ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ວ່າ ອີຣ່ານ ລັກລອບ ສົ່ງອາວຸດ ຍິງເຮືອບິນ ໄປໃຫ້ ພວກຫົວຮຸນແຮງ


ລູກປືນຄົກ ແລະຫີບລູກສອນໄຟ ຕໍ່ຕ້ານອາກາດສະຍານ
ລູກປືນຄົກ ແລະຫີບລູກສອນໄຟ ຕໍ່ຕ້ານອາກາດສະຍານ
ໜັງສືພິມທີ່ມີຊື່ສຽງຂອງສະຫະລັດສະບັບນຶ່ງເວົ້າວ່າ ລັດຖະ
ມົນຕີກະຊວງປ້ອງກັນປະເທດສະຫະລັດ ທີ່ກໍາລັງຈະພົ້ນຈາກ
ຕໍາແໜ່ງກ່າວຫາອີຣ່ານວ່າ ໄດ້ລັກລອບຂົນສົ່ງອາວຸດຕໍ່ຕ້ານ
ເຮືອບິນ ໄປໃຫ້ພວກຫົວຮຸນແຮງທີ່ເປັນພັນທະມິດ.

ໜັງສືພິມ Wall Street Journal ລາຍງານໃນວັນສຸກວານນີ້ວ່າ
ທ່ານ Leon Panetta ເວົ້າວ່າ ການລັກລອບລໍາລຽງອາວຸດຂອງ
ອີຣ່ານນີ້ ແມ່ນພາໃຫ້ເກີດ “ສະພາບຄວາມເຄັ່ງຕຶງທີ່ເພີ້ມທະວີ
ຂຶ້ນຢ່າງເປັນອັນຕະລາຍ” ຢູ່ໃນຂົງເຂດ.

ທ່ານ Panetta ກ່າວຕໍ່ໜັງສືພິມສະບັບນີ້ວ່າ ເວລາເຈົ້າເລີ້ມ
ແຈກຢາຍລູກສອນໄຟທີ່ ແບກຍິງຕໍ່ຕ້ານເຮືອບິນມັນກໍກາຍ ເປັນການຂົ່ມຂູ່ບໍ່ພຽງແຕ່ສຳລັບເຮືອບິນທະຫານທໍ່ນັ້ນ ແຕ່ ຮວມທັງເຮືອບິນພົນລະເຮືອນນຳດ້ວຍ.

ໜັງສືພິມສະບັບນີ້ຍັງເວົ້າວ່າ ເຈົ້າໜ້າທີ່ເຢເມນຈັບໄດ້ເຮືອລໍານຶ່ງທີ່ບັນທຸກລູກສອນໄຟທີ່ ແບກຍິງຕໍ່ຕ້ານເຮືອບິນໃນວັນນທີ 23 ມັງກອນຜ່ານມາ ແລະວ່າການຂົນສົ່ງທາງເຮືອ ຂອງອາວຸດປະເພດດັ່ງກ່າວ ກໍຖືກຈັບໄດ້ເຊັ່ນກັນກ່ອນໜ້ານັ້ນອີກດ້ວຍ.

ລາຍງານດັ່ງກ່າວໄດ້ກ່າວອ້າງຄໍາເວົ້າຂອງນັກສືບສວນສອບສວນສະຫະລັດທີ່ເວົ້າວ່າ ຫລັກຖານໄດ້ສະແດງໃຫ້ເຫັນວ່າ ລູກສອນໄຟຕໍ່ຕ້ານເຮືອບິນດັ່ງກ່າວ ແມ່ນໄດ້ຈັດສົ່ງໃຫ້ ໂດຍກຳລັງພິທັກປະຕິວັດອີຣ່ານ.

ໜັງສືພິມດັ່ງກ່າວຍັງລາຍງານອີກວ່າ ເຈົ້າໜ້າທີ່ສະຫະລັດເວົ້າວ່າ ລູກ ສອນໄຟເຫຼົ່ານີ້ ມີທ່າທີວ່າຈະຖືກໄປໃຫ້ພວກແບ່ງແຍກດິນແດນ Houti ໃນພາກເໜືອຂອງເຢເມນ ທີ່ກໍາລັງທໍາການຕໍ່ສູ້ກັບລັດຖະບານທີ່ໄດ້ຮັບ ການໜຸນຫລັງໂດຍສະຫະລັດຢູ່ນະຄອນ ຫຼວງ Sana.
XS
SM
MD
LG