ຊາວອີຣ່ານ ໂຮມຊຸມນຸມກັນຢູ່ໃນຫຼາຍໆຫົວເມືອງ ເພື່ອປະທ້ວງຕໍ່ການປະຕິບັດທີ່ເຮັດໃຫ້ນາງມາຊາ ອາມີນີ (Mahsa Amini) ອາຍຸ 22 ປີ ເສຍຊີວິດໃນອາທິດແລ້ວ ບໍ່ເທົ່າໃດມື້ຫຼັງຈາກນາງໄດ້ຖືກຄຸມຂັງໂດຍຕຳຫຼວດຄວບຄຸມການປະພຶດດ້ານສິນທຳຂອງປະເທດ ຍ້ອນລະເມີດກົດລະບຽບດ້ານເຄື່ອງນຸ່ງ.
ການປະທ້ວງເຮັດໃຫ້ມີຜູ້ຄົນເຂົ້າຮ່ວມທີ່ນະຄອນຫຼວງເຕຫະຣ່ານ ເມືອງມາສ-ຮາດ ແລະເອສຟາຮານ ຕະຫຼອດຫົວເມືອງຕ່າງໆຢູ່ໃນເຂດຊາວເຄີດ ທາງພາກຕາເວັນຕົກຂອງອີຣ່ານ ຮວມທັງເມືອງມາຣີວານ ດີວານດາເຣ ແລະເມືອງຊາງ-ເກສ ຊຶ່ງເປັນບ້ານເກີດຂອງນາງອາມີນີ.
ພວກປະທ້ວງພາກັນຮ້ອງຄຳຂວັນ ແລະຢູ່ໃນບາງເຂດພາກັນອັດຖະໜົນຫົນທາງ ໃນຂະນະທີ່ພວກເຂົາເຈົ້າຮຽກຮ້ອງ ຂໍຄວາມເປັນທຳໃຫ້ແກ່ນາງອາມີນີ.
ພວກເດີນຂະບວນທີ່ນະຄອນໂຕຣອນໂຕ ປະເທດການາດາ ຖືຮູບນາງອາມີນີ ພ້ອມກັບປ້າຍຄຳຂວັນທີ່ຂຽນວ່າ “ຍັງມີອີກຈັກຊີວິດ?”
ນາງອາມີນາຖືກຈັບເມື່ອວັນທີ 13 ກັນຍາຜ່ານມາ ທີ່ນະຄອນຫຼວງເຕຫະຣ່ານ ແລະເຈົ້າໜ້າທີ່ປະກາດກ່ຽວກັບການເສຍຊີວິດຂອງນາ 3 ມື້ຫຼັງຈາກນັ້ນ.
ຕຳຫຼວດໄດ້ປະຕິເສດວ່າ ບໍ່ໄດ້ມີການປະຕິບັດແບບບໍ່ຖືກບໍ່ຕ້ອງຕໍ່ນາງອາມີນີ ໂດຍກ່າວວ່າ ນາງເສຍຊີວິດຍ້ອນຫົວໃຈວາຍ. ຄອບຄົວຂອງນາງກ່າວວ່າ ນາງບໍ່ເຄີຍມີປະຫວັດກ່ຽວກັບເລື້ອງຫົວໃຈວາຍ.
ພໍ່ຂອງນາງ ກ່າວຕໍ່ວີໂອເອພະແນກພາສາເປີເຊຍວ່າ ເຈົ້າໜ້າທີ່ຢາກໃຫ້ມີການຝັງສົບນາງແບບບໍ່ມີການຊັກຊ້າໃດໆ ແລະເວລາທາງຄອບຄົວຂອງນາງໄປຫ້ອງການຜູ້ສັນນະສູດສົບ ລາວໄດ້ເອົາ “ໂລງສົບທີ່ປິດແລ້ວອອກມາໃຫ້ເບິ່ງ.”
ທ່ານອາມຈາດ ອາມີນີ ກ່າວວ່າ “ຂ້ອຍບໍ່ຮູ້ເລີຍວ່າ ພວກເຂົາເຈົ້າໄດ້ເຮັດຫຍັງໃຫ້ແກ່ສົບ.”
ປະທານາທິບໍດີອີຣ່ານ ທ່ານອີບຣາຮິມ ຣາຍສີ ໄດ້ສັ່ງໃຫ້ທຳການສືບສວນ ແລະຄະນະຍຸຕິທຳຂອງອີຣ່ານກ່າວວ່າ ຕົນພວມເລີ້ມດຳເນີນການສືບສວນສອບສວນ.
ທ່ານອາມຈາດ ອາມີນີ ກ່າວຕໍ່ວີໂອເອ ພະແນກພາສາເປີເຊຍວ່າ ລາວບໍ່ເຊື່ອໃນການໃຫ້ຄຳໝັ້ນສັນຍາຂອງລັດຖະບານ ທີ່ລາວຕ້ອງການຢາກໃຫ້ “ທຸກໆສືບຕໍ່ຕັ້ງຄຳຖາມກ່ຽວກັບຄວາມຮັບຜິດຊອບ.”
ລາວກ່າວຕື່ມວ່າ “ຂ້ອຍເຊື່ອວ່າພວກເຂົາຂີ້ຕົວະຂ້ອຍ ໃນເມື່ອວ່າສົບຂອງລູກສາວຂ້ອຍໄດ້ເສຍຊີວິດໄປແລ້ວ. ນາງຈະບໍ່ມີວັນກັບຄືນມາມີຊີວິດອີກ. ຂ້ອຍພຽງແຕ່ບໍ່ຕ້ອງການໃຫ້ເລື້ອງແບບນີ້ ເກີດຂຶ້ນອີກ ກັບບຸກຄົນອື່ນໆ.”