ທາງການທະຫານປາກິສຖານໄດ້ຍົກຍ້າຍ 16 ຄົນ ທີ່ໄດ້ຮັບບາດເຈັບສາຫັດ ໃນເຫດ ແຜ່ນດິນໄຫວຮ້າຍແຮງ ຢູ່ໃກ້ເຂດຊາຍແດນລະຫວ່າງ ອິຣ່ານກັບປາກີສຖານ ໃນຂະນະທີ່ການກູ້ໄພບັນເທົາທຸກຢູ່ໃນເຂດນັ້ນ ຍັງດໍາເນີນຢູ່ຕໍ່ໄປ.
ເຮືອບິນເຮລິຄອບເຕີ້ຫລາຍໆລໍາ ໄດ້ລໍາລຽງພວກຄົນເຈັບອອກຈາກເຂດ Mashkal ໃນແຂວງ ບາລູຈິສຖານ ໃນວັນພຸດມື້ນີ້ ໄປຍັງ Quetta ເມືອງຫລວງຂອງເຂດ ເພື່ອຮັບການປິ່ນປົວຕື່ມອີກ.
ກອງທັບເວົ້າວ່າ ທະຫານຫລາຍຮ້ອຍຄົນກໍາລັງໃຫ້ການຊ່ວຍເຫລືອ ໃນຄວາມພະຍາຍາມບັນເທົາທຸກໂດຍລວມ ຫລັງຈາກທີ່ແຜ່ນດິນໄຫວ ແຮງຂະໜາດ 7.8 ຣິກເຕີ້ ໄດ້ສົ່ງຜົນໃຫ້ເຮືອນຊານພັງລົງຫລາຍໆຫລັງ ແລະເຮັດໃຫ້ 34 ຄົນ ເສຍຊີວິດ.
ກົມສໍາຫລວດທໍລະນີຂອງສະຫະລັດ ກ່າວໃນວັນອັງຄານວານນີ້ວ່າ ຈຸດໃຈກາງຂອງ ແຜ່ນດິນໄຫວໃນຕອນບ່າຍວັນອັງຄານວານນີ້ ແມ່ນຢູ່ໃກ້ໆເມືອງ Khash ແລະເມືອງ Saravan ໃນແຂວງ Sistan ກັບ Baluchestan. ຂົງເຂດດັ່ງກ່າວ ໄດ້ສັ່ນສະເທືອນ ຍ້ອນແຜ່ນດິນໄຫວທີ່ຕິດຕາມມາຫລາຍໆຄັ້ງ ນັບຕັ້ງແຕ່ຄັ້ງທໍາອິດໃນມື້ວານນີ້ ແລະ
ໂຮມທັງຄັ້ງນຶ່ງ ທີ່ແຮງຂະໜາດ 5.7 ໃນຕອນເຊົ້າມືດວັນພຸດມື້ນີ້.
ສື່ຂອງລັດຖະບານອິຣ່ານເວົ້າວ່າ ມີຄົນນຶ່ງເສຍຊີວິດ ຍ້ອນຖືກກ້ອນຫີນຕົກລົງມາໃສ່
ໃນເຫດແຜ່ນດິນໄຫວ ຄັ້ງທໍາອິດນັ້ນ. ເຈົ້າແຂວງໆດັ່ງກ່າວ ທ່ານ Hatam Narouyi
ກ່າວ ໃນວັນອັງຄານມີ້ນີ້ວ່າ ຈຸດໃຈກາງຂອງແຜ່ນດິນໄຫວ ແມ່ນຢູ່ໃນເຂດທີ່ບໍ່ມີຄົນ
ຢູ່ອາໄສຫລາຍ.
ການແຜ່ນດິນໄຫວຄັ້ງນີ້ ຍັງໄດ້ສັ່ນສະເທືອນຫລາຍໆເມືອງ ທີ່ຢູ່ໄກອອກໄປຫລາຍຮ້ອຍຫລັກ ໂຮມທັງນະຄອນ ເມືອງ Karachi ຂອງປາກິສຖານ.