ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ອິຣ່ານວ່າ ຍັງບໍ່ຊ້າ ທີ່ສະຫະລັດຈະປັບປຸງ ຄວາມສຳພັນ ກັບອີຣ່ານ


ປະທານາທິບໍດີອິຣ່ານ ທ່ານ Mahmoud Ahmadinejad ກ່າວຄໍາປາໄສຕໍ່ກອງປະຊຸມ ຄັ້ງທີ 66 ຂອງສະມັດຊາໃຫຍ່ສະຫະປະຊາດ ທີ່ນິວຢອກ, ວັນທີ 22 ກັນຍາ 2011. REUTERS/Shannon Stapleton
ປະທານາທິບໍດີອິຣ່ານ ທ່ານ Mahmoud Ahmadinejad ກ່າວຄໍາປາໄສຕໍ່ກອງປະຊຸມ ຄັ້ງທີ 66 ຂອງສະມັດຊາໃຫຍ່ສະຫະປະຊາດ ທີ່ນິວຢອກ, ວັນທີ 22 ກັນຍາ 2011. REUTERS/Shannon Stapleton

ປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad ກ່າວວ່າ ຍັງບໍ່ທັນເປັນການຊ້າ
ເກີນໄປ ສຳລັບສະຫະລັດ ທີ່ຈະປັບປຸງຄວາມສຳພັນທີ່ປະສົບບັນຫາ ກັບອີຣ່ານ.

ໃນການໃຫ້ສຳພາດແກ່ອົງການຂ່າວເອພີ ຜູ້ນຳຂອງອີຣ່ານກ່າວວ່າ ປະທານາທິບໍດີສະຫະລັດ
ທ່ານບາຣັກໂອບາມາ ບໍ່ເຄີຍປະຕິບັດຕາມຄຳໝັ້ນສັນຍາທີ່ທ່ານໄດ້ໃຫ້ໄວ້ ທີ່ວ່າຈະພະຍາຍາມ
ເປີດການເຈລະຈາຄືນໃໝ່ກັບອີຣ່ານນັ້ນ. ທ່ານເວົ້າວ່າ ທ່ານຍັງມີຄວາມຫວັງຢູ່ ກ່ຽວກັບການ
ເຈລະຈາແບບເຊິ່ງໜ້າ ລະຫວ່າງທ່ານ ແລະປະທານາທິບໍດີສະຫະລັດ.

ໃນລະຫວ່າງການກ່າວຄຳປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໃນ
ວັນພະຫັດວານນີ້ ທ່ານ Ahmadinejad ໄດ້ຕຳໜິຕິຕຽນຢ່າງຮຸນແຮງຕໍ່ສະຫະລັດ ອິສຣາ
ແອລ ແລະປະເທດຕາເວັນຕົກ ໂດຍກ່າວຫາບັນດາປະເທດເຫຼົ່ານີ້ວ່າ ຫາທາງກໍ່ສົງຄາມ
ຊຸກຍູ້ໃຫ້ເກີດຄວາມບໍ່ລົງຮອຍກັນ ແລະນຳແຜ່ຜາຍລະບອບຜະເດັດການ.

ນອກນັ້ນທ່ານ Ahmadinejad ຍັງໄດ້ຖິ້ມໂທດໃນອັນທີ່ທ່ານເອີ້ນວ່າ ມະຫາອຳນາດທີ່ອວດ
ດີຂອງຕາເວັນຕົກ ທີ່ພາໃຫ້ເກີດສະພາບເສດຖະກິດຕົກຕໍ່າ ແລະຄວາມບໍ່ສະເໝີພາບທາງ
ດ້ານສັງຄົມຢູ່ໃນທົ່ວໂລກ.

ຄຳປາໄສທີ່ວ່ານີ້ ໄດ້ພາໃຫ້ຄະນະຜູ້ແທນຂອງສະຫະລັດ ຝຣັ່ງ ແລະອີກ 20 ປະເທດພາ
ກັນຍ່າງອອກຈາກກອງປະຊຸມສະມັດຊາໃຫຍ່.

ດັ່ງທີ່ທ່ານເຄີຍໄດ້ກະທຳມາແລ້ວ ໃນຄຳປາໄສຄັ້ງກ່ອນໆທີ່ອົງການສະຫະປະຊາຊາດນັ້ນ
ທ່ານ Ahmadinejad ໄດ້ຮຽກຮ້ອງໃຫ້ມີການປະຕິຮູບຢູ່ໃນອົງການສະຫະປະຊາຊາດ ໄປຈາກອຳນາດຂອງກຸ່ມປະເທດຕາເວັນຕົກ. ທ່ານເວົ້າວ່າ ມະຫາອຳນາດຕາເວັນຕົກໄດ້
ສວຍໃຊ້ການໂຈມຕີຂອງພວກກໍ່ການຮ້າຍຕໍ່ສະຫະລັດ ເມື່ອວັນທີ 11 ກັນປີ 2001 ນັ້ນ
ເປັນຂໍ້ອ້າງ ເພື່ອທຳການໂຈມຕີອີຣັກ ແລະອັຟການິສຖານ.

XS
SM
MD
LG