ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ສຫລ ບອກພວກປະທ້ວງ ຢູ່ອີຣ່ານ ວ່າ ພວກເຂົາເຈົ້າ ຈະບໍ່ຖືກ ຫລົງລືມ


ໃນພາບຖ່າຍໂດຍບຸກຄົນນຶ່ງທີ່ບໍ່ແມ່ນພະນັກງານ ຂອງສໍານັກຂ່າວ AP ທີ່ຢູ່ນອກອີຣ່ານ ສະແດງໃຫ້ເຫັນວ່າ ພວກເດີນຂະບວນມາເຕົ້າໂຮມກັນ ເພື່ອປະທ້ວງ ຕໍ່ເສດຖະກິດທີ່ອ່ອນແອຂອງອີຣ່ານ ໃນນະຄອນຫລວງ ເຕຫະຣ່ານ ໃນວັນເສົາທີ 30 ທັນວາ, 2017.

ສະຫະລັດ ​ໃຫ້​ສັນຍາ​ວ່າ​ ຈະ​ໃຫ້ການ​ສະໜັບສະໜຸນ ​ແກ່​ພວກ​ປະ​ທ້ວງ​ຢູ່​ອີ​ຣ່ານ
​ແລະ​ປະນາມ​ພວກ​ເຈົ້າໜ້າທີ່​ອີຣ່ານ ທີ່​ໄດ້​ທັບ​ມ້າງ​ການ​ປະ​ທ້ວງ ຊຶ່ງ​ເຮັດ​ໃຫ້ 21
ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 1,000 ຄົນ​ຖືກ​ຈັບ​ກຸມ.

​ເຈົ້າໜ້າທີ່​ທໍານຽບຂາວ​ທ່ານ​ນຶ່ງ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ສະຫະລັດ​ຈະ​ຊອກ​ຫາ
"ຂໍ້​ມູນ​ທີ່​ເປັນ​ບ່ອນ​ອີງ ​ໃນ​ການ​ດໍາ​ເນີນ​ການ​ໄດ້" ​ແລະ​ຊອກ​ຫາ​ວິທີທາງ​ວາງ​ມາດ​ຕະ
ການ​ລົງ​ໂທດ​ໃໝ່ ຕໍ່ຜູ້​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນການສະກັດ​ກັ້ນບໍ່ໃຫ້ມີການປະ​ທ້ວງ
​ທີ່​ຫາກໍ່​ເລີ້ມຂຶ້ນ​ໃນອາທິດຜ່ານ​ມານີ້ໄວ້.

ກະຊວງ​ການ​ຕ່າງປະ​ເທດສະຫະລັດຍັງ​ໄດ້​ກ່າວ​ວ່າ ຕົນ​ຈະ​ບໍ່ຢືນ​ເບິ່ງສະພາບການ​
ດັ່ງກ່າວ​ແບບ​ເສີຍໆ​ໄດ້.

ກະຊວງດັ່ງກ່າວ​ເວົ້າຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງວ່າ "ພວກ​ເຮົາ​ມີ​ເຈົ້າໜ້າທີ່​ຫລາຍ​
ຄົນ​ທີ່​ຈະ​ເຮັດ​ໃຫ້​ຜູ້​ທີ່​ກໍ່​ຄວາມ​ຮຸນ​ແຮງ​ຕໍ່ພວກ​ປະ​ທ້ວງ, ປະກອບສ່ວນ​ໃນ​ການເຝົ້າຕິດ
ຕາມ ​ຫລື ລັກ​ເອົາສິດ​ຂອງປະຊາຊົນອີຣ່ານນັ້ນ ມາ​ຮັບຜິດຊອບ​ຕໍ່ການ​ກະທໍາຂອງ
​ພວກ​ເຂົາ.” "ສໍາລັບ​ພວກ​ໄດ້​ຮັບ​ເຄາະ​ຮ້າຍ​ນັ້ນ ພວກ​ເຮົາ​ເວົ້າວ່າ ພວກ​ທ່ານ​ຈະບໍ່​ຖືກ​
ຫລົງລືມ."

​ເຖິງ​ແມ່ນ​ວ່າ ​ເຂົາ​ເຈົ້າຈະ​ບໍ່ມີ​ສ່ວນ​ກ່ຽວພັນ​ໂດຍ​ກົງ​ກັບ​ການ​ປະ​ທ້ວງກໍ​ຕາມ ສະຫະລັດ​ໄດ້ທໍາການລົງ​ໂທດ​ຕໍ່ບໍລິສັດ​ອີຣ່ານ 5 ບໍ​ລິ​ສັດ ທີ່​ມີສ່ວນ​ພົວພັນ​ກັບ​ໂຄງການ​ລູກ​ສອນ
​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ເຕຫະຣ່ານ ​ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານ ສະຕີເວັນ ມນຸສຊິນ (Steven Mnuchin) ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ສະ
ຫະລັດ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ວ່າ "ການ​ລົງ​ໂທດ​ດັ່ງກ່າວ​ນີ້​ແມ່ນແນ​ໃສ່
ອົງການ​ໃດ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງອີຣ່ານ ທີ່​
ລະບອບ​ປົກຄອງ​ຂອງ​ອີຣ່ານ ​ໄດ້​ໃຫ້​ບູລິ​ມະ​ສິດ​ສູງ​ກວ່າ​ຄວາມ​ຢູ່ດີກິນດີ​ທາງ​ເສດຖະ
ກິດຂອງ​ປະຊາຊົນອີຣ່ານ.”

ທ່ານ​ກ່າວ​ເພີ້ມອີກ​ວ່າ "​ໃນ​ຂະນະ​ທີ່​ປະຊາຊົນອີຣ່ານຕ້ອງ​ທົນ​ທຸກທໍລະມານ​ຢູ່ ລັດຖະ
ບານ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ກຳລັງພິທັກ​ປະຕິວັດ ຫລື IRGC ຜັດ​ໃຫ້​ທຶນ​ແກ່​ພວກ
​ຫົວ​ຮຸນ​ແຮງ​ຕ່າງປະ​ເທດ ທີ່​ເປັນ​ກຸ່ມ​ກໍ່ການ​ຮ້າຍ ​ແລະ​ລະ​ເມີດສິດ​ທິ​ມະນຸດນັ້ນຢູ່.”

​ແລະ ຢູ່​ທີ່​ສໍານັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ນັ້ນ ທ່ານ​ນາງ ນິກກີ ເຮ​ລີ (Nikki
Haley), ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ເປີດກອງປະຊຸມສຸກເສີນ
ຂອງ​ສະຫະ​ປະ ຊາ​ຊາດ​ດ່ວນ​ ກ່ຽວກັບ​ສະພາບ​ການ​ດັ່ງກ່າວ ໃນ​ວັນ​ສຸກ​ມື້ນີ້.

​ແຕ່​ວ່າຣັດ​ເຊຍ ​ແລະ​ສະມາຊິກ​ຈາກ​ປະ​ເທດ​ອື່ນ​ ຂອງ​ສະພາ​ຄວາມໝັ້ນຄົງອົງການສະ
ຫະ​ປະຊາ​ຊາດ ​ໄດ້​ຕໍາໜິສະຫະລັດ​ທີ່​ໄດ້ຮຽກຮ້ອງ​ໃຫ້​ເປີດ​ກອງ​ປະຊຸມ​ດັ່ງກ່າວ ​ໂດຍ
​ເວົ້າວ່າ ການ​ປະ​ທ້ວງ​ທີ່ວ່ານີ້ ເປັນ​ບັນຫາ​ພາຍ​ໃນ ​ແລະ​ບໍ່​ມີ​ສ່ວນກ່ຽວ​ຂ້ອງກັບ​ໄພ​ຂົ່ມ
ຂູ່​ຕໍ່ສັນຕິພາບ​ ​ແລະ​ຄວາມໝັ້ນຄົງສາກົນ ​ແຕ່​ຢ່າງ​ໃດ.

​ແຕ່​ຢ່າງ​ໃດ​ກໍ​ຕາມທ່ານ​ນາງ ເຮ​ລີ ກໍ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ຕອນບ່າຍ
​ວັນ​ພະຫັດ​ວານ​ນີ້ວ່າ "​ໂລກ​ໄດ້​ເຫັນ​ຄວາມສະພາບ​ການ​ທີ່ໜ້າຢ້ານ​ກົວ​ທີ່​ເກີດ​ຂຶ້ນຢູ່​ຊີ​
ເຣຍນັ້ນ​ແລ້ວ ທີ່​ເລີ້ມຕົ້ນດ້ວຍ ​ການ​ທີ່​ລະບອບ​ປົກ​ຄອງ​ທີ່​ເຂັ່ນຂ້າຜູ້​ຄົນ ປະຕິ​ເສດ​ບໍ່​ໃຫ້
ສິດແກ່ປະ​ຊາ​ຊົນໃນ​ການ​ປະ​ທ້ວງ​ແບບ​ສັນຕິ​ວິທີ. ພວກ​ເຮົາ​ຕ້ອງ​ບໍ່ປ່ອຍ​ໃຫ້​ສະພາບ
​ການ​ແບບ​ນັ້ນ ​ເກີດ​ຂຶ້ນ​ ໃນ​ອີຣ່ານ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Protests in Iran Againts Week Economy
please wait

No media source currently available

0:00 0:00:52 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG