ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອະດີດປະທານາທິບໍດີອິຣ່ານ ເສຍຕໍາແໜ່ງສຳຄັນ ທາງສາສະໜາ


ອະດີດປະທານາທິບໍດີ Rafsanjani ແຫ່ງອິຣ່ານ
ອະດີດປະທານາທິບໍດີ Rafsanjani ແຫ່ງອິຣ່ານ

















ອະດີດ​ປະທານາທິບໍດີ​ອິຣ່ານ ທ່ານ Akbar Hashemi Rafsanjani ໄດ້​ສູນ​ເສຍ​
ຕໍາ​ແໜ່​ງຂອງ​ທ່ານ​ໃນ​ຖານະ​ເປັນ​ຫົວໜ້າ​ພະແນກການທາງ​ສາສະໜາ​ທີ່ີມີ​ອໍານາດ​
ຫລາຍ​ທີ່​ສຸດນັ້ນ.

ໂທລະພາບ​ແຫ່ງ​ລັດ​ຂອງ​ອິຣ່ານກ່າວ​ວ່າ ທ່ານ Ayatollah Mohammad Reza
Mahdavi Kani ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ປະທານ​ຄົນ​ໃໝ່ຂອງ​ສະພາ​ນັກ​ຊ່ຽວຊານ
ຊຶ່ງ​ເປັນ​ຜູ້​ເລືອກ​ເອົາ​ຜູ້ນຳສູງ​ສຸດ​ຂອງອີຣ່ານ ແລະຜູ້​ເບິ່ງ​ແຍງດູແລ​ການ​ເຄື່ອນ​ໄຫວ​
ຂອງ​ທ່ານ​ນັ້ນ.

ໂທລະ​ພາບ​ແຫ່ງ​ລັດກ່າວ​ຕື່ມ​ວ່າ ທ່ານ Rafsanjani ປະຕິ​ເສດ​ຮັບ​ເອົາການ​ເປັນ​ຜູ້
ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສຳລັບຕໍາ​ແໜ່​ງດັ່ງກ່າວ​ຊຶ່ງ​ຜູ້ກ່ຽວ​ໄດ້ດໍາລົງ​ມາ​ຕັ້ງ​ແຕ່​ປີ 2007
ນັ້ນ. ອະດີດ​ປະທານາທິບໍດີ​ໄດ້​ຖືກ​ຕໍາ​ໜິຕິຕຽນ​ໂດຍ​ພວກ​ຫົວ​ນິຍົມ​ແນວທາງ​ເດີມ​ທີ່ວ່າ
ທ່ານ​ຢູ່​ໃກ້ຊິດ​ຫລາຍ​ໂພດກັບ​ຝ່າຍ​ຄ້ານ​ໃນ​ປະ​ເທດ​ນັ້ນ.

ການ​ປ່ຽນ​ແປງ​ທີ່ວ່າ​ວ່າ​ນີ້ ຖືກ​ເບິ່ງ​ເຫັນ​ວ່າ​ເປັນ​ການ​ປາ​ໄຊ​ສໍາລັບ​ພວກ​ຫົວ​ນິຍົມ​ແນວ
ທາງ​ປານ​ກາງ​ແລະ​ພວກ​ຫົວ​ປະຕິ​ຮູບ​ໃນ​ອິຣ່ານ. ພວກ​ຫົວ​ນິຍົມ​ແນວທາງ​ເດີມ​ຫົວ​ແຂງ
ກະດ້າງ​ໄດ້​ສະໜັບສະໜຸນ​ການ​ເລືອກຕັ້ງທ່າ​ນ Kani ນັ້ນ.

ອິຣ່ານກໍ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ທີ່​ໄດ້​ປະ​ເຊີນ​ກັບ​ຄື້ນຟອງ​
ແຫ່ງ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້.

XS
SM
MD
LG