ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວຂອງຜູ້ເສຍຊີວິດໃນເຫດເຮືອບິນ ຖືກຍິງຕົກ ໃນອີຣ່ານ ຖືກເຈົ້າໜ້າທີ່ນາບຂູ່


ຢູ່ມະຫາວິທະຍາໄລ Kabir ທີ່ມີນັກຮຽນຈໍານວນນຶ່ງ ເສຍຊີວິດ ໃນເຫດການເຮືອບິນໂດຍສານຂອງຢູເຄຣນຖືກຍິງຕົກຢູ່ໃນນະຄອນເຕຫະຣ່ານນັ້ນ ພາກັນໄວ້ອາໄລແກ່ດວງວັນຍານຂອງໝູ່ເພື່ອນເຂົາເຈົ້າ ໃນວັນທີ 11 ມັງກອນ, 2020.
ຢູ່ມະຫາວິທະຍາໄລ Kabir ທີ່ມີນັກຮຽນຈໍານວນນຶ່ງ ເສຍຊີວິດ ໃນເຫດການເຮືອບິນໂດຍສານຂອງຢູເຄຣນຖືກຍິງຕົກຢູ່ໃນນະຄອນເຕຫະຣ່ານນັ້ນ ພາກັນໄວ້ອາໄລແກ່ດວງວັນຍານຂອງໝູ່ເພື່ອນເຂົາເຈົ້າ ໃນວັນທີ 11 ມັງກອນ, 2020.

ຄອບຄົວຂອງຊາຍໜຸ່ມອີຣ່ານຄົນນຶ່ງ ທີ່ເສຍຊີວິດໄປໃນຕອນທີ່ອີຣ່ານ ຍິງເຮືອ ບິນໂດຍສານລໍານຶ່ງຕົກ ໃນເດືອນມັງກອນຜ່ານມານັ້ນ ເວົ້າວ່າ ພວກເຂົາເຈົ້າ ປະເຊີນກັບການຂົ່ມຂູ່ ແລະນາບໃຫ້ຢ້ານກົວ ພາຍຫລັງທີ່ລູກຊາຍຂອງເຂົາເຈົ້າ ໄດ້ເສຍຊີວິດໄປ.

ທ້າວ ອາເມຍ ຮົສເຊນ ຊາອີດີເນຍ (Amir Hossein Saeedinia), ທີ່ເປັນ ນັກສຶກສາ ອາຍຸ 25 ປີ ໃນມະຫາວິທະຍາໄລ ອາລເບີຕາ ຢູ່ການາດານັ້ນ ແມ່ນນອນ ຢູ່ໃນຈໍານວນຄົນໂດຍສານທັງໝົດ 176 ຄົນ ທີ່ເສຍຊີວິດໄປ ໃນເຫດເຮືອບິນຕົກ ຄັ້ງນັ້ນ.

ຄອບຄົວດັ່ງກ່າວ ທີ່ມີລາຍງານມາວ່າ ໄດ້ຫລົບໜີໄປຢູ່ໃນການາດານັ້ນ ກ່າວ ຕໍ່ວີໂອເອ ພະແນກພາສາເປີເຊຍວ່າ ພວກເຈົ້າໜ້າທີ່ອີຣ່ານ ບັງຄັບໃຫ້ເຂົາເຈົ້າ ກ່າວ ໃນຖະແຫລງການຮັບຮູ້ເຖິງຄວາມດີຂອງຜູ້ນໍາສູງສຸດຂອງປະເທດ, ທ່ານ ອາລີ ຄາມເມນີ (Ali Khamenei).

“ພວກເຂົາເຈົ້າປິດຖະໜົນໄວ້ ແລະບຸກເຂົ້າໄປໃນເຮືອນຂອງພວກເຮົາ,” ນັ້ນ ຄືຄໍາເວົ້າຂອງທ່ານ ມາຊູດ ຊາອີດີເນຍ (Masoud Saeedinia), ພໍ່ ຂອງ ທ້າວອາເມຍ ທີ່ພັນລະນາເຖິງການເຂົ້າໄປເຮືອນຂອງຄອບຄົວນັ້ນໂດຍ ພວກເຈົ້າໜ້າທີ່ອີຣ່ານ ຢູ່ໃນເມືອງກາຣາຊ ທີ່ຢູ່ໃກ້ກັບນະຄອນຫລວງ ເຕຫະຣ່ານ ນັ້ນ.

ທ່ານກ່າວວ່າ “ມັນແມ່ນຊາຍທີ່ເປັນພະອົງນຶ່ງ ທີ່ຕິດຕາມດ້ວຍຄົນ ທີ່ຢູ່ນອກ ເຄື່ອງ ແບບຈໍານວນນຶ່ງ. ເພິ່ນສັ່ງໃຫ້ຂ້ອຍນັ່ງຢູ່ທາງຂ້າງເພິ່ນ ແລະກໍເລີ້ມ ນາບຂູ່ຂ້ອຍ ໂດຍທີ່ຂ້ອຍບໍ່ຮູ້ເລີຍວ່າ ພວກເຂົາເຈົ້າກໍາລັງອັດສຽງຂອງພວກ ເຮົາຢູ່.”

ພະອົງນັ້ນ ອ້າງຕົນວ່າ ເປັນຜູ້ຕາງໜ້າຄົນນຶ່ງຂອງຜູ້ນໍາສູງສຸດ.

ພໍ່ຂອງທ້າວອາເມຍ ຈື່ໄດ້ວ່າ “ເພິ່ນໄດ້ເລີ້ມເວົ້ານາບຂູ່ຂ້ອຍ ແທນທີ່ຈະຂໍໂທດ “ສໍາລັບເລື້ອງລູກຊາຍຂ້ອຍເສຍຊີວິດໄປ.”

ອີງຕາມຄອບຄົວນີ້, ເຈົ້າໜ້າທີ່ອີຣ່ານໄດ້ບັງຄັບໃຫ້ເຂົາເຈົ້າ ກ່າວຂອບໃຈ ທ່ານ ຄາມເມນີ ແລະເຈົ້າໜ້າທີ່ຄົນອື່ນໆ ຂອງອີຣ່ານ ຢ່າງເປັນທາງການ ທີ່ໄດ້ ທໍາການ ສືບສວນກ່ຽວກັບເຫດເຮືອບິນຕົກນັ້ນ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG