ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ເວົ້າ​ວ່າ ອີ​ຣ່ານອາດ​ ໄດ້​ສັງ​ຫານ​ ​ຫລາຍ ກວ່າ 1,000 ຄົນ ໃນການ​ ປະ​ທ້ວງ ເມື່ອ ມໍ່ໆ ມານີ້


ຕຳ​ຫລວດ​ປາບ​ການຈາ​ລະ​ຈົນ ພະ​ຍາ​ຍາມ​ເຮັດ​ໃຫ້ພວກ​ປະ​ທ້ວງທີ່ໄປ​ເຕົ້າ​ໂຮມ​ກັນຢູ່​ຕາ​ມ​ທາງ​ດ່ວນ​ເພື່ອ​ຄັດ​ຄ້ານ​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ ຢູ່​ໃນ​ນະ​ຄອນ​ຫລວງ Tehran ຂອງ​ອີ​ຣ່ານນັ້ນ ເພີກ​ໄປ ໃນ​ວັນ​ທີ 16 ພະ​ຈິກ, 2019
ຕຳ​ຫລວດ​ປາບ​ການຈາ​ລະ​ຈົນ ພະ​ຍາ​ຍາມ​ເຮັດ​ໃຫ້ພວກ​ປະ​ທ້ວງທີ່ໄປ​ເຕົ້າ​ໂຮມ​ກັນຢູ່​ຕາ​ມ​ທາງ​ດ່ວນ​ເພື່ອ​ຄັດ​ຄ້ານ​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ ຢູ່​ໃນ​ນະ​ຄອນ​ຫລວງ Tehran ຂອງ​ອີ​ຣ່ານນັ້ນ ເພີກ​ໄປ ໃນ​ວັນ​ທີ 16 ພະ​ຈິກ, 2019

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ນຶ່ງ​ຂອງ​ສະ​ຫະ​ລັດ​ເວົ້າ​ໃນ​ວັນ​ພະ​ຫັດ​ວານນີ້ວ່າ ກຳ​ລັງຮັກ​ສາ​ຄວາມ​ສະ​ຫງົ​ບ​ຂອງ​ອີ​ຣ່ານອາດ​ໄດ້​ສັງ​ຫານ​ຊີ​ວິດ​ຫລາຍກວ່າ 1,000 ຄົນ ຢູ່​ໃນການ​ປະ​ທ້ວງ​ທີ່​ດຳ​ເນີນ​ໄປ 3 ອາ​ທິດ ຊຶ່ງເກີດ​ມາຈາກ​ການຂຶ້ນລາ​ຄາ​ນ້ຳ​ມັນ ເຊື້ອ​ໄຟຢ່າງ​ກະ​ທັນ​ຫັນ​ຂອງ​ລັດ​ຖະ​ບານ.

"ປາ​ກົດ​ວ່າ ​ການ​ປົກ​ຄອງນີ້​ອາດ​ຈະ​ເຂັ່ນ​ຂ້າ​ພົນ​ລະ​ເມືອງ​ອີ​ຣ່ານຫລາຍກວ່າພັນ​ຄົນ​ ນັບ​ຕັ້ງ​ແຕ່​ມີ​ການ​ປະ​ທ້ວງ​ເລີ້ມ​ເກີດ​ຂຶ້ນ​ເປັນ​ຕົ້ນ​ມາ,” ນັ້ນ​ຄື​ຄຳ​ເວົ້າ​ຂອງຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ, ທ່ານ ໄບ​ຣ​ອັນ ຮຸ​ກ (Brian Hook).

ທ່ານ​ຮຸກ (Hook) ເວົ້າ​ວ່າ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຮັບ​ຄ​ລິບ​ວີ​ດິ​ໂອ 32,000 ຕອນ, ຊຶ່ງ​ລວມ​ທັງ​ພາບ​ຂອງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ພາກ​ໃຕ້​ຂອງ​ອີ​ຣ່ານ ຊຶ່ງ​ເປັນບ່ອນ​ທີ່ກອງ​ທັບ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມຖືກ​ກ່າວ​ຫາ​ວ່າໄດ້ຕາມລ້າ ​ພວກ​ປະ​ທ້ວງ​ກຸ່ມ​ນຶ່ງ ແລະ​ໄດ້ຍິງ​ສັງ​ຫານ​ຄົນ​ຫລາຍ​ເຖິງ 100 ຄົນ. ທ່ານ​ຮຸກ​ ຍັງ​ເວົ້າ​ອີກວ່າ ກຳ​ລັງ​ທະ​ຫານ​ຂອງ​ອີ​ຣ່ານ​ຍັງໄດ້​ເຮັດ​ໃຫ້ "ຫລາຍ​ພັນ​ຄົນ" ໄດ້​ຮັບ​ບາດ​ເຈັບ ແລະ​ຈັ​ບ​ກຸມ​ຢ່າງ​ໜ້ອຍ 7,000 ຄົນ​ ອີກ​ດ້ວຍ.

ທ່ານ​ໄດ້​ຮັບ​ຮູ້​ວ່າມັນ​ເປັນ​ການ​ຍາກ​ທີ່​ຈະ​ຢືນ​ຢັນຈຳ​ນວນ​ຄົນ​ເສຍ​ຊີ​ວິດໄດ້ ແຕ່​ກໍ​ໄດ້​ປະ​ກາດ​ວ່າ "ພວກ​ເຮົາ​ຮູ້​ຢ່າງ​ແນ່ນອນ​ວ່າມັນ​ມີ​ຫລາຍໆ​ຮ້ອຍ​ຄົນ."

ທ່ານນາງ ແມນ​ຊູ​ເຣ ມີ​ລ​ສ໌ (Mansoureh Mills), ນັກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ອີ​ຣ່ານ ຂອງອົງ​ການນີ​ລະ​ໂທດ​ກຳ​ສາ​ກົນ, ຊຶ່ງ​ເປັນ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດເວົ້າ​ວ່າ ທ່ານ​ນາງບໍ່​ສາ​ມາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຈຳ​ນວນ​ຄົນ​ເສຍ​ຊີ​ວິດ 1,000 ຄົນ ດັ່ງ​ກ່າວໄດ້ ແລະຕອນນີ້ຍັງໃຫ້​ຖື​ເອົາ​ຈຳ​ນວນຄາດ​ຄະ​ເນ​ຂອງ​ອົງ​ການ​ນີ​ລະ​ໂທດ​ກຳ​ສາ​ກົນທີ່​ຢູ່ໃນ​ຈຳ​ນວນ 208 ຄົນ​ໄປ​ສາ​ກ່ອນ.

ທ່ານ​ນາງ​ກ່າວ​ເພີ້ມ​ວ່າ “ແຕ່​ພວກ​ເຮົາ​ກໍ​ເຊື່ອ​ວ່າ ມັນ​ຈະ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫລາຍ ​ເພາະ​ພວກ​ເຮົາ​ໄດ້​ຮັບ​ລ​າຍ​ງານ​ໃໝ່​ກ່ຽວ​ກັບ​ການ​ຕາຍ​ຈາກ​ຮີ​ຣ່ານ​ທຸກໆ​ມື້." ບັນ ​ດາ​ນັກ​ສອນສາ​ສະ​ໜາທີ່​ປົກ​ຄອງ​ປະ​ເທດ ເວົ້າ​ວ່າ ​ຈຳ​ນວນ​ຄົນ​ເສຍ​ຊີ​ວິດທີ່​ລາຍ​ງານ​ໂດຍແຫລ່ງ​ຂ່າວ​ຕາ​ເວັນ​ຕົກ​ເປັນ “ຄຳ​ເວົ້າຂີ້​ຕົວະ”.

ມີ​ການ​ປະ​ທ້ວງ​ຢູ່​ໃນຫລາຍກວ່າ 100 ຕົວ​ເມືອງນ້ອຍ ແລະ​ໃຫຍ່ຂອງ​ອີ​ຣ່ານ ເກີດ​ຂຶ້ນ​ໃນ​ເດືອນ​ແລ້ວນີ້ ພາຍ​ຫລັງ​ທີ່​ລັດ​ຖະ​ບານ​ໄດ້​ຂຶ້ນ​ລາ​ຄານ້ຳ​ມັນ​ຫລາຍ​ເຖິງ 300 ເປີ​ເຊັນ.

ພວກ​ເດີນ​ຂະ​ບວນປະ​ທ້ວງພາ​ກັນ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ນຳທາງ​ສາ​ສະ​ໜາ​ ລາ​ອອກ. ທ່ານ​ຮຸກ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ເອີ້ນສະ​ພາບ​ວຸ້ນ​ວາຍ​ດັ່ງ​ກ່າວ​ວ່າ "ເປັນ​ວິ​ກິດ​ການ​ທາງ​ການ​ເມືອງ ​ທີ່​ຮ້າຍ​ແຮງ​ທີ່​ສຸດ ເທົ່າທີ່​ການ​ປົກ​ຄອງດັ່ງ​ກ່າວນີ້​ເຄີຍ​ໄດ້​ປະ​ເຊີນ" ນັບ​ຕັ້ງແຕ່​ມີ​ການ​ປະ​ຕິ​ວັດ​ອິ​ສ​ລາມ​ໃນ​ປີ 1979 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG