ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອີຣ່ານ ກ່າວວ່າ ຂໍ້ຕົກລົງ ນິວເຄລຍ ຂັ້ນສຸດທ້າຍ ແມ່ນ "ຢູ່ພຽງເອື້ອມມື" ເທົ່ານັ້ນ


ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ກ່າວຖະແຫລງ ໃນວາລະວັນຄົບຮອບ ການເລືອກຕັ້ງຂອງທ່ານ ຄັ້ງທີສອງ ທີ່ໄດ້ປະຕິຍານວ່າ ປະເທດຂອງທ່ານ ຈະບໍ່ອະນຸຍາດ ໃຫ້ຂໍ້ມູນລັບຂອງປະເທດ ຕົກຢູ່ໃນອັນຕະລາຍ ນັ້ນ ພາຍໃຕ້ ສາກບັງໜ້າ ຂອງການກວດສອບນິວເຄລຍ, ວັນທີ 13 ມີຖຸນາ 2015.
ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ກ່າວຖະແຫລງ ໃນວາລະວັນຄົບຮອບ ການເລືອກຕັ້ງຂອງທ່ານ ຄັ້ງທີສອງ ທີ່ໄດ້ປະຕິຍານວ່າ ປະເທດຂອງທ່ານ ຈະບໍ່ອະນຸຍາດ ໃຫ້ຂໍ້ມູນລັບຂອງປະເທດ ຕົກຢູ່ໃນອັນຕະລາຍ ນັ້ນ ພາຍໃຕ້ ສາກບັງໜ້າ ຂອງການກວດສອບນິວເຄລຍ, ວັນທີ 13 ມີຖຸນາ 2015.

ປະທານາທິບໍດີອີຣ່ານ ກ່າວ​ວ່າ ຂໍ້​ຕົກລົງ​ນິວ​ເຄລຍຂັ້ນສຸດ​ທ້າຍ
ລະຫວ່າງ Tehran ​ແລະບັນດາ​ປະ​ເທດ​ມະຫາ​ອຳ​ນາດ ​ແມ່ນ
“ຢູ່ພຽງ​ ​ເອື້ອມ​ມື” ​ໃນ​ເດືອນ​ນີ້ ຖ້າ​ຫາກ​ວ່າ ບໍ່​ມີ​ບັນຫາ​ໃໝ່
​ເກີດ​ຂຶ້ນ ​ໃນ​ສອງ​ສາມ​ມື້​ຂ້າງ​ໜ້ານີ້.

​ໃນ​ການ​ກ່າວ​ຖະ​ແຫລ​ງຕໍ່​ບັນດາ​ນັກ​ຂ່າວ ຢູ່​ທີ່ນະຄອນ Tehran
ໃນວັນ​ເສົາ​ວານ​ນີ້ ປະທານາທິບໍດີ Hasan Rouhani ກ່າວ​ວ່າ
ການ​ເຈລະ​ຈາ ທີ່ດຳເນີນມາເປັນເວລາດົນນານນັ້ນ ​ແມ່ນ​ກຳລັງ
​ມີ​ຄວາມ​ຄືບໜ້າ ​ໃນ​ຂະນະ​ທີ່ ​ວັນທີ 30 ມີ​ຖຸນາ ຊຶ່ງເປັນ​ເສັ້ນຕາຍ
ເພື່ອ​ໃຫ້​ມີ​ຂໍ້​ຕົກລົງ​ຂັ້ນສຸດທ້າຍ ​ໃກ້​ເຂົ້າມາແລ້ວ ​ແຕ່​ບັນຫາ​ບາງ​
ສ່ວນ ​ແມ່ນ​ຍັງ​ຄ້າງຄາຢູ່.

ທ່ານ Rouhani ​ເວົ້າວ່າ “​ບັນດາ​ນັກເຈລະຈາ​ຂອງ​ພວກ​ເຮົາ ​ແມ່ນເຄື່ອນ​ໄຫວ​ ຢ່າງ​
ເອົາ​ຈິງ​ເອົາ​ຈັງ​ໄປ​ຕາມ​ເສັ້ນທາງ ​ແລະ ຖ້າ​ອີກ​ຝ່າຍ​ນຶ່ງ​ນັ້ນ ຍັງ​ປະຕິບັດ​ຕາມ ຂອບ​
ຂໍ້​ຕົກລົງ​ນີ້ ​ແລະ ນັບຖື​ສິດ​ຂອງ​ປະ​ເທດ​ອີຣ່ານ ​ແລະ ປະ​ໂຫຍ​ດຕ່າງ​ໆຂອງ​ປະ​ເ​ທດ
ພວກ​ເຮົາ ​ແລະ ບໍ່​ຫາ​ທາງຕັ້ງຂໍ້ຮຽກຮ້ອງ​ຫຼາຍ​ເກີນ​ໄປ ຂ້າພະ​ເຈົ້າຄິດ​ວ່າ ຂໍ້​ຕົກລົງ​
ແມ່ນ​ຢູ່​ພຽງເອື້ອມ​ມືທີ່ຈະຄວ້າເອົາມາໄດ້.”

ອີງ​ຕາມ​ບັນ​ຫາ​ສຳຄັນ​ອັນ​ນຶ່ງ ທີ່​ສະຫະລັດ ​ແລະ ພັນທະ​ມິດ​ຢູ​ໂຣບ ​ໄດ້​ເນັ້ນໜັກ​ໃສ່ ​ແມ່ນ​
ການກວດ​ສອບ ສະຖານ​ທີ່​ນິວ​ເຄລຍຕ່າງໆ​ ຂອງ​ອີຣ່ານ ຊຶ່ງ​ທ່ານ Rouhani ກ່າວ​ວ່າ
ອີຣ່ານ ຈະ​ບໍ່​ອະນຸຍາດ​ໃຫ້​ກວດ​ກາ ​ທີ່​ອາດ​ຈະ​ເຮັດ​ໃຫ້​ຂໍ້​ມູນ​ລັບ​ຂອງປະ​ເທດ ຕົກ​ຢູ່ໃນ
ອັນຕະລາຍ ນັ້ນ.

ບັນດາ​ປະ​ເທດ​ມະຫາ​ອຳ​ນາດຂອງໂລກ ທີ່​ພວມຊອກຫາຊ່ອງທາງເພື່ອ ໃຫ້​ບັນລຸ​ຂໍ້​ຕົກລົງ ​
ກ່ຽວກັບ​ໂຄງການ​ພັດທະນາ​ນິວ​ເຄລຍ ຂອງ​ອີຣ່ານ ປະກອບມີ ສະຫະລັດ ຣັດ​ເຊຍ ຈີນ
ອັງກິດ ຝຣັ່ງ ​ແລະ​ເຢຍຣະມັນ.​ ​ເພື່ອເປັນການ​ແລກປ່ຽນ​ໃນ​ການ​ຈຳກັດ​ການ​ພັດທະນາ​
ນິວ​ເຄລຍ​ ໃນ​ອະນາຄົດ​ຂອງ​ຕົນນັ້ນ ອີຣ່ານ ​ຄາດ​ຫວັງວ່າ ນາໆຊາດຈະຍົກ​ເລີກມາດ​ຕະການ​ລົງ​ໂທດ​ຕ່າງໆ ທີ່​ໄດ້ເຮັດໃຫ້ເສດຖະກິດ​ຂອງ​ອີຣ່ານປະສົບ ບັນຫາ.

Iran Nuclear
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG