ຫົວຂໍ້ເລື້ອງຂອງອີຣ່ານ ໄດ້ເປັນເງົາບົດບັງກອງປະຊຸມຢູ່ໃນຫ້ອງການຮູບຊົງໄຂ່ ຫຼື Oval Office ຂອງທຳນຽບຂາວໃນວັນຈັນວານນີ້ ລະຫວ່າງ ປະທານາທິບໍ ດີສະຫະລັດ ໂຈ ໄບເດັນ ແລະຄູ່ຕຳແໜ່ງຂອງທ່ານຈາກ ອິສຣາແອລ.
ທ່ານໄບເດັນ ໄດ້ກ່າວຕໍ່ ປະທານາທິບໍດີຂອງອິສຣາແອລ ທ່ານຣູເວັນ ຣີວລິນ ວ່າ “ອີຣ່ານຈະບໍ່ມີວັນໄດ້ຮັບອາວຸດນິວເຄຼຍໃນເວລາທີ່ຂ້າພະເຈົ້າດຳລົງຕຳແໜ່ງຢູ່.”
ທ່ານໄບເດັນ ໄດ້ໃຫ້ຄວາມເຫັນດັ່ງກ່າວ ນຶ່ງວັນຫຼັງຈາກທີ່ທ່ານ ໄດ້ສັ່ງການໃຫ້ໂຈມຕີທາງອາກາດຕໍ່ ສິ່ງທີ່ບັນດາເຈົ້າໜ້າທີ່ກອງທັບສະຫະລັດ ອະທິບາຍວ່າເປັນສະຖານທີ່ປະຕິບັດງານແລະແຫລ່ງສະສົມອາວຸດຂອງພວກທະຫານບ້ານທີ່ໄດ້ຮັບການໜຸນຫຼັງໂດຍອີຣ່ານ ສອງແຫ່ງ ຢູ່ໃນ ຊີເຣຍແລະອີຣັກ.
ການໂຈມຕີນັ້ນ ໄດ້ເກີດຂຶ້ນທ່າມກາງາການເຈລະຈາທີ່ມີຢູ່ຕໍ່ເນື່ອງ ໃນປະເທດ ອອສເຕຣຍ ລະຫວ່າງອີຣ່ານແລະຫົກປະເທດມະຫາອຳນາດ ທີ່ລວມມີ ສະຫະ ລັດ ນຳດ້ວຍ ເພື່ອພະຍາຍາມຟື້ນຟູຂໍ້ຕົກລົງ ໃນການຈຳກັດໂຄງການນິວເຄຼຍຂອງອີຣ່ານ.
ໃນລະຫວ່າງການພົບປະຂອງທ່ານ ກັບທ່ານຣີວລິນ ຢູ່ນັ້ນ ທ່ານໄບເດັນ ໄດ້ກ່າວປົກປ້ອງຄຳສັ່ງຂອງທ່ານ ສຳລັບການຕອບໂຕ້ທາງການທະຫານ.
“ຂ້າພະເຈົ້າ ໄດ້ຊີ້ນໍາໃຫ້ໂຈມຕີທາງອາກາດ ໃນຕອນຄໍ່າວານນີ້ ທີ່ແນໃສ່ສະ ຖານທີ່ນຳໃຊ້ໂດຍພວກກຸ່ມທະຫານບ້ານທີ່ໄດ້ຮັບການໜຸນຫຼັງໂດຍອີຣ່ານ ທີ່ຮັບຜິດຊອບສຳລັບການໂຈມຕີຕໍ່ກຳລັງທະຫານຂອງສະຫະລັດເມື່ອມໍ່ໆມານີ້ ຢູ່ໃນອີຣັກ” ທ່ານໄບເດັນ ໄດ້ກ່າວໄປ ແລະກ່າວຕື່ມວ່າ ທ່ານມີສິດອຳນາດພາຍໃຕ້ມາດຕາສອງຂອງລັດຖະທຳມະນູນສະຫະລັດ ແລະອັນນັ້ນເປັນທີ່ຍອມຮັບຮູ້ໂດຍບັນດາສະມາຊິກຢູ່ລັດຖະສະພາ ຫຼື Capitol Hill.
ເຖິງຢ່າງໃດກໍຕາມ ບັນດາສະມາຊິສະພາບາງສ່ວນຂອງພັກເດໂມແຄຣັດ ໃນລັດຖະບານທ່ານໄບເດັນ ກໍຮູ້ສຶກບໍ່ສະບາຍໃຈກັບການຕີຄວາມໝາຍຢ່າງກວ້າງຂວາງ ໃນສິດອຳນາດການເຮັດສົງຄາມຂອງລັດຖະທຳມະນູນນີ້ ພ້ອມກັນນັ້ນ ຍັງເປັນການອະນຸມັດໃຫ້ນຳໃຊ້ກຳລັງທະຫານໂດຍປະທານາທິບໍດີ ໃນຕົ້ນສັດຕະວັດ ທີ 21 ນຳດ້ວຍ.
ລັດຖະບານທ່ານໄບເດັນ ໄດ້ທຳການໂຈມຕີທາງອາກາດ ທີ່ຄ້າຍຄືກັນນີ້ມາແລ້ວ ໃນເດືອນກຸມພາ.
ສະມາຊິກຄະນະກຳມະການຮັບຜິດຊອບໃນດ້ານການພົວພັນຕ່າງປະເທດຂອງສະພາສູງ ທ່ານຄຣິສ ເມີຟີ ໄດ້ສະແດງຄວາມເປັນຫ່ວງ ໃນວັນຈັນວານນີ້ ທີ່ວ່າ ການສູ້ລົບລະຫວ່າງກອງທັບສະຫະລັດ ແລະພວກທະຫານບ້ານທີ່ໄດ້ຮັບການໜຸນຫຼັງໂດຍອີຣ່ານນັ້ນ ເປັນການເລີ້ມຕົ້ນທີ່ຄືກັນກັບ “ສົງຄາມໃນລະດັບຕ່ຳ.”