ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ແລະ ປາກິສຖານ ເປີດຕະຫຼາດການຄ້າຊາຍແດນ ແລ​ະ ເຊື່ອມ​ໂຍງສາຍສົ່ງພະລັງງານໄຟຟ້າ

ປະທານາທິບໍດີຂອງອີຣ່ານ ທ່ານອິບຣາຮິມ ຣາຍຊີ (ຂວາ), ປູກຕົ້ນໝາກໝ່ວງ ຮ່ວມກັບນາຍົກລັດຖະມົນຕີຂອງປາກິສຖານ ທ່ານເຊບາສ ຊາຣີຟ (ກາງ), ໃນລະຫວ່າງພິທີເປີດຊາຍແດນ Mand-Pishin ໃນເມືອງ Pishin, ວັນທີ 18 ພຶດສະພາ 2023. (Pakistan Prime Minister Office via AP)

ຜູ້ນໍາຂອງ ອີຣ່ານ ແລະ ປາກິສຖານ ໄດ້ເລີ້ມຕົ້ນການຄ້າຮ່ວມກັນ ແລະດໍາເນີນການຈັດສາຍສົ່ງພະລັງງານໄຟຟ້າຮ່ວມກັນ ຢູ່ບໍລິເວນຊາຍແດນຂອງທັງສອງປະເທດ ໃນວັນພະຫັດວານນີ້ ເຊິ່ງເປັນການດໍາເນີນງານທີ່ສໍາຄັນ ໂດຍມີເປົ້າໝາຍເພື່ອຜັກດັນການຄ້າ ແລະການຮ່ວມມືທາງດ້ານພະລັງງານຮ່ວມກັນ.

ປະທານາທິບໍດີຂອງອີຣ່ານ ທ່ານອິບຣາຮິມ ຣາຍຊີ ແລະນາຍົກລັດຖະມົນຕີປາກິສຖານ ທ່ານເຊບາສ ຊາຣີຟ, ໄດ້ກ່າວຄຳປາໄສຢູ່ໃນພິທີ ທີ່ອອກອາກາດສົດທາງໂທລະພາບ ຈາກຝັ່ງຂອງປະເທດອີຣ່ານ ທີ່ມີຊາຍແດນລະຫວ່າງສອງປະ ເທດຮ່ວມກັນ ຫຼາຍກວ່າ 900 ກິໂລແມັດ.

ປະທານາທິບໍດີຂອງອີຣ່ານ ທ່ານອິບຣາຮິມ ຣາຍຊີ ແລະ ນາຍົກລັດຖະມົນຕີຂອງປາກິສຖານ ທ່ານເຊບາສ ຊາຣີຟ ດໍາເນີນພິທີເປີດຕະຫຼາດ ແລະສາຍສົ່ງໄຟຟ້າຮ່ວມກັນ ທີ່ນອນຢູ່ບໍລິເວນຊາຍແດນຂອງທັງສອງປະເທດຮ່ວມກັນ. ວັນທີ 18 ພຶດສະພາ 2023. (Photo courtesy of Sharif office)

ທ່ານຣາຍຊີ ກ່າວວ່າ ໂຄງການດັ່ງກ່າວນີ້ ແມ່ນສ້າງຂຶ້ນມາສໍາລັບລັດຖະບານ ເຕຫະຣ່ານ ແລະລັດຖະບານອິສລາມາບັດ ເພື່ອຂະຫຍາຍການແລກປ່ຽນທາງດ້ານເສດຖະກິດ ແລະແລກປ່ຽນທາງດ້ານພະລັງງານ ຂອງພວກເຂົາເຈົ້າ.

ສາຍສົ່ງໄຟຟ້າດັ່ງກ່າວນີ້ ຈະສົ່ງ​ອອກໄຟຟ້າຈາກ ອີຣ່ານ ໄປ​ຍັງແຂວງບາລູ​ຈິສຕານ ​ຂອງປາກິສຖານ 100 ເມກາວັດ. ແຂວງ​ດັ່ງ​ກ່າວ ​ເປັນ​ແຂວງທີ່ທຸກຍາກ ແຕ່ມີແຫຼ່ງຊັບພະຍາກອນທີ່ອຸດົມສົມບູນໄດ້ນຳ​ເຂົ້າໄຟຟ້າລາຄາຖືກ 100 ເມກາວັດຈາກ ອີຣ່ານມາ​ກ່ອນ​ແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG