ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ ອີຣ່ານ ຕົກ ພາໃຫ້ຜູ້ໂດຍສານ ເສຍຊີວິດທັງໝົດ


ເຮືອບິນ ATR-72 ທີ່ຜະລິດໃນປະເທດ ຝຣັ່ງ ຂອງສາຍການບິນ ອາເຊມານ ຂອງ ອີຣ່ານ ຈອດຢູ່ທາງແລ່ນ ທີ່ສະໜາມບິນ ດູໄບ, 29 ກໍລະກົດ, 2008.
ເຮືອບິນ ATR-72 ທີ່ຜະລິດໃນປະເທດ ຝຣັ່ງ ຂອງສາຍການບິນ ອາເຊມານ ຂອງ ອີຣ່ານ ຈອດຢູ່ທາງແລ່ນ ທີ່ສະໜາມບິນ ດູໄບ, 29 ກໍລະກົດ, 2008.

ເຮືອບິນຂອງສາຍການບິນພາຍໃນຂອງອີຣ່ານ ໄດ້ເກີດອຸບບັດເຫດ ຕົກຢູ່ແຖບພູ
ຊາກຣອສ "Zagros" ເຮັດໃຫ້ທັງໝົດ 66 ຄົນເສຍຊີວິດ.

ພວກເຈົ້າໜ້າທີ່ ຂອງສາຍການບິນ ອາເຊມານ ກ່າວວ່າ ເຮືອບິນລຳດັ່ງກ່າວ ໄດ້ບັນ
ທຸກຜູ້ໂດຍສານ 60 ຄົນ ລວມທັງເດັກນ້ອຍ ຜູ້ນຶ່ງ ແລະພະນັກງານເຮືອບິນ 6 ຄົນ.

ເຮືອບິນລຳດັ່ງກ່າວ ໄດ້ບິນໄປຈາກ ເຕຫະຣ່ານ ໃນຕອນເຊົ້າວັນອາທິດມື້ນີ້ ໄປຍັງເມືອງ
ຢາຊຸຍ ໃນແຂວງ ອິສຟາຮານ ໃນໄລຍະທາງປະມານ 560 ກມ.

ສະພາກາແດງຂອງອີຣ່ານກ່າວວ່າ ຕົນໄດ້ສົ່ງໜ່ວຍກູ້ໄພ ໄປຍັງເຂດດັ່ງກ່າວ ແຕ່ມີ
ລາຍງານວ່າ ອາກາດຮ້າຍແຮງຫຼາຍ ເຮັດໃຫ້ ເຮລີຄອບເຕີ ບໍ່ສາມາດລົງໄກ້ເຂດເກີດ
ອຸບບັດເຫດໄດ້.

ການລົງໂທດດ້ານເສດຖະກິດຕໍ່ອີຣ່ານ ໄດ້ປ່ອຍໃຫ້ປະເທດດັ່ງກ່າວ ມີແຕ່ເຮືອບິນພາ
ນິດເກົ່າແກ່ໃຊ້ ແລະອຸບບັດເຫດ ກໍມັກຈະມີເພີ່ມຂຶ້ນເລື້ອຍໆ ໃນບໍ່ຫຼາຍປີຜ່ານມານີ້.

ຫຼັງຈາກການຕົກລົງກັນ ດ້ານນິວເຄຼຍ ກັບພວກມະຫາອຳນາດ ຂອງໂລກໃນປີ 2015
ແລ້ວ ອີຣ່ານກໍໄດ້ເຊັນສັນຍາຫຼາຍສະບັບ ວ່າຈະຊື້ເຮືອບິໃໝ່ຈາກບໍຣິສັດ ແອບັສ ແລະ
ໂບອິງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG