ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດ ອີຣ່ານ ສອບຖາມ ເຈົ້າໜ້າທີ່ ຄົນສຳຄັນ ກ່ຽວກັບ ການປະທ້ວງຢ່າງຮຸນແຮງ


ປະຊາຊົນຮ້ອງຄຳຂວັນໃນລະຫວ່າງການປະທ້ວງຄັດຄ້ານ ການປະທ້ວງຕໍ່ຕ້ານລັດຖະບານ ຫຼັງຈາກພິທີສູດມົນໃນ
ນະຄອນຫຼວງ ເຕຫະຣ່ານ. 5 ມັງກອນ, 2018.
ປະຊາຊົນຮ້ອງຄຳຂວັນໃນລະຫວ່າງການປະທ້ວງຄັດຄ້ານ ການປະທ້ວງຕໍ່ຕ້ານລັດຖະບານ ຫຼັງຈາກພິທີສູດມົນໃນ ນະຄອນຫຼວງ ເຕຫະຣ່ານ. 5 ມັງກອນ, 2018.

ສະພາແຫ່ງຊາດຂອງ ອີຣ່ານ ໄດ້ພົບປະກັນ ໃນກອງປະຊຸມລັບ ເມື່ອວັນອາທິດວານນີ້
ເພື່ອຟັງການລາຍງານຕ່າງໆ ກ່ຽວກັບ ການປະທ້ວງທີ່ຮ້າຍແຮງ ໃນປະເທດ ແລະ ພິ
ຈາລະນາສະພາບເສດຖະກິດ ທີ່ເປັນສາເຫດຂອງການປະທ້ວງນັ້ນ.

ບັນດາສະມາຊິກສະພາໄດ້ຖາມລັດຖະມົນຕີກະຊວງພາຍໃນ ທ່ານ ອັບດໍຣາມານີ
ຟາສ໌ລີ, ລັດຖະມົນຕີສືບລັບ ທ່ານ ມາກມູດ ອາລາວີ ແລະ ທ່ານ ອາລີ ຊາມຄານີ ເລ
ຂາທິການຂອງສະພາຮັກສາຄວາມປອດໄພແຫ່ງຊາດສູງສຸດ, ກ່ຽວກັບ ການປະທ້ວງ
ຕ່າງໆ ທີ່ໄດ້ແຜ່ໄປທົ່ວປະເທດ ແລະ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 21 ຄົນນັ້ນ.

ບັນດາເຈົ້າໜ້າທີ່ກ່າວວ່າ ຄົນສ່ວນໃຫຍ່ຈາກຜູ້ທີ່ຖືກຈັບກຸມຫຼາຍກວ່າ 1,000 ຄົນ ໃນ
ລະຫວ່າງນຶ່ງອາທິດຂອງການປະທ້ວງຜ່ານປີໃໝ່ນັ້ນ ແມ່ນໄດ້ຖືກປ່ອຍໂດຍການປະ
ກັນຕົວອອກໄປ. ແຕ່ຜູ້ທີ່ຍັງເຫຼືອຢູ່ ເຊິ່ງເຊື່ອວ່າເປັນ ບຸກຄົນຕົວການທີ່ສຳຄັນນັ້ນແມ່ນ
“ກຳລັງຢູ່ພາຍໃນການເບິ່ງແຍງຂອງຕຸລາການ” ແລະ ຜູ້ພິພາກສາລັດຖະບານ ເຕຫະ
ຣ່ານ ທ່ານ ອັບບັສ ຈາຟາຣີ ໂດລາຕາບາດີ ກ່າວວ່າ ເຂົາເຈົ້າຈະຖືກ “ຈັດການຢ່າງ
ເອົາຈິງເອົາຈັງ.”

ສະມາຊິກສະພາແຫ່ງຊາດທ່ານ ໂມຮຳມັດ ເຣຊາ ຄາຈູອີ ກ່າວວ່າ ຜູ້ທີ່ຖືກຄວບຄຸມ
ຕົວສ່ວນໃຫຍ່ແມ່ນຜູ້ບໍ່ມີວຽກເຮັດງານທຳ, ປະຊາຊົນ “ຜູ້ທີ່ບໍ່ມີໃບປະກາສະນີຍະບັດ
ຈາກມະຫາວິທະຍາໄລ. ກອງປະຊຸມສະພາແຫ່ງຊາດ ສ່ວນໃຫຍ່ຈະເບິ່ງສະຖານະ
ພາບຂອງປະຊາຊົນ, ສະພາບເສດຖະກິດ ແລະ ການບໍ່ມີວຽກເຮັດງານທຳ.”

ແຕ່ທ່ານ ຄາຈູອີ ແລະ ຄົນອື່ນໆໄດ້ກ່າວຫາວ່າ ຄວາມບໍ່ສະຫງົບວ່າເປັນຍ້ອນລັດຖະ
ບານຕ່າງປະເທດ, ໂດຍສະເພາະແມ່ນ ສະຫະລັດ, ຊາອຸດີອາຣາເບຍ ແລະ ອິສຣາ
ແອລ. ທ່ານ ຄາຈູອີ ໄດ້ກ່າວຕໍ່ເວັບໄຊທ໌ ICANA ວ່າ “ສັດຕູກຳລັງພະຍາຍາມທີ່ຈະ
ແຊກຊຶມເຂົ້າໃນປະເທດຂອງພວກເຮົາດ້ວຍການສວຍໂອກາດໃຊ້ບັນຫາຕ່າງໆ.”

ກອງປະຊຸມສະພາແຫ່ງຊາດໄດ້ມີຂຶ້ນໃນຂະນະທີ່ລັດຖະບານໄດ້ຍົກເລີກຂໍ້ຫ້າມ
ຕ່າງໆຂອງເຂົາເຈົ້າ ກ່ຽວກັບ ການນຳໃຊ້ເວັບໄຊທ໌ Instagram ທີ່ພວກປະທ້ວງໄດ້
ໃຊ້ເພື່ອປຸກລະດົມ ການສະໜັບສະໜູນການປະທ້ວງຕາມທ້ອງຖະໜົນ. ແຕ່ການ
ເຂົ້າເຖິງ ແອັບພລີເຄຊັນສົ່ງຂໍ້ຄວາມມືຖື ທີ່ຖືກໃຊ້ຢ່າງກວ້າງຂວາງຊື່ວ່າ Telegram
ນັ້ນ, ຍັງຄົງຖືກປິດຢູ່, ໂດຍສະເໜີວ່າ ລັດຖະບານມີຄວາມເປັນຫ່ວງ ກ່ຽວກັບ ການ
ປະທ້ວງທີ່ເລີ່ມຂຶ້ນໃໝ່ນີ້.

ກອງກຳລັງພິທັກປະຕິວັດຂອງ ອີຣ່ານ ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນອາ
ທິດວານນີ້ວ່າ ກອງກຳລັງຮັກສາຄວມປອດໄພ ແລະ ປະຊາຊົນຜູ້ທີ່ໄດ້ເຂົ້າຮ່ວມໃນ
ການເດີນຂະບວນຕາມທ້ອງຖະໜົນເພື່ອສະໜັບສະໜູນລັດຖະບານນັ້ນ ໄດ້ຊ່ວຍ
ລະງັບການປະທ້ວງຕ່າງໆແລ້ວ.

ກຸ່ມດັ່ງກ່າວເວົ້າວ່າ “ຄວາມພາກພູມໃຈທີ່ຍິ່ງໃຫຍ່ຄັ້ງໃໝ່, ຈິດສຳນຶກ, ການມີສັດທາ
ແລະ ປະຊາຊົນປະຕິວັດ ອີຣ່ານ,” ພ້ອມກັບບັນດາອາສາສະໝັກ ບາຊິຈ໌ (Basij)
ແລະ ກອງກຳລັງຮັກສາຄວາມປອດໄພ, “ໄດ້ກຳຈັດການລວມຕົວກໍ່ຈະລາຈົນນັ້ນ
ແລ້ວ.

XS
SM
MD
LG