈາກວີ​ໂອ​ເອພະ​ແນກພາ​ສາ​ເປີເຊຍສະ​ແດງ​ໃຫ້​ເຫັນ​ວ່າ ພະ​ນັກ​ງາ​ນ​ຮັກ​ສາ​ຄວາມ​ສະ​ຫງົບໄດ້​ຈັບ​ຫລາຍ​ຄົນຢູ່ປ່າ​ຊ້າບີ​ເຮ​ເຊ ຊາ​ກີ​ເນ (Beheshe Sakineh) ຢູ່​ເມືອງກາ​ຣາ​ຈ (Karaj) ​ໄປ​ຂັງ ໃນ​ວັນ​ພະ​ຫັດ​ວານນີ້.

ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ທ່ານບັກ​ເຕຍ​ຣີ (Bakhtiari) ໄດ້​ຂໍ​ຮ້ອງ​ໃຫ້​ສາ​ທາ​ລະ​ນະ​ຊົນ ແລະ​ພວກ​ນັກ​ຂ່າວ​ທັງ​ຫ​ລາຍ​ໄປ​ຮ່​ວມ​ພິ​ທີ​ຂີດ​ໝາຍວັນ​ສິ້ນ​ສຸດ​ແຫ່ງການໄວ້​ອາ​ໄລເປັນ​ເວ​ລາ 40 ວັນ ກັບເຂົ​າ​ເຈົ້າຢູ່​ຂຸມຝັງ​ສົບຂອງລາວ ນັບ​ຕັ້ງ​ແຕ່ມື້​ທີ່​ຜູ້​ກ່ຽວຖືກ​ຂ້າ​ຕາຍເປັນ​ຕົ້ນ​ມາ ແລະ​ໄດ້​ໃຊ້ອິນ​ສ​ຕາ​ແກ​ຣມ (Instagram) ເພື່ອ​ປ່າວ​ປະ​ກາດ​ຄຳ​ເວົ້າອອກ​ໄປ. ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ລາວ​ຖືກ​ຍິງ​ໃສ່​ຫົວ​ໃນ​ວັນ​ທີ 16 ພະ​ຈິກ, ຊຶ່ງ​ເປັນ​ວັນ​ທີ​ສອງ​ຂອງ​ການ​ປະ​ທ້ວງ.

ການ​ປຸກ​ລະ​ດົມ​ຂອງ​ຄອບ​ຄົວ​ຜູ້​ກ່ຽວໃນ​ສື່​ສັງຄົມອອນ​ລາຍ ໄດ້​ເຮັດ​ໃຫ້​ຄົນ​ຮູ້​ຈັກ​ກ່ຽວ​ກັບ​ການ​ສັງ​ຫານ​ທ່ານບັກ​ເຕຍ​ຣີ (Bakhtiari) ຫລາຍ​ຂຶ້ນ ຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ກ່ຽວ​ກາຍ​ເປັນ​ຜູ້​ເສຍ​ຊີ​ວິດ​ທີ່​ສຳ​ຄັນ​ທີ່​ສຸດ​ຄົນ​ນຶ່ງ ​ຢູ່​ໃນ​ການ​ເດີນ​ຂະ​ບວນ​ປະ​ທ້ວງ ຕ່າງໆ​ນັ້ນ.

ພວກ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ​ຢູ່​ໃນ​ອີ​ຣ່ານ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ໂຮມ​ຊຸມ​ນຸມ​ກັນ​ອີກ​ຫລາຍ​ຄັ້ງຢູ່​ທົ່ວ​ປະ​ເທດ ເພື່ອ​ເປັນ​ການ​ລະ​ນຶກ​ເຖິງຄົນ​ອື່ນ​ຫລາຍ​ຮ້ອຍ​ຄົນ ທີ່​ກຸ່ມ​ປັກ​ປ້ອງ​ສິດ​ທິ​ມະ​ນຸດ​ເວົ້າ​ວ່າ ຖືກ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບຂ້າ​ຕາຍ ໂດຍ​ໃຊ້​ກະ​ສຸນ​ປືນ​ແທ້ຍິງໃສ່​ພວກ​ປະ​ທ້ວງ.

ພວ​ກ​ເຈົ້າ​ໜ້າ​ທີ່​ອີ​ຣ່ານໄດ້​ປະ​ຕິເສດ​ການລາຍ​ງານ​ທີ່​ເວົ້າ​ວ່າ​ຫລາຍ​ຮ້ອຍ​ຄົນ​ເສຍ​ຊີ​ວິດນັ້ນ ໂດຍ​ເວົ້າວ່າ​ເປັນ​ການ​ເວົ້າ​ເກີນຄວາມ​ເປັນຈິງ ແຕ່ບໍ່​ໄດ້​ບອກຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ຂອງ​ຕົນ​ເອງ ແຕ່​ຢ່າງ​ໃດ.

ໜັງ​ສື​ພິມ The New York Times ແລະ Washington Post ໄດ້​ລາຍ​ງານ​ວ່າ ພີ່​ນ້ອງ​ຈຳ​ນວນນຶ່ງຂອງທ່ານບັກ​ເຕຍ​ຣີ (Bakhtiari) ສາ​ມາດ​ໄປ​ເຖິງ​ປ່າ​ຊ້າໄດ້ ເພື່ອ​ທຳ​ການ​ໄວ້​ອາ​ໄລ​ ໃນ​ວັນ​ພະ​ຫັດ​ວານນີ້ ພາຍ​ຫລັງ​ທີ່ຄົນ​ອື່ນໆ ຫລາຍ​ຄົນຖືກ​ຈັບ ​ໃນ​ຕົ້ນ​ອາ​ທິດນີ້ ຊຶ່ງ​ລວມ​ທັງ​ພໍ່​ແມ່​ຂອງ​ລາວ ຍ້ອນ​ໄດ້​ວາງ​ແຜນໃຫ້​ມີ​ການ​ໂຮມ​ຊຸມ​ນຸມຂອງ​ປະ​ຊາ​ຊົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG