ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ອີຣ່ານ ປະນາມ​ ພວກ​ລັດ​ອິສລາມ​ ແລະຕິຕຽນ ແຜນຍຸດທະສາດ ສະຫະລັດ (ວີ​ດີ​ໂອ)


ປະທານາທິບໍດີ​ອີຣ່ານ ທ່ານ Hassan Rouhani ສະແດງທ່າທີ ໃນລະຫວ່າງການກ່າວຄຳປາໄສ ຢູ່ນະຄອນຫລວງ Tehran ປະເທດອີຣ່ານ.
ປະທານາທິບໍດີ​ອີຣ່ານ ທ່ານ Hassan Rouhani ສະແດງທ່າທີ ໃນລະຫວ່າງການກ່າວຄຳປາໄສ ຢູ່ນະຄອນຫລວງ Tehran ປະເທດອີຣ່ານ.

ປະທານາທິບໍດີ​ອີຣ່ານ ທ່ານ Hassan Rouhani ​ໄດ້​ປະນາມ
​ພວກ​ລັດ​ອິສລາມ​ຢ່າງ​ຮຸນ​ແຮງ ວ່າ​ເປັນ​ການ​ຕ້ານ​ອິສລາມ​ທີ່
​ໜ້າ​ລະອາຍ ​ແຕ່​ທ່ານເອີ້ນ​ແນວ​ໂຮມ​ບັນດາພັນທະ​ມິດ​ທີ່​ນຳ​
ໂດຍ​ສະຫະລັດ ເພື່ອຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ​ນັ້ນວ່າ
“ເປັນທີ່ໜ້າຢາກຫົວ.”

ຢູ່​ໃນ​ໃຫ້ສຳພາດ​ແກ່ໂທລະພາບ NBC ນັ້ນ ທ່ານ Rouhani
​ໄດ້​ຕຳ​ນິຕິ​ຕຽນ ຕໍ່ການທີ່ປະທານາທິບໍດີ​ ບາຣັກ ໂອ​ບາ​ມາ ໄດ້
​ປະຕິ​ເສດ ບໍ່ຍອມ​ສົ່ງ​ກຳລັງພາກ​ພື້ນດິນ ກັບຄືນໄປຍັງ​ອີ​ຣັກອີກ​.
ທ່ານ Rouhani ​ໄດ້​ຕັ້ງຄຳຖາມ​ວ່າ ມັນອາດ​ເປັນໄປ​ໄດ້ຫຼືບໍ່​ ທີ່
ຈະ​ເອົາ​ຊະນະ​ພວກ​ກໍ່​ການ​ຮ້າຍ ​ໂດຍ​ທີ່​ບໍ່​ມີ​ການ​ເສຍ​ສະລະ ​ແລະ
ມີ​ຄວາມ​ລຳບາກ​ນັ້ນ.

​ແຕ່​ທ່ານ​ໄດ້ຢອມ​ຮັບວ່າ ການ​ໂຈມ​ຕີ​ທາງ​ອາກາດ​ນັ້ນ ອາດ​ມີ​ຄວາມ​ຈຳ​ເປັນ​ພາຍ​ໃຕ້​
ສະພາບ​ການ​ບາງຢ່າງ.

ປະທານາທິບໍດີ Rouhani ​ໄດ້​ປະນາມ​ການ​ສັງຫານ​ຕັດຫົວ​ພວກ​ນັກ​ຂ່າວ​ສະຫະລັດ
ສອງ​ຄົນ ​ແລະພະນັກງານ​ຊ່ວຍ​ເຫຼືອຊາວ​ອັງກິດຄົນນຶ່ງ ​ໂດຍ​ພວກ​ລັດ​ອິສລາມ ຊຶ່ງ​ທ່ານ
ເອີ້ນ​ວ່າ ຂັດຕໍ່​ວັດ​ທະນະ​ທຳ​ຂອງ​ອິສລາມ​ເລີຍ.

ທ່ານ​ກ່າວ​ອີກ​ວ່າ ພາຍ​ໃຕ້​ອິສລາມ​ນັ້ນ ການ​ຂ້າ​ຄົນ​ທີ່​ບໍລິສຸດ​ ​ແມ່ນ​ຄື​ກັນ​ກັບ​ການ​ຂ້າມ​
ວນມະນຸດ​ທັງ​ໝົດ. ທ່ານເວົ້າວ່າ ການ​ຕັດ​ຫົວຄົນ​ເຫຼົ່ານັ້ນ ​ແມ່ນ​ເລື້ອງ​ທີ່​ໜ້າ​ເສົ້າສະຫ​ລົດ
​ໃຈ​ສຳ​ຫລັບມວນ​ມະນຸດ​ທັງ​ໝົດ ​ແລະ ວ່າ ອີຣ່ານຈະ​ໃຫ້ການ​ສະໜັບສະໜຸນ​ໃດໆກໍຕາມ
ທີ່ອີຣັກມີ​ຄວາມ​ຕ້ອງການ ​ເພື່ອ​ຕໍ່ສູ້​ກັບ​ພວກ​ລັດ​ອິສລາມ.

ເບິ່ງວີ​ດີ​ໂອ ກ່ຽວ​ຂ້ອງ:

Obama Pledges No US Ground War in Iraq
please wait

No media source currently available

0:00 0:02:29 0:00

XS
SM
MD
LG