ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ມອບ ຕົວຢ່າງ ຈາກຄ້າຍທະຫານ Parchin ໃຫ້ ອົງການ IAEA


ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ, ຂວາ, ໂອ້ລົມກັບ ຫົວໜ້ານິວເຄລຍ ອົງການສະຫະປະຊາຊາດທ່ານ ຢຸກິຢະ ອາມາໂນະ, ຊ້າຍ, ໃນລະຫວ່າງການພົບປະກັນທີ່ນະຄອນຫຼວງ ເທເຮຣ່ານ. ອີຣ່ານ. 20 ກັນຍາ, 2015.
ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ, ຂວາ, ໂອ້ລົມກັບ ຫົວໜ້ານິວເຄລຍ ອົງການສະຫະປະຊາຊາດທ່ານ ຢຸກິຢະ ອາມາໂນະ, ຊ້າຍ, ໃນລະຫວ່າງການພົບປະກັນທີ່ນະຄອນຫຼວງ ເທເຮຣ່ານ. ອີຣ່ານ. 20 ກັນຍາ, 2015.

ເຈົ້າ​ໜ້າ​ທີ່ ອີຣ່ານ ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ບັນດາ​ຜູ້​ຊ່ຽວຊານ​ຂອງ​ປະ​ເທດ​ໄດ້​ປະຕິບັດ ​ແລະ ​ໄດ້​ມອບ​ຕົວຢ່າງ​ຈາກເຂດ​ທະຫານ Parchin ​ໃຫ້​ກັບອົງການ ສະຫະ​ປະຊາ​ຊາດ ​ເຊິ່ງ​ເປັນ​ຈຸດ​ເພັ່ງ​ເລັງ​ທີ່​ສຳຄັນ​ໃນ​ການ​ກ່າວ​ຫາ​ວ່າ ອີຣ່ານ ​ໄດ້ທຳ​ການ​ພັດທະນາ​ອາວຸດ​ນິວ​ເຄລຍ​ໃນ​ສະຖານ​ທີ່​ດັ່ງກ່າວນັ້ນ.

ອົງການ​ຂ່າວ IRNA ຂອງ​ລັດຖະບານ ອີ​ຣ່ານ ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ ທ່ານ Behrouz Kamalvandi, ​ໂຄສົກ​ສຳລັບ​ອົງການ​ນິວ​ເຄລຍຂອງ​ປະ​ເທດ, ​ໂດຍ​ກ່າວ​ວ່າ ຕົວຢ່າງ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ​ໄດ້​ຖືກ​ເກັບ​ກຳ​ໂດຍ​ບໍ່ຊ້ອງ​ໜ້າ​ຂອງ​ບັນດາ​ຜູ້​ກວດກາ ຈາກ​ ອົງການ​ພະລັງງານ​ປະລະມະ​ນູສາ​ກົນ ຫຼື IAEA.

ນັບ​ເປັນ​ເວລາ​ຫຼາຍ​ປີມາ​ແລ້ວທີ່ ອີຣ່ານ ​ໄດ້​ປະຕິ​ເສດ​ການ​ເຂົ້າ​ໄປ​ໃນ​ພື້ນ​ທີ່​ຂອງ​ເຈົ້າ​ໜ້າ​ທີ່ IAEA, ​ໂດຍ​ຢືນຢັດ​ວ່າ​ເຂດທະຫານ Parchin ​ແມ່ນ​ສະ​ຖານ​ທີ່ໆ​ຈຳກັດ​ ​ແລະ ບໍ່ເປີດ​ໃຫ້​ຄົນ​ພາຍ​ນອກ​ເຂົ້າ​ໄປ. ​ບັນດາ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ​ໄດ້​ຖິ້ມ​ໂທດ​ໃສ່​ ສະຫະລັດ ​ແລະ ອິສຣາແອລ ວ່າ​ເພັ່ງ​ເລັງ​ໃສ່​ເຂດທະ​ຫານ Parchin, ​ໂດຍ​ກ່າວ​ວ່າ ພວກປະ​ເທດ​ດັ່ງກ່າວ​ໃຫ້​ຂໍ້​ມູນ​ສືບ​ລັບທີ່​ຜິດໆ​ວ່າ ການຄົ້ນຄວ້າ​ນັ້ນ​ແມ່ນ​ການສ້າງ​ອາວຸດ​ນິວ​ເຄລຍ. ອີຣ່ານ ​ໄດ້​ຢືນຢັນມາ​ແຕ່​ດົນ​ແລ້ວ ​ວ່າ​ໂຄງການ​ນິວ​ເຄລຍຂອງ​ພວກ​ເຂົາ​ແມ່ນ​ໃນ​ທາງ​ສັນຕິ.

XS
SM
MD
LG